ໃຜເປັນແນ່! ພຶດຕິກຳທີ່ຕິດມາຈາກການທີ່ຫຼິ້ນໂຊຊ້ຽວມີເດຍຫຼາຍ

ທຸກມື້ນີ້ ໂຊຊ້ຽວມີເດຍ (social media) ມີບົດບາດສຳຄັນຕໍ່ຊີວິດຂອງຄົນເຮົາຢ່າງຫຼວງຫຼາຍ ດ້ວຍຄວາມສາມາດທີ່ຊ່ວຍໃຫ້ຄົນທັງໂລກເຊື່ອມຕໍ່ກັນແບບບໍ່ມີຂອບເຂດ ຈົນເວົ້າໄດ້ເລີຍວ່າທຸກຄົນໜ້າຈະມີບັນຊີໂຊຊ້ຽວມີເດຍຂອງຕົນເອງຢ່າງໜ້ອຍໜຶ່ງບັນຊີ ບໍ່ວ່າຈະເປັນແພັດຟອມໃດກໍຕາມ.

ການໃຊ້ຊີວິດໃນໂຊຊ້ຽວມີເດຍ ຖືວ່າເປັນອີກຕົວຕົນໜຶ່ງຂອງເຮົາເລີຍກໍວ່າໄດ້ ລວມໄປເຖິງການທີ່ເຮົາອາດເປັນໃຜກໍໄດ້ທີ່ບໍ່ມີໃນໂລກແຫ່ງຄວາມເປັນຈິງ ເຊິ່ງນັ້ນເຮັດໃຫ້ມັນເປັນດາບສອງຄົມ ເພາະເຮົາອາດຈະຫຼົງເອົາພຶດຕິກຳທີ່ໃຊ້ໃນໂຊຊ້ຽວມີເດຍ ມາໃຊ້ໃນຊີວິດຈິງ ຈົນເຮັດໃຫ້ເກີດຂໍ້ຜິດພາດໄດ້, ມາເບິ່ງນໍາກັນວ່າ ທ່ານມີພຶດຕິກຳເຫຼົ່ານີ້ຫຼືບໍ່.

1. ໃຊ້ສະຕິກເກີ້ເກີນຄວາມຈຳເປັນ

ຫຼາຍຄົນອາດຄິດວ່າການໃຊ້ສະຕິກເກີ້ແທນຄຳເວົ້ານັ້ນ ຈະຊ່ວຍໃຫ້ການສົນທະນາເຂົ້າໃຈງ່າຍ ເບິ່ງເປັນກັນເອງ ຖ້າມີແຕ່ໜັງສືອາດຈະຄຽດເກີນໄປ ເລຍສົ່ງສະຕິກເກີ້ແທນຄວາມຮູ້ສຶກ, ແຕ່ຮູ້ບໍ່ວ່າໃນການສົນທະນາທີ່ເປັນທາງການ ເຊັ່ນ ໃນຮູບແບບຂອງທຸລະກິດເຮົາຄວນຫຼີກລ້ຽງການໃຊ້ສະຕິກເກີ້ ເພາະມັນຈະເຮັດໃຫ້ບົດສົນທະນານັ້ນເບົາລົງຈົນບໍ່ໜ້າເຊື່ອຖື ເບິ່ງບໍ່ເປັນມືອາຊີບ ໃນເມື່ອເຮົາບໍ່ຮູ້ວ່າຄູ່ສົນທະນາເຮົາມີທັດສະນະຄະຕິແນວໃດ ເຮົາກໍຄວນລະວັງໄວ້ກ່ອນ.

2. ໃຊ້ພາສາແບບຜິດໆ ຖືກໆ

ການໃຊ້ພາສາຜິດ ລວມໄປເຖິງການໃຊ້ຄຳຜິດຄວາມໝາຍ ຫາກລົມກັນໃນສະຖານະການທີ່ເປັນທາງການ ຄວນຫຼີກລ້ຽງການຂຽນສະກົດຄຳງ່າຍໆ ແບບທີ່ບໍ່ຖືກຫຼັກໄວຍາກອນ ຂຽນຄຳໃຫ້ຖືກຕ້ອງເຖິງວ່າເຮົາຈະອ່ານແລ້ວພໍເຂົ້າໃຈ ແຕ່ວ່າມັນບໍ່ຖືກກາລະເທສະ ແລະ ຄົນອື່ນອາດເຂົ້າໃຈເຮົາຜິດໄດ້.

3. ແຊຮ໌ຂ່າວກັນແບບງ່າຍໆ

ການຕິດຕໍ່ສື່ສານພາຍໃນ ມັກຈະມີກຸ່ມແຊັດພາຍໃນສຳລັບເວົ້າເລື່ອງງານ ລວມໄປເຖິງເລື່ອງສ່ວນຕົວ ບາງຄັ້ງທີ່ເຮົາອາດຈະເຫັນຂ່າວທີ່ໜ້າສົນໃຈ ແລະ ສົ່ງຂໍ້ມູນຕໍ່ດ້ວຍຄວາມຫວັງດີ ຢາກໃຫ້ຄົນອື່ນໄດ້ຮູ້ນໍາ ແຕ່ບໍ່ໄດ້ກວດສອບເລີຍວ່າ ຂ່າວນັ້ນຈະເປັນຂ່າວປອມ ຫຼື ຂ່າວແທ້ ແຕ່ຫາກເປັນຂ່າວປອມອາດຈະເຮັດໃຫ້ຂໍ້ມູນຖືກສົ່ງຕໍ່ໄປອີກໃນເວລາອັນສັ້ນ ສະນັ້ນຄວນກວດສອບກ່ອນແຊຮ໌.

4. ໂພສທຸກຢ່າງທີ່ຄິດໃນຫົວ

ເມື່ອທຸກຢ່າງເຂົ້າສູ່ໂລກອອນລາຍແລ້ວ ເຖິງຈະລົງບໍ່ດົນແລ້ວລົບຖິ້ມ ກໍຈະມີຄົນທີ່ແຄັບໄວ້ທັນ ຫາກວ່າມື້ໃດມື້ໜຶ່ງຖືກພົບເຫັນອາດກະທົບຕໍ່ຊີວິດໄດ້ ເພາະມີຫຼາຍກໍລະນີທີ່ບໍ່ມັກຄິກກັ່ນຕອງໃຫ້ດີກ່ອນໂພສ ໂດຍບໍ່ຄຳນຶງເຖິງຜົນເສຍຫານທີ່ຈະຕາມມາໃນພາຍຫຼັງ ເຊັ່ນ ໂພສດ່າຄົນນັ້ນຄົນນີ້ ຫຼື ໂພສຄຳບໍ່ສຸພາບ ແລ້ວຫາກກະທົບມາສ່ວນຫຼາຍກໍຈະບອກຮູ້ເທົ່າບໍ່ເຖິງການ.

5. ສ້າງຄວາມເຂົ້າໃຈຜິດໃນການສື່ສານ

ການສື່ສານຜ່ານໂຊຊ້ຽວມີເດຍ ສ່ວນຫຼາຍຈະເປັນການຊື່ສານຜ່ານຕົວອັກສອນ ບາງຄັ້ງອາດເຮັດໃຫ້ເຂົ້າໃຈການສົນທະນາຄາດເຄື່ອນໄດ້ ເພາະເຮົາບໍ່ມີທາງຮູ້ອາລົມ ນໍ້າສຽງ ສີໜ້າ ແລະ ປະຕິກິລິຍາ ໃນຕອນນັ້ນຂອງເຂົາໄດ້ ເຮັໃຫ້ເຮົາເຂົ້າໃຈເຂົາເຈົ້າຜິດໃນກາສົນທພນາໃນຄັ້ງນັ່ນ.

6. ເກີດສະພາວະເສບຕິດໂຊຊ້ຽວມີເດຍ

ການໃຊ້ເວລາໃນໂລກອອນລາຍຫຼາຍເກີນໄປ ອາດເຮັດໃຫ້ເຮົາເກີດອາການພາວະເສບຕິດໂຊຊ້ຽວມີເດຍໄດ້ ເຮັດໃຫ້ເກີດຜົນກະທົບກັບສຸຂະພາບຈິດໄດ້ ໂດຍສະເພາະອາດເກີດອາການ FOMO (Fear of Missing Out) ຫຼື ຢ້ານຕົກກະແສ ຂາດໂທລະສັບບໍ່ໄດ້ (No Mobile Phone Phobia).

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...