ອາກາດຮ້ອນ! ກັບວິທີຫຼຸດອຸນຫະພູມໃນຮ່າງກາຍໃຫ້ເຢັນຂຶ້ນ.

ເມື່ອຮ່າງກາຍມີອຸນຫະພູມສູງຂຶ້ນ ເນື່ອງຈາກອາກາດທີ່ຮ້ອນເອົ້າ ຮ່າງກາຍຈະຂັບເຫື່ອອອກມາເພື່ອຫຼຸດອຸນຫະພູມໃນຮ່າງກາຍໃຫ້ຕ່ຳລົງ ເຊິ່ງເປັນຂະບວນການເຮັດວຽກຂອງຮ່າງກາຍທີ່ເອີ້ນວ່າ “ການຄວບຄຸມອຸນຫະພູມ”.

ແຕ່ເມື່ອອຸນຫະພູມໃນຮ່າງກາຍສູງຂຶ້ນ ຮ່າງກາຍຈະໃຊ້ເວລາໄລຍະໜຶ່ງໃນການປັບໂຕ ດັ່ງນັ້ນ, ທ່ານອາດມີເຫື່ອອອກຫຼາຍຂຶ້ນກວ່າປົກກະຕິ  ເພາະຮ່າງກາຍຈະເຮັດວຽກໜັກກວ່າເກົ່າໃນການຫຼຸດອຸນຫະພູມໃນຮ່າງກາຍໃຫ້ຕ່ຳລົງ.

ແຕ່ຖ້າທ່ານຮູ້ສຶກຮ້ອນ ແລະ ຢ່າງຫຼຸດຄວາມຮ້ອນໃນຮ່າງກາຍລົງ ລອງເຮັດຕາມວິທີຕໍ່ໄປນີ້ເບິ່ງ:

  • ຕື່ມຄວາມຊຸ່ມຊື່ນໃຫ້ຮ່າງກາຍຢູ່ຕະຫຼອດເວລາ: ຫາກຮ່າງກາຍມີຄວາມຊຸ່ມຊື່ນພຽງພໍ ກໍຈະຊ່ວຍໃຫ້ອຸນຫະພູມຂອງຮ່າງກາຍຫຼຸດລົງ ທ່ານຄວນດື່ມນ້ຳສະອາດໃຫ້ຫຼາຍໆ ແລະ ຫຼີກຫຼ່ຽງການດື່ມເຄື່ອງດື່ມທີ່ມີທາດເຫຼົ້າ ເພາະຈະເຮັດໃຫ້ເກີດພາວະຮ່າງກາຍຂາດນ້ຳໄດ້.
  • ຮັກສາອຸນຫະພູມຄວາມເຢັນຂອງຮ່າງກາຍຂະນະທີ່ອອກກຳລັງກາຍ: ໂດຍຫຼີກຫຼ່ຽງ ການອອກກຳລັງໃນຊ່ວງເວລາກາງເວັນ ຖ້າທ່ານຕ້ອງການອອກກຳລັງກາຍກາງແຈ້ງ ທ່ານຄວນເຮັດໃນຕອນເຊົ້າ ທີ່ມີອຸນຫະພູມບໍ່ຮ້ອນຫຼາຍ.
  • ນຸ່ງເຄື່ອງທີ່ມີເນື້ອຜ້າບາງເບົາ ແລະ ມີສີອ່ອນ ທີ່ເຮັດຈາກວັດສະດຸທຳມະຊາດ ເຊັ່ນ: ຜ້າຝ້າຍ ເພາະຈະຊ່ວຍໃນການລະບາຍອາກາດອອກຈາກຜິວໜັງໄດ້ດີ ແລະ ຍັງຊ່ວຍໃຫ້ອຸນຫະພູມໃນຮ່າງກາຍຕ່ຳລົງ ຈຶ່ງເຮັດໃຫ້ທ່ານຮູ້ສຶກເຢັນຂຶ້ນ.
  • “ເຫື່ອ” ສາມາດອອກໄດ້ເຖິງເຄິ່ງລິດຕໍ່ມື້ ຈາກຕີນທັງສອງຂ້າງ: ທ່ານສາມາດໃສ່ເກີບແຕະ ເພື່ອໃຫ້ເຫື່ອໄດ້ລະບາຍອອກ ຫຼື ຫາວິທີແກ້ບັນຫາເຫື່ອອອກຕີນໄດ້.
  • ໃຊ້ພັດລົມເພື່ອຊ່ວຍໃຫ້ອາກາດຖ່າຍເທ ແລະ ໝຸນວຽນ ຈາກປ່ອງຢ້ຽມໄດ້ສະດວກ ແລະ ປິດຜ້າກັ້ງໃນຊ່ວງເວລາກາງເວັນ ເພື່ອປ້ອງກັນຄວາມຮ້ອນຈາກແສງແດດໃນລະຫວ່າງທີ່ທ່ານບໍ່ຢູ່ບ້ານ.
  • ອາຫານທີ່ມີຣົດຊາດເຜັດຈັດ ຫຼື ເຄື່ອງດື່ມຮ້ອນໆ ອາດເຮັດໃຫ້ທ່ານມີເຫື່ອອອກຫຼາຍຂຶ້ນ ແຕ່ນີ້ອາດເປັນວິທີທີ່ດີ ເນື່ອງຈາກວ່າ ຮ່າງກາຍຈະຂັບເຫື່ອອອກມາຫຼາຍຈຶ່ງຊ່ວຍໃຫ້ອຸນຫະພູມໃນຮ່າງກາຍນັ້ນຫຼຸດລົງ, ແຕ່ຄວນລະວັງເລື່ອງການດື່ມຊາ ແລະ ກາເຟ.
  • ຄວນດື່ມນ້ຳສະອາດໃຫ້ຫຼາຍໆ ຖ້າທ່ານດື່ມເຄື່ອງດື່ມທີ່ມີ ເຄເຟອີນ ຈະເຮັດໃຫ້ຮ່າງກາຍຂາດນ້ຳ.
  • ອີກວິທີໜຶ່ງທີ່ສາມາດຫຼຸດຄວາມຮ້ອນໃນຮ່າງກາຍໄດ້ໄວແມ່ນ: ການເປີດນ້ຳເຢັນລ້າງຂໍ້ມື ຫຼື ໃສ່ຂວດນ້ຳສະເປໄວ້ໃນຕູ້ເຢັນ ເພື່ອນ້ຳມາສີດຕາມຮ່າງກາຍ ແລະ ໃບໜ້າ ໃຫ້ສົດຊື່ນຂຶ້ນ.
  • ຄວນນຳເຈ້ຍທິດຊູປຽກຕິດກະເປົາໄວ້ຕະຫຼອດ ເພື່ອເຊັດມື, ໜ້າ ແລະ ຄໍ ເມື່ອທ່ານຮູ້ສຶກຮ້ອນຕາມໃບໜ້າ ແລະ ຕົນໂຕ.
  • ຖ້າທ່ານຕ້ອງການໃຫ້ອຸນຫະພູມໃນຮ່າງກາຍເຢັນຂຶ້ນໃນເວລາກາງຄືນ ທ່ານຄວນລ້າງຕີນດ້ວຍນ້ຳເຢັນ ຫຼື ອາບນ້ຳດ້ວຍນ້ຳເຢັນກ່ອນເຂົ້ານອນ ໂດຍສະເພາະຢ່າງຍິ່ງ ຖ້າທ່ານຮູ້ສຶກຮ້ອນ ແລະ ມີເຫື່ອອອກຕອນກາງຄືນຢູ່ເປັນປະຈຳ.

More from author

Related posts

Latest posts

ເອັສຊີຈີ ສານຕໍ່ ໂຄງການ “SCG Sharing the Dream 2026”

ມອບທຶນການສຶກສາແກ່ເຍົາວະຊົນ ໃນ ສປປ ລາວ ຕໍ່ເນື່ອງເປັນປີທີ 15 ສ້າງຄົນລຸ້ນໃໝ່ "Green Active Generation" ພັດທະນາປະເທດໃຫ້ຍືນຍົງ 5 ພະຈິກ 2026 - ນະຄອນຫຼວງວຽງຈັນ ສປປ ລາວ: ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັສຊີຈີ...

ຊຳຊຸງ ເປີດໂຕ 3 ຮຸ່ນໃໝ່ ຕ້ອນຮັບທ້າຍປີ ເນັ້ນປະສິດທິພາບດີ ໃນລາຄາທີ່ເຂົ້າເຖິງໄດ້

ຊຳຊຸງວາງຈຳໜ່າຍ Galaxy A18, Galaxy A08 ແລະ Galaxy A07s ແລ້ວໃນ ສປປ ລາວ ຍົກຈຸດເດັ່ນດ້ານປະສິດທິພາບ ດ້ວຍຊິບເຊັດລຸ້ນໃໝ່ MediaTek Helio G99+ ແລະ RAM Plus ທີ່ຊ່ວຍເພີ່ມຄວາມໄວໃນການ ຮັບ-ສົ່ງ ຂໍ້ມູນ ຫຼຸດອາການໜ່ວງ ເປີດແອັບພລິເຄຊັນໄດ້ໄວ,...

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.