​ເມືອງຊະນະຄາມ ຕັ້ງເປົ້າມູນຄ່າຜະລິດກະສິກຳ 3 ຮ້ອຍຕື້ກວ່າກີບ

ເມືອງຊະນະຄາມ ແຂວງວຽງຈັນ ເປັນເມືອງໜຶ່ງທີ່ມີທ່າແຮງດ້ານການບໍລິການທາງຜ່ານ ແລະ ຍັງຖືເອົາການຜະລິດກະສິກຳເປັນສິນຄ້າເພື່ອສ້າງລາຍຮັບໃຫ້ກັບປະຊາຊົນ, ຂະນະທີ່ໃນປີ 2019 ນີ້ເມືອງດັ່ງກ່າວໄດ້ຕັ້ງເປົ້າໝາຍໃນການຜະລິດກະສິກຳເປັນສິນຄ້າຊຶ່ງຈະສາມາດສ້າງລາຍຮັບໃຫ້ໄດ້ປະມານ 3 ຮ້ອຍ ກວ່າຕື້ກີບຈາກທີ່ເຄີຍໄດ້ 265 ຕື້ກວ່າກີບ ໃນປີ 2018 ຜ່ານມາ.

ທ່ານ ບຸນຊ່ວງ ວັນສີ ຫົວໜ້າຫ້ອງການກະສິກຳ ແລະປ່າໄມ້ເມືອງຊະນະຄາມ ແຂວງວຽງຈັນ ໄດ້ລາຍງານໃຫ້ຮູ້ວ່າ: ຊະນະຄາມເປັນເມືອງໜຶ່ງທີ່ມີທ່າແຮງບົ່ມຊ້ອນດ້ານການປູກຝັງ ແລະ ການລ້ຽງສັດເພື່ອບໍລິໂພກ ແລະຜະລິດເປັນສິນຄ້າ, ທັງນີ້ກໍເພາະວ່າເມືອງຊະນະຄາມສາມາດເຮັດນາໄດ້ 2 ລະດູ ແລະມີລະ ບົບຊົນລະປະທານເອື້ອອຳນວຍຄວາມສະດວກໃນການຜະລິດກະສິກຳເປັນສິນຄ້າ, ດັ່ງນັ້ນ ໃນປີ 2018 ຜ່ານມາ, ສະເພາະການຜະລິດເຂົ້າຂອງເມືອງໃນຈຳ ນວນ 8 ພັນກວ່າເຮັກຕາສາມາດໃຫ້ຜົນຜະລິດໄດ້ທັງໝົດ 32,28 ພັນໂຕນ, ສະເລ່ຍໃຫ້ພົນລະເມືອງແລ້ວແມ່ນໄດ້ 792 ກິໂລຕໍ່ຄົນຕໍ່ປີ, ສ່ວນການຜະ ລິດພືດຊຶ່ງອັນພົ້ນເດັ່ນແມ່ນມັນຕົ້ນ, ກ້ວຍ ແລະປາມນ້ຳມັນ, ສຳລັບການລ້ຽງສັດເພື່ອສະໜອງທາດຊີ້ນໄດ້ 2,16 ພັນ ໂຕນ, ສະເລ່ຍໃສ່ຫົວຄົນໄດ້ 53 ກິໂລຕໍ່ຄົນຕໍ່ປີ, ພ້ອມນັ້ນຍັງສາມາດຂະຫຍາຍພັນເຂົ້າ ແລະພັນສັດເພື່ອຂະຫຍາຍໃນລະດູການຜະລິດຕໍ່ໜ້າອີກດ້ວຍ.

ພ້ອມດຽວກັນນັ້ນ, ໃນການຜະລິດກະສິກຳເປັນສິນຄ້າຂອງປີຜ່ານມາ, ເມືອງສາມາດສ້າງມູນຄ່າໄດ້ທັງໝົດ 265,80; ຕື້ກີບ, ໃນນັ້ນປູກພືດເປັນສິນຄ້າ 1,66 ແສນໂຕນລວມເປັນມູນຄ່າ 206 ຕື້ກວ່າກີບ(ຕົ້ນຕໍແມ່ນ ເຂົ້າ, ສາລີ, ໝາກເດືອຍ, ມັນຕົ້ນ, ກ້ວຍ, ໝາກຂາມຫວານ, ປາມນ້ຳມັນ, ຢາງພາລາ, ຂະຫຍາຍພັນໄມ້ໃຫ້ໝາກ ແລະອື່ນໆ), ນອກນັ້ນແມ່ນໄດ້ຈາກການລ້ຽງສັດ.

ທ່ານ ບຸນຊ່ວງ ວັນສີ ໃຫ້ຮູ້ອີກວ່າ: ເພື່ອສືບຕໍ່ເຮັດໃຫ້ວຽກງານການຜະລິດເປັນສິນຄ້າຂອງເມືອງເດີນໜ້າຕໍ່ໄປ ແລະ ບັນລຸຕາມລະດັບຄາດໝາຍໃນປີ 2019, ເມືອງຈຶ່ງວາງຄາດໝາຍສູ້ຊົນໃນການຜະລິດກະສິກຳເປັນສິນຄ້າໃຫ້ໄດ້ 1,63 ແສນໂຕນຄິດເປັນມູນຄ່າ 306,27 ຕື້ ກີບ, ໂດຍສ່ວນຫຼາຍແມ່ນຈະສຸມໃສ່ພືດເສດຖະກິດທີ່ເປັນປາຍແຫຼມເຊັ່ນ: ເຂົ້າ, ສາລີແຂງ, ປາມນ້ຳມັນ, ມັນຕົ້ນ, ກ້ວຍ, ໝາກຂາມຫວານ, ໝາກເດືອຍ ແລະ ພືດອື່ນໆ, ສ່ວນການລ້ຽງສັດຈະສາມາດຜະລິດເພື່ອເປັນສິນຄ້າໃຫ້ໄດ້ທັງໝົດ 2,28 ແສນໂຕນ ແລະປາໃຫ້ໄດ້ 989 ໂຕນ ລວມເປັນມູນຄ່າ 54 ຕື້ກວ່າກີບ.

ທີ່​ມາ: ນສພ ເສດຖະກິດ-ສັງຄົມ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...