​ພາກ​ລັດ ເລັ່ງປັບປຸງຄວາມສະດວກໃນການດຳເນີນທຸລະກິດ ແລະການລົງທຶນຢູ່​ ສ​ປ​ປ​ລາວ

ມື້ນີ້, ທີ່ນະຄອນຫລວງວຽງຈັນ, ກະຊວງແຜນການ ແລະ ການລົງທຶນ ໄດ້ຈັດກອງປະຊຸມ ປັບປຸງຄວາມສະດວກໃນການດຳເນີນທຸລະກິດ ແລະ ການລົງທຶນ ຢູ່ ສ ປປ ລາວ ຕາມຄຳສັ່ງເລກທີ 02/ນຍ ໂດຍມີຈຸດປະສົງ ເພື່ອຮັບຟັງລາຍງານກ່ຽວກັບບັນດາລະບຽບການ ແລະ ນິຕິກຳຕ່າງໆ ທີ່ໄດ້ຮັບການປັບປຸງ ເພື່ອອຳນວຍຄວາມສະດວກແກ່ການດຳເນີນທຸລະກິດຢູ່ ສປປ ລາວ.

ດຳລັດວ່າດ້ວຍການຮັບຮອງເອົາບັນຊີ ກິດຈະການຄວບຄຸມ ແລະ ກິດຈະການສຳປະທານຂອງ ສປປ ລາວ ສະບັບເລກທີ 03/ນຍ ລົງວັນທີ 10 ມັງກອນ 2019 ທີ່ຈະອຳນວຍຄວາມສະດວກແກ່ການອະນຸຍາດລົງທຶນໃຫ້ສະດວກ ແລະ ໄວຂຶ້ນ, ພ້ອມບົດແນະນຳວ່າດ້ວຍການໃຫ້ນະໂຍບາຍສົ່ງເສີມການລົງທຶນ ດ້ານພາສີ ແລະ ອາກອນມູນຄ່າເພີ່ມ ສຳລັບແຜນນຳເຂົ້າຂອງວິສາ ຫະກິດສະບັບເລກທີ 01/ຄລທ.ສ ລົງວັນທີ 2 ມັງກອນ 2019 ຈະເຮັດໃຫ້ການຜ່ານແຜນນຳເຂົ້າ ແຜນປະຈຳປີ ໃຫ້ຮັດກຸມ, ສະດວກວ່ອງໄວ ແລະ ໂປ່ງໃສກວ່າເກົ່າ. ນອກນີ້, ຍັງມີການປັບປຸງການອອກເລກປະຈຳຕົວຜູ້ເສຍອາກອນ ພ້ອມກັບໃບທະບຽນວິສາຫະກິດ, ການຍົກເລີກໃບອະນຸຍາດ ຄວັດກາປະທັບ ແລະ ບໍ່ມີຂັ້ນຕອນຂໍອະນຸຍາດນຳໃຊ້ກາປະທັບ.

ທີ່​ມາ: ຂ​ປ​ລ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຊຳຊຸງ ເປີດໂຕ 3 ຮຸ່ນໃໝ່ ຕ້ອນຮັບທ້າຍປີ ເນັ້ນປະສິດທິພາບດີ ໃນລາຄາທີ່ເຂົ້າເຖິງໄດ້

ຊຳຊຸງວາງຈຳໜ່າຍ Galaxy A18, Galaxy A08 ແລະ Galaxy A07s ແລ້ວໃນ ສປປ ລາວ ຍົກຈຸດເດັ່ນດ້ານປະສິດທິພາບ ດ້ວຍຊິບເຊັດລຸ້ນໃໝ່ MediaTek Helio G99+ ແລະ RAM Plus ທີ່ຊ່ວຍເພີ່ມຄວາມໄວໃນການ ຮັບ-ສົ່ງ ຂໍ້ມູນ ຫຼຸດອາການໜ່ວງ ເປີດແອັບພລິເຄຊັນໄດ້ໄວ,...

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.