ກຳນົດແລ້ວ! ບຸນນະມັດສະການຜາສາດຫີນ ວັດພູ ຈຳປາສັກ ຈະຈັດ 3-5 ກຸມພາ.

ງານບຸນນະມັດສະການຜາສາດຫີນວັດພູຈຳປາສັກ ປະຈຳປີ 2023 ຈະຈັດຂຶ້ນໃນວັນທີ 3-5 ກຸມພາ 2023 ໂດຍປີນີ້ຄາດວ່າເພິ່ນຈະຈັດຢ່າງຍິ່ງໃຫຍ່ ເນື່ອງຈາກວ່າມາດຕະການປ້ອງກັນໂຄວິດ-19 ບໍ່ໄດ້ເຂັ້ມງວດກວ່າແຕ່ກ່ອນ ໂດຍປີທີ່ຜ່ານມາຈະເຫັນໄດ້ວ່າເຂັ້ມງວດເທົ່າໃດ ສັງເກດໄດ້ຈາກທີ່ໃຫ້ຈັດແຕ່ແບບປະເພນີເທົ່ານັ້ນ.

ເຊິ່ງກ່ອນທີ່ຈະບໍ່ມີໂຄວິດ-19 ງານນີ້ຖືວ່າເປັນງານໃຫຍ່ອີກງານໜຶ່ງ ເພາະວັດພູຈຳປາສັກ ຖືວ່າເປັນແຫຼ່ງທ່ຽວທ່ອງທີ່ບໍ່ຄວນພາດເມື່ອໄປແຂວງ ຈຳປາສັກ ເຮົາຈະພາໄປເບິ່ງບັນຍາກາດຮູບພາບເກົ່າໆກ່ອນທີ່ຈະມີໂຄວິດ-19 ໃນງານບຸນນມັດສະການຜາສາດຫີນວັດພູຈຳປາສັກ.

ຂໍ້ມູນຈາກ: ທ່ອງທ່ຽວແຂວງຈຳປາສັກ

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...