​ຜູ້​ປະ​ກອບ​ການ​ໄຊ​ຍະ​ບູ​ລີ ຍົກລະດັບຄຸນນະພາບການບໍລິການ ເພື່ອກຽມ​ໃສ່​ບຸນ​ຊ້າງ

ຄະນະທີມງານກົມຄຸ້ມຄອງການທ່ອງທ່ຽວຮ່ວມກັບພະແນກຖະແຫຼ່ງຂ່າວວັດທະນະທຳ ແລະ ທ່ອງ ທ່ຽວ ແຂວງໄຊຍະບູລີ, ເປີດກອງປະຊຸມປັບປຸງຍົກລະດັບຄຸນນະພາບການບໍລິການໃຫ້ແກ່ຜູ້ປະກອບການທຸລະກິດໂຮງແຮມ ແລະ ເຮືອນພັກ, ຂຶ້ນໃນຕອນເຊົ້າຂອງວັນທີ 6 ກຸມພາ 2019 ຢູ່ທີ່ຫ້ອງປະຊຸມຂອງພະແນກ ຖວທ ແຂວງ, ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ບຸນທະວີ ບຸນຊູຮັກ ຮອງຫົວໜ້າພະແນກຖະແຫຼງຂ່າວວັດທະນະທຳ ແລະ ທ່ອງທ່ຽວແຂວງ, ມີທ່ານ ໄຊສົມບັດ ບຸນນະຜົນ ຮອງຫົວໜ້າກົມຄຸ້ມຄອງການທ່ອງທ່ຽວ ກະຊວງຖະແຫຼ່ງຂ່າວວັດທະນະທຳ ແລະ ທ່ອງທ່ຽວ, ພ້ອມດ້ວຍທີມງານກົມຄຸ້ມຄອງການທ່ອງທ່ຽວ, ມີຫົວໜ້າ, ຮອງຫົວໜ້າຂະແໜງທ່ອງທ່ຽວ, ພະນັກງານວິຊາການ ແລະ ຜູ້ປະກອບການທຸລະກິດໂຮງແຮມ, ເຮືອນພັກ ແລະ ແຂກຖືກເຊີນຕະຫຼອດຮອດພະແນກການ, ກົມກອງທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນກອງປະຊຸມຜູ້ເຂົ້າຮ່ວມໄດ້ຮັບຟັງການບັນຍາຍວິທີການກວດກາກຳນົດມາດຖານສະຖານທີ່ພັກໂຮງແຮມ, ເພື່ອເປັນການກຳນົດລະດັບມາດຖານຂອງສະຖານທີ່ພັກແຮມ, ຮັບປະກັນຄຸນນະພາບ ແລະ ມາດຕະຖານຂອງລະດັບການໃຫ້ບໍລິການດ້ານສະຖານທີ່ພັກແຮມໃຫ້ນັກທ່ອງທ່ຽວ, ການພັດທະນາສະຖານທີ່ພັກແຮມຄື: ໂຮງແຮມ, ຣິສອດ ແລະ ເຮືອນພັກ, ໃຫ້ມີຄຸນນະພາບ ແລະ ມີມາດຕະຖານທີ່ສອດຄ່ອງກັບມາດຕະຖານອາຊຽນກໍຄືມາດຕະຖານສາກົນ, ຈັດລະດັບຂອງສະຖານທີ່ພັກແຮມຕາມມາດຕະຖານຂອງຜະລິດຕະພັນ ແລະ ການບໍລິການແນ່ໃສ່ຊຸກຍູ້, ສົ່ງເສີມດ້ານຄຸນນະພາບໃຫ້ນັບມື້ນັບສູງຂຶ້ນ, ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ການຈັດຕັ້ງ ແລະ ການເຄື່ອນໄຫວຂອງຫົວໜ່ວຍທຸລະກິດພັກແຮມໃຫ້ມີຄວາມຍຶນຍົງ ແລະ ການເປັນອຸດສາຫະກຳການທ່ອງທ່ຽວທີ່ທັນສະໄໝ, ໂຮງແຮມລະດັບການໃຫ້ບໍລິການແຕ່ 1 ດາວ – 5 ດາວ, ຣີສອດລະດັບການໃຫ້ບໍລິການແຕ່ 1 ດາວ – 5 ດາວ, ເຮືອນພັກລະດັບການບໍລິການໃຫ້ບໍລິການແຕ່ 1 ດອກຈຳປາ – 3 ດອກຈຳປາ, 

ຈຸດປະສົງ ເພື່ອເປັນການກະກຽມຄວາມພ້ອມໃຫ້ແກ່ງານມະຫາກຳບຸນຊ້າງທີ່ຈະຈັດຂຶ້ນໃນລະຫວ່າງວັນທີ 23 – 28 ກຸມພາ 2019 ນີ້ ແລະ ເພື່ອຮັບຮອງນັກທ່ອງທ່ຽວທີ່ເຂົ້າມາທ່ຽວຊົມງານມະຫາກຳບຸນຊ້າງ ແລະ ງານບຸນປະເພນີຕ່າງໆທີ່ທາງແຂວງໄຊຍະບູລີໄດ້ຈັດຂຶ້ນ, ພ້ອມນີ້ບັນດາຜູ່ເຂົ້າຮ່ວມພ້ອມກັບທີມງານຈາກກົມຄຸ້ມຄອງການທ່ອງທ່ຽວຍັງໄດ້ພ້ອມກັນລົງປະຕິບັດຕົວຈິງ, ເພື່ອກວດກາມາຕະຖານເງື່ອນໄຂຂອງສະຖານທີ່ພັກແຮມ, ໂຮງແຮມ, ຣີສອດ ແລະ ເຮືອນພັກຕື່ມອີກ. 

ທີ່​ມາ: Midia Laos

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...