ບໍລິສັດ ເບຍລາວ ຈໍາກັດ ມອບທຶນການສຶກສາ ທົ່ວປະເທດ

ບໍລິສັດເບຍລາວ ຈໍາກັດ ສືບຕໍ່ ໃຫ້ທຶນການສຶກສາ ແກ່ນ້ອງນັກຮຽນ ລະດັບ ວິທະຍາໄລ ແລະ ມະຫາວິທະຍາໄລ ໃນ 7 ສະຖາບັນການສຶກສາ ຢູ່ ສປປ ລາວ ພາຍໃຕ້ໂຄງການ “ເບຍລາວ ສານຝັນໃຫ້ນ້ອງ 2022”. ໂດຍໃນວັນທີ 14 ກຸມພາ 2023 ຢູ່ທີ່ສະຖາບັນ ວິຈິດສິນແຫ່ງຊາດ ໄດ້ມີພິທີມອບຮັບ ທຶນການສຶກສາ ຈາກບໍລິສັດ ເບຍລາວ ຈໍາກັດ ໃຫ້ນ້ອງ ນັກສຶກສາ ຂອງ ສະຖາບັນດັ່ງກ່າວ ມອບໂດຍທ່ານ ສິດທິໄຊ ເກດຕະວົງ, ຜູ້ອໍານວຍການ ຝ່າຍບໍລິຫານ ແລະ ກິດຈະກໍາ ເພື່ອສັງຄົມ ຂອງບໍລິສັດ ເບຍລາວ ແລະ ມີຄະນະຄູອາຈານ ແລະ ນ້ອງນັກຮຽນ ທີ່ໄດ້ຮັບທຶນ ເຂົ້າຮ່ວມ.

ໂຄງການ ເບຍລາວ ສານຝັນໃຫ້ນ້ອງ 2022 ເປັນໂຄງການລິເລີ່ມຈາກການຕົກລົງເຫັນດີ ຂອງຄະນະຜູ້ບໍລິຫານ ຂອງບໍລິສັດເບຍລາວ ຈໍາກັດ ທີ່ຍາມໃດກໍ່ເລັງເຫັນ ຄວາມສຳຄັນວຽກງານ ໃນຂົງເຂດຂອງການສຶກສາ ແລະ ການພັດທະນາ ຊັບພະຍາກອນມະນຸດ. ໂຄງການດັ່ງກ່າວແມ່ນໄດ້ເລີ່ມດຳເນີນການມາແຕ່ປີ 2010 ຈົນມາເຖິງປັດຈຸບັນ ລວມໄລຍະເວລາທັງໝົດ 13 ປີ ລວມທັງຫມົດຫລາຍກວ່າ 3.500 ກ່ວາທຶນ ມູນຄ່າໂຄງການທັງໝົດຫຼາຍກວ່າ 10.5 ຕື້ກີບ.

ທຶນການສຶກສາ ຂອງບໍລິສັດເບຍລາວ ເປັນທຶນ ທີ່ຊ່ວຍ ສະໜັບສະໜູນ ຄ່າເທີມ ແລະ ຄ່າສະໜັບສະໜູນປະຈຳເດືອນ ໃຫ້ແກ່ນັກສຶກສາຜູ້ທີ່ຮຽນດີ-ຮຽນເກັ່ງ ແຕ່ຂາດເຂີນດ້ານທຶນຮອນ ໃນຂອບເຂດທົ່ວປະເທດ ລວມເປັນເງິນມູນຄ່າ 300.000 ກີບ/ຄົນ/ເດືອນ ແລະ ມອບໃຫ້ທຸກໆເດືອນ ຈົນກວ່າຈະຮຽນຈົບ ພາຍໃຕ້ເງື່ອນໄຂ ການຮັກສາຄະແນນ ຕາມທີ່ທາງບໍລິສັດໄດ້ກຳນົດໄວ້ ໃນໄລຍະເວລາທີ່ໄດ້ຮັບທຶນ.

7 ມະຫາວິທະຍາໄລ ແລະ ວິທະຍາໄລ ທີ່ຮ່ວມໃນໂຄງການ ມາຕັ້ງແຕ່ ປີ 2010 ປະກອບມີ: ມະຫາວິທະຍາໄລແຫ່ງຊາດ, ມະຫາວິທະຍາໄລ ສຸພານຸວົງ, ມະຫາວິທະຍາໄລ ຈໍາປາສັກ, ມະຫາວິທະຍາໄລ ສະຫວັນນະເຂດ, ວິທະຍາໄລ ຄູປາກເຊ, ວິທະຍາໄລຄູ ສະຫວັນນະເຂດ ແລະ ສະຖາບັນວິຈິດສິນແຫ່ງຊາດ. ສະເພາະປີ 2022 ແມ່ນມີທັງໝົດ 220 ທຶນ ລວມມູນຄ່າຫຼາຍກ່ວາ 1.5 ຕື້ກີບ.
ພິເສດ ສຳລັບປີນີ້ ບໍລິສັດ ເບຍລາວ ຈໍາກັດ ຍັງໄດ້ຄັດເລືອກ ເຟັ້ນເອົານ້ອງໆຈຳນວນ 30 ຄົນ ຈາກບັນດານັກສຶກສາທີ່ໄດ້ຮັບທຶນທັງໝົດ ເພື່ອມາເປັນອາສາສະໝັກ ປະຈຳຂອງບໍລິສັດ ເພື່ອປະກອບສ່ວນວຽກງານເພື່ອສັງຄົມຕ່າງໆ ບໍ່ວ່າຈະເປັນໂຄງການ ດື່ມດ້ວຍຄວາມຮັບຜິດຊອບ, ໂຄງການຂັບຂີ່ປອດໄພ, ໂຄງການຮັກສາສະພາບແວດລ້ອມກັບບ້ານອ້ອມຂ້າງ ແລະ ອີກຫຼາຍໆໂຄງການ. ນອກນັ້ນ, ນັກສຶກສາທັງ 30 ນ້ອງຍັງຈະໄດ້ ເຂົ້າຄ້າຍແລກປ່ຽນຢູ່ທີ່ໂຮງງານເບຍລາວ ສຳນັກງານໃຫຍ່ເພື່ອທັດສະນະສຶກາສາ ກ່ຽວກັບຂັ້ນຕອນການຜະລິດເບຍ ນັບຕັ້ງແຕ່ປູກເຂົ້າ ຈົນເຖິງຂະບວນການປ່ອຍນ້ຳບຳບັດ ສູ່ແຫຼ່ງນໍ້າທຳມະຊາດ ແລະ ທີ່ສຳຄັນຍັງຈະໄດ້ຈະໄດ້ເຂົ້າຮ່ວມ ການຕັ້ງຄ້າຍເພືີ່ອແລກປ່ຽນຄວາມຮູ້ ປະສົບການລະຫວ່າງນັກສຶກສາ ແລະ ຜູ້ບໍລິຫານ ຂອງບໍລິສັດ ເບຍລາວ ຈໍາກັດ ຕື່ມອີກ ເປັນເວລາ 3 ມື້.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...