ວັດທາດຫຼວງໃຕ້ ວັດທີ່ຢູ່ຄຽງຄູ່ພຣະທາດຫຼວງວຽງຈັນ

ວັດທາດຫຼວງໃຕ້ ຖືວ່າເປັນວັດທີ່ສຳຄັນແຫ່ງໜຶ່ງຂອງນະຄອນຫຼວງວຽງຈັນ ທີ່ຄຽງຄູ່ກັບວັດທາດຫຼວງເໜືອ ແລະ ພຣະທາດຫຼວງວຽງຈັນ ໂດຍພາຍໃນວັດທາດຫຼວງໃຕ້ ມີປະຕິມະກຳ ພຣະນອນອົງໃຫຍ່ ທີ່ປະດິດສະຖານໄວ້ດ້ານຂ້າງຂອງວັດ ເຊິ່ງຖືໄດ້ວ່າເປັນຈຸດທີ່ນັກທ່ອງທ່ຽວມັກໄປກຣາບໄຫວ້ ແລະ ທ່ຽວຊົມ.

ພຣະນອນອົງໃຫຍ່ນີ້ ເລີ່ມກໍ່ສ້າງຂຶ້ນໃນວັນທີ 08 ພະຈິກ 2009 ແລະ ກໍສ້າງສຳເລັດໃນວັນທີ 30 ເມສາ 2012 ມີມູນຄ່າການກໍ່ສ້າງທັງໝົດ 445.014.400 ກີບ ໂດຍການນໍາຂອງພຣະອາຈານ ຍຸງຄຳ ດວງປັນຍານາຄາມ ເຈົ້າອະທິການວັດ ທາດຫຼວງໃຕ້ ພຣະອາຈານ ອິນປັນ ພ້ອມດ້ວຍພະສົງ, ສາມະເນນ ພາຍໃນວັດ ນະຕອນນັ້ນ, ພ້ອມດ້ວຍອອກຕົນຍາດໂຍມທັງພາຍໃນ ແລະ ຕ່າງປະເທດ.

ນອກນັ້ນ, ຍັງມີປະຕິມະກຳຮູບປັ້ນຂອງ ສິນໄຊ ສີໂຫ ສັງທອງ ທີ່ໄດ້ຊ່າງປະຕິມະກຳປັ້ນຈາກ ສະຖາບັນວິຈິດສິນແຫ່ງຊາດ ມີມູນຄ່າການກໍ່ສ້າງທັງໝົດ 123.000.000 ກີບ ໂດຍໄດ້ມີການສ້າງສຳເລັດໃນວັນທີ 29 ມີນາ 2020 ເຊິ່ງເປັນໄລຍະທີ່ລັດຖະບານໄດ້ປະກາດໃຫ້ທຸກຄົນຢູ່ເຮືອນ ເພື່ອຮັບມືກັບການລະບາດຂອງພະຍາດຮ້າຍໂຄວິດ-19 ເຮັດໃຫ້ຫຼາຍໆຄົນອາດຍັງບໍ່ເຄີຍເຫັນຮູບປັ້ນດັ່ງກ່າວ.

ປະຕິມະກຳຮູບປັ້ນມາຈາກເລື່ອງ “ສັງສິນໄຊ” ແມ່ນເປັນວັນນະຄະດີຊັ້ນຍອດຂອງລາວ ເປັນໜຶ່ງໃນມໍລະດົກແຫ່ງຊາດ ທາງດ້ານວັດທະນະທໍາ ທີ່ລັດຖະບານ ໄດ້ປະກາດອອກໃນກົດໝາຍວ່າດ້ວຍ ມໍລະດົກແຫ່ງຊາດ ປີ 2005 (ພາກທີ 3 ໝວດທີ 1 ມາດຕາ 18) ໂດຍຜູ້ແຕ່ງເດີມໄດ້ແຕ່ງເປັນຄໍາຮ້ອຍແກ້ວ ຫຼື ໜັງສືເທດແບບໜັງສືຊາດົກ ຕໍ່ມາ ທ້າວ ປາງຄໍາ ຈິ່ງໄດ້ແຕ່ງອອກເປັນຄໍາກອນໃຊ້ສຳລັບອ່ານ ຟັງ ໃນເວລາມີຄວາມໂສກເສົ້າ ເປັນຕົ້ນແມ່ນ ເວລາງັນເຮືອນດີ.

ປະຕິມະກຳດັ່ງກ່າວແຕ່ກ່ອນ ແມ່ນມີແນວຄິດວ່າຢາກຈະສ້າງຢູ່ວົງວຽນໃຫ່ຍ ຢູ່ໂພນເຄັງ ແຕ່ກໍ່ບໍ່ໄດ້ຮັບອະນຸຍາດຈາກພາກສ່ວນທີ່ກ່ຽວຂ້ອງ ຈົນເວລາຜ່ານມາ 3 ປີ ຈຶ່ງໄດ້ຄິດຢາກຈະສ້າງໄວ້ຢູ່ຈຸດອື່ນ ເພື່ອໃຫ້ລູກຫຼານລາວໄດ້ເບິ່ງ ໄດ້ຈາລືກວ່າວັນນະຄະດີເລື່ອງນີ້ ແມ່ນຂອງລາວແທ້ໆ. ຫຼັງຈາກນັ້ນ ກໍ່ໄດ້ມາຂໍອະນຸຍາດນຳ ພຣະອາຈານ ອິນປັນ ພິລາວັນ ເຈົ້າອະທິການວັດທາດຫຼວງໃຕ້ ເພື່ອມາສ້າງໄວ້ຢູ່ວັດແຫ່ງນີ້ ແຕ່ກໍ່ໄດ້ເຮັດຂະໜາດນ້ອຍລົງ ເພື່ອໃຫ້ເໝາະສົມກັບສະຖານທີ່.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...