ນະຄອນຫຼວງວຽງຈັນ ຫຼາຍຮ້ານເລີ່ມຈຳໜ່າຍເຄື່ອງເທດສະການກຸດຈີນ.

ໃກ້ຮອດເທດສະການກຸດຈີນ ບັນດາພໍ່ຄ້າ ແລະ ແມ່ຄ້າຊາວຂາຍ ຕາມແຄມທາງໃນເຂດຖະໜົນຂຸນບູລົມ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ກໍໄດ້ມີການວາງຈໍາໜ່າຍສິນຄ້າເຄື່ອງໄຫວ້ ແລະ ເຄື່ອງປະດັບປະດາ ເພື່ອຕ້ອນຮັບກຸດຈີນທີ່ກຳລັງຈະ ມາເຖິງໃນເດືອນກຸມພານີ້.

ຈາກການສອບຖາມເຈົ້າຂອງຮ້ານທີ່ຂາຍເຄື່ອງຢູ່ເຂດຖະໜົນຂຸນບູລົມ ໄດ້ໃຫ້ຮູ້ວ່າ: ໄດ້ເລີ່ມເປີດຮ້ານມາແລ້ວຕັ້ງແຕ່ຊ່ວງເດືອນ ມັງກອນ ແລ້ວເຊິ່ງກໍມີຄົນມາຊື້ເຄື່ອງຢູ່ເລື້ອຍໆແຕ່ບໍ່ຫຼາຍເທົ່າທີ່ຄວນ ເພາະຕາມປົກກະຕິກໍເປັນແບບ ນີ້ຢູ່ແລ້ວ ເຊິ່ງຈະມີຄົນຈະຫຼາຍກໍຢູ່ໃນຊ່ວງໃກ້ຮອດມື້ແທ້ໆຄືວັນທີ 8 ວັນ 9 ເຊິ່ງເປັນມື້ກະກຽມແທ້ ແລະ ຈະເປີດຮ້ານຈົນຮອດທ້າຍອາທິດ ວັນຈັນວັນທີ 12 ກຸມພາ 2024 ກໍຈະເລີ່ມຂົນເຄື່ອງອອກເພື່ອປິດຮ້ານ.

ສໍາລັບເລື່ອງຂອງລາຄາເຄື່ອງຕ່າງໆຈາກການສຳຫຼວດ ກໍໄດ້ຮູ້ວ່າ ເຄື່ອງທີ່ນໍາເອົາມາຂາຍໃນປີນີ້ ແມ່ນມີລາຄາທີ່ສູງຂຶ້ນເມື່ອທຽບ ໃສ່ປີທີ່ຜ່ານມາ ໂດຍສະເພາະເຂົ້າໜົມເຄື່ອງໄຫວ້ ແລະ ເຂົ້າຕົ້ມ ໃສ້ໝູ ຫໍ່ໜຶ່ງລາຄາຢູ່ທີ່ 65.000 ກີບ ຫາ 80.000 ກີບ ຈາກແຕ່ກ່ອນ 50.000 ກີບ ແຕ່ວ່າຊອງອັງເປົ່າຍັງລາຄາເທົ່າເດີມ 8.000 ກີບ ຫາ 10.000 ກີບ.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...