ຈອງບ່ອນຕັ້ງແຄັມແລ້ວບໍ່! ລວມສະຖານທີ່ຕັ້ງແຄັມງາມໆ ທີ່ສາຍ Camping ບໍ່ຄວນພາດ

ເຮັດວຽກມາເມື່ອຍໆມາໝົດປີ ທ້າຍປີຕ້ອງຈັດທິບທ່ຽວພັກຜ່ອນຍ່ອນໃຈໃຫ້ລາງວັນໂຕເອງ ເພື່ອສູ້ວຽກຕໍ່ໃນປີໜ້າ ມື້ນີ້ເຮົາຈະມາແນະນຳສະຖານທີ່ຕັ້ງແຄ້ມງາມໆ ກຽມຈອງໄວ້ກ່ອນໂລດບໍ່ຊັ້ນຮອດທ້າຍປີຈະບໍ່ມີບ່ອນຫວ່າງເລີຍ.

ລີເວີມູນ

ລີເວີມູນ ເມືອງ ສີໂຄດຕະບອງ ນະຄອນຫຼວງວຽງຈັນ: ເປັນສະຖານທີ່ນັ່ງຊິວລິມນໍ້າ ເໝາະສຳລັບຜູ້ທີ່ບໍ່ມັກກະກຽມຫຍັງໄປ ເພາະສະຖານທີ່ເພິ່ນກຽມໃຫ້ທຸກຢ່າງແລ້ວ ບໍ່ວ່າຈະເປັນອາຫານການກິນ, ກາງເຕັ້ນໃນຕູບໄວ້ໃຫ້ ພຽງແຕ່ໂທຈອງສະຖານທີ່ໄວ້ກ່ອນ ເນື່ອງຈາກມັກຈະມີຄົນຈອງຫຼາຍໃນຊ່ວງເທສະການ ຫຼື ມື້ພັກທົ່ວໄປ. ເບີໂທ 020 5599 3737, 020 5959 1331.

ຜາທອງ

ຜາທອງ ເມືອງ ເຟືອງ ແຂວງ ວຽງຈັນ: ເປັນອີກສະຖານທີ່ໜຶ່ງທີ່ງາມຫຼາຍ ອ້ອມຮອບໄປດ້ວຍທຳມະຊາດ ພູຜາປ່າໄມ້ ແມ່ນໍ້າ ແລະ ທົ່ງນາ ສະຖານທີ່ສະງົບງຽບດີ ເໝາະສຳລັບສາຍ camping ໄລຍະທາງຈາກ ນະຄອນຫຼວງ-ຜາທອງ 110 ກິໂລແມັດ, ສຳລັບຈຸດກາງເຕັ້ນຜາທອງແມ່ນເປັນຂອງສ່ວນບຸກຄົນ ໃຜທີ່ສົນໃຈແມ່ນຕ້ອງໄດ້ຕິດຕໍ່ຈອງສະຖານທີ່ກ່ອນ ເພື່ອໃຫ້ເຈົ້າຂອງສະຖານທີ່ອຳນວຍຄວາມສະດວກໃຫ້. ເບີໂທ: 020 9934 9997 (ອ້າຍວັນນາ).

ພູຫົວໂລ້ນ

ພູຫົວໂລ້ນ ບ້ານ ພູຫົວຊ້າງ ເມືອງ ອະນຸວົງ ແຂວງ ໄຊສົມບູນ: ຖືວ່າເປັນອີກໜຶ່ງແຫຼ່ງທ່ອງທ່ຽວທີ່ໄດ້ຮັບຄວາມນິຍົມຫຼາຍທີ່ສຸດໃນປີນີ້ເລີຍກໍວ່າໄດ້ ເປັນຈຸດຕັ້ງແຄ້ມເທິງພູເຂົາ ຍິ່ງໄປຕອນຍາມອາກາດໜາວແບບນີ້ ຕື່ນເຊົ້າມາກໍຈະເຫັນທະເລໝອກ. ເບີໂທ 020 9945 9104, 020 9699 8361

ຜາທໍ່ວິວ

ຜາທໍ່ວິວ ໂຮມສະເຕ ເມືອງ ເຟືອງ ແຂວງ ວຽງຈັນ: ຈຸດກາງເຕັ້ນນ້ອງໃໝ່ ມີສິ່ງອຳນວຍຄວາມສະດວກຫຼາຍບໍ່ວ່າຈະເປັນ ໄຟຟ້າ, ຫ້ອງນໍ້າ, ອາຫານ, ເຕັ້ນນອນ ແລະຍັງມີບໍລິການໂຮມສະເຕພ້ອມ. ເບີໂທ 020 9168 2288

ຟາມພາຈະເລີນ

ຟາມພາຈະເລີນ ບ້ານອ່າງນ້ອຍ ເມືອງ ສັງທອງ ນະຄອນຫຼວງວຽງຈັນ: ເປັນທັງບ່ອນຕັ້ງແຄ້ມ ແລະ ບ່ອນທ່ອງທ່ຽວ ໂດຍໃນສະຖານທີ່ຈະມີທັງ ຮ້ານອາຫານ, ຮ້ານກາເຟ, ທີ່ພັກຜ່ອນວິວງາມໆແຄມນ້ຳຂອງ, ສະລອຍນ້ຳ. ເບີໂທ 020 2808 8888, 020 5556 4954, 020 2300 0498.

ປາຊີຟິກບລູ

ປາຊີຟິກບລູ ບ້ານຫວ້ຍຫອ້ມ ເມືອງ ສີໂຄດຕະບອງ ແຂວງ ນະຄອນລວງວຽງຈັນ: ສວນອາຫານບັນຍາກາດດີ ໃກ້ກັບແມ່ນໍ້າຂອງ ມີຫຼາຍໂຊນໄວ້ຮອງຮັບ ຕູບແຄມຂອງ ຕູບຫ້ອງແອ ໂຊນນັ່ງໄກ້ບ່ອນຫລີ້ນເດັກນ້ອຍ ໂຊນນັ່ງກ້ອງຕົ້ນໄມ້ ແລະ ສາມາດຈອງຈຸດຕັ້ງແຄ້ມໄດ້. ເບີໂທ 020 5544 4888.

ເຖິງຢ່າງໃດກໍຕາມຈາກການສອບຖາມບັນດາຮ້ານໃນເບື້ອງຕົ້ນແມ່ນທ້າຍປີຍັງສາມາດຈອງກັນໄດ້ຢູ່ ແຕ່ມີບ່ອນໜຶ່ງກໍຄື ລີເວີມູນ ມື້ເຄົ້າດາວແມ່ນບ່ອນຕັ້ງແຄັມເພິ່ນເຕັມແລ້ວ ສຳລັບໃຜທີ່ມີແຜນໄປທ່ຽວຢູ່ໃສໃນທ້າຍປີກໍຢ່າລືມຈອງກັນໄວ້ກ່ອນໄປເດີ້ ເພາະຖ້າໄປເອົາຢູ່ດ່ານໜ້າອາດຈະເຕັມໄດ້.

More from author

Related posts

Latest posts

ເອັສຊີຈີ ສານຕໍ່ ໂຄງການ “SCG Sharing the Dream 2026”

ມອບທຶນການສຶກສາແກ່ເຍົາວະຊົນ ໃນ ສປປ ລາວ ຕໍ່ເນື່ອງເປັນປີທີ 15 ສ້າງຄົນລຸ້ນໃໝ່ "Green Active Generation" ພັດທະນາປະເທດໃຫ້ຍືນຍົງ 5 ພະຈິກ 2026 - ນະຄອນຫຼວງວຽງຈັນ ສປປ ລາວ: ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັສຊີຈີ...

ຊຳຊຸງ ເປີດໂຕ 3 ຮຸ່ນໃໝ່ ຕ້ອນຮັບທ້າຍປີ ເນັ້ນປະສິດທິພາບດີ ໃນລາຄາທີ່ເຂົ້າເຖິງໄດ້

ຊຳຊຸງວາງຈຳໜ່າຍ Galaxy A18, Galaxy A08 ແລະ Galaxy A07s ແລ້ວໃນ ສປປ ລາວ ຍົກຈຸດເດັ່ນດ້ານປະສິດທິພາບ ດ້ວຍຊິບເຊັດລຸ້ນໃໝ່ MediaTek Helio G99+ ແລະ RAM Plus ທີ່ຊ່ວຍເພີ່ມຄວາມໄວໃນການ ຮັບ-ສົ່ງ ຂໍ້ມູນ ຫຼຸດອາການໜ່ວງ ເປີດແອັບພລິເຄຊັນໄດ້ໄວ,...

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.