ເຫງົານອນຫຼາຍຜິດປົກກະຕິ ໃນລະຫວ່າງເຮັດວຽກ ເກີດຈາກຫຍັງ?

ອາການເຫງົານອນຜິດປົກກະຕິ ໃນລະຫວ່າງເຮັດວຽກຢູ່ ເຖິງວ່າເຮົາຈະນອນມາເຕັມອີ່ມແລ້ວກໍຕາມ ເຊິ່ງຄົນສ່ວນໃຫຍ່ພົບບັນຫານີ້ຢູ່ບໍ່ຫຼາຍກໍໜ້ອຍ ມື້ນີ້ເຮົາຈະມາບອກເຖິງສາເຫດວ່າເກີດຈາກຫຍັງ ແລະ ວິທີການແກ້ໄຂ ທີ່ເຮົາສາມາດປະຕິບັດໄດ້ເອງໃນເບື້ອງຕົ້ນ.

ອາການເຫງົານອນເກີດຂຶ້ນຈາກຫຼາຍສາເຫດ ເຊິ່ງໜຶ່ງໃນນັ້ນອາດຈະແມ່ນອາການເມົາຄ້າງ ແຕ່ຮູ້ບໍ່ວ່າເຖິງເຮົາບໍ່ເມົາຄ້າງກໍສາມາດເກີດຂຶ້ນໄດ້ເຊັ່ນ ເກີດຈາກຮູບແບບການໃຊ້ຊີວິດ, ບັນຫາສຸຂະພາບຈິດ ແລະ ບັນຫາສຸຂະພາບຮ່າງກາຍ.

1. ຮູບແບບການໃຊ້ຊີວິດ

ການໃຊ້ຊີວິດໃນແຕ່ມື້ວັນ ລ້ວນສົ່ງຜົນເຮັດໃຫ້ເກີດອາການເງົານອນໃນລະຫວ່າງວັນໄດ້ ບໍ່ວ່າຈະເປັນການນອນເດິກຕິດຕໍ່ກັນຫຼາຍມື້, ການກິນອາຫານທີ່ມີທາດແປ້ງຫຼາຍເກີນໄປ ຫຼື ການດື່ມເຄື່ອງດື່ມທີ່ມີຄາເຟອີນຫຼາຍເກີນໄປໃນຊ່ວງຕອນສວາຍ.

2. ບັນຫາສຸຂະພາບຈິດ

ການປ່ຽນແປງທາງດ້ານອາລົມກໍເປັນອີກໜຶ່ງສິ່ງທີ່ເປັນສາເຫດໃຫ້ເກີດອາການເຫງົານອນໃນລະຫວ່າງວັນໄດ້ ເຊິ່ງມີສາເຫດມາຈາກການເບື່ອໜ່າຍ ກັງວົນກັບສິ່ງທີ່ເປັນຢູ່ ໃນບາງບຸກຄົນອາດຈະມີພາວະຊຶມເສົ້າ ຫຼື ພາວະຄຽດຮ່ວມນໍາ.

3. ບັນຫາສຸຂະພາບຮ່າງກາຍ

ບັນຫາສຸຂະພາບຮ່າງກາຍບາງປະການ ກໍສາມາດກໍ່ໃຫ້ເກີດອາການເຫງົານອນໄດ້ ເຊັ່ນ: ຂີ້ຄ້ານບໍ່ມັກອອກກຳລັງກາຍ, ຮ່າງກາຍບໍ່ຄຸ້ນເຄີຍກັບການນອນຕອນກາງຄືນເຮັດໃຫ້ນອນບໍ່ພຽງພໍ, ຮ່າງກາຍຫາຍໃຈຜິດປົກກະຕິໃນລະຫວ່າງຫຼັບເຮັດໃຫ້ສະດຸ້ງຕື່ນຢູ່ຕະຫຼອດ ຫຼື ການທີ່ເຮົາມັກເຮັດວຽກຕອນເດິກໆ ເຮັດໃຫ້ຮ່າງກາຍເຄີຍຊິນທີ່ຈະເຮັດວຽກຕອນກາງຄືນ.

ວິທີການແກ້ໄຂໃນເບື້ອງຕົ້ນ ທີ່ເຮົາສາມາດປະຕິບັດໄດ້ເອງ

ການເຫງົານອນຜິດປົກກະຕິຈະເຮັດໃຫ້ເຮົາບໍ່ສົດຊື່ນແລ້ວ ຍັງສົ່ງຜົນເສີຍຕໍ່ປະສິດທິພາບໃນການເຮັດວຽກ ແລະ ການດຳເນີນຊີວິດໃນແຕ່ລະວັນອີກດ້ວຍ ດັ່ງນັ້ນ ເຮົາຄວນຕ້ອງປະຕິບັດຕາມວິທີແກ້ໄຂທີ່ເໝາະສົມຢ່າງຖືກຈຸດ.

  • ປັບປ່ຽນພຶດຕິກຳໃນການນອນ ໃຫ້ຕົງໂມງນອນ ແລະ ໃຫ້ພຽງພໍຕໍ່ກັບທີ່ຮ່າງກາຍຕ້ອງການ.
  • ອອກກຳລັງການ ອອກໄປແລ່ນເບົາໆ ຫຼື ໄປຫຼິ້ນກິລາຢູ່ເປັນປະຈຳເພື່ອບໍ່ໃຫ້ຮ່າງກາຍເຮົາຕູ້ຍຂຶ້ນ.
  • ເລືອກກິນອາຫານ ແລະ ເຄື່ອງດື່ມ ກິນອາຫານທີ່ມີປະໂຫຍດ ກິນໃນປະລິມານທີ່ເໝາະສົມ.
  • ຫຼຸດຄວາມຄຽດ ແລະ ຄວາມກັງວົນລົງ ເພື່ອຈະເຮັດໃຫ້ສຸຂະພາບຈິດດີຂຶ້ນ.
  • ວິທີສຸດທ້າຍປຶກສາໝໍສະເາພະທາງ ຫຼື ຮັກສາດ້ວຍວິທີທາງການແພດ.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...