ນະຄອນຫຼວງວຽງຈັນ ເລີ່ມມີຫຼາຍຮ້ານວາງຈໍາໜ່າຍ ຊຸດເຄື່ອງໄຫວ້ເທດສະການກຸດຈີນ

ພໍ່ຄ້າ ແລະ ແມ່ຄ້າຊາວຂາຍ ຕາມແຕມທາງໃນເຂດນະຄອນຫຼວງວຽງຈັນ ໄດ້ມີການວາງຈຳໜ່າຍສິນຄ້າເຄື່ອງໄຫວ້ ແລະ ເຄື່ອງປະດັບປະດາ ເພື່ອຕ້ອນຮັບກຸດຈີນທີ່ກຳລັງຈະມາເຖິງໃນທ້າຍເດືອນມັງກອນນີ້ແລ້ວ.

ຈາກການສອບຖາມເຈົ້າຂອງຮ້ານທີ່ຂາຍຢູ່ເຂດຖະໜົນສາຍລົມ ໄດ້ໃຫ້ຮູ່້ວ່າ: ໄດ້ເລີ່ມເປີດຮ້ານມາແລ້ວຕັ້ງແຕ່ຕົ້ນເດືອນມັງກອນ ກໍມີຄົນມາຊື້ເຄື່ອງຢູ່ເລື້ອຍໆ ໂດຍປົກກະຕິກໍເປັນແບບນີ້ຢູ່ແລ້ວ ເຊິ່ງຈະມີຄົນຈະຫຼາຍກໍຢູ່ໃນຊ່ວງໃກ້ຮອດມື້ແທ້ໆ.

ສຳລັບເລື່ອງຂອງລາຄາເຄື່ອງຕ່າງໆໄດ້ຖາມນໍາແມ່ຄ້າ ກໍໄດ້ຮູ້ວ່າ ເຄື່ອງທີ່ນໍາເອົາມາຂາຍໃນປີນີ້ ແມ່ນມີລາຄາທີ່ສູງຂຶ້ນເມື່ອທຽບໃສ່ປີທີ່ຜ່ານມາ ໂດຍສະເພາະເຂົ້າໜົມເຄື່ອງໄຫວ້ ແລະ ເຂົ້າຕົ້ມໃສ້ໝູ ຫໍ່ໜຶ່ງລາຄາຢູ່ທີ່ 50.000 ກີບ ຈາກແຕ່ກ່ອນ 30.000-35.000 ກີບ ແລະ ເຂົ້າໜົມກ່ອງນ້ອຍກ່ອງໜຶ່ງ 25.000 ກີບ.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...