4 ເຄື່ອງ​ມື​ໃນ​ການ​ແປ​ເອ​ກະ​ສານ ​ນໍາ​ໃຊ້​ຟຣີ​ ບໍ່​ຈໍາ​ເປັນ​ຕ້ອງ​ຕິດ​ຕັ້ງ​ໂປແກຣມເພີ່ມ

ໃຜກໍ່ຕາມທີ່ຕ້ອງການທີ່ຈະແປ PDF ຫຼື ເອກະສານເປັນພາສາທີ່ແຕກຕ່າງກັນໃນມື້ນີ້ສາມາດເຮັດໄດ້ງ່າຍໆ ໂດຍການນໍາໃຊ້ເຄື່ອງມືການແປພສາອອນໄລນ໌ ເຊິ່ງໃຊ້ໂດຍບໍ່ຕ້ອງຕິດຕັ້ງແອັບ ບໍ່ຕ້ອງລຳບາກຄືແຕ່ກ່ອນທີ່ຈະຕ້ອງມານັ່ງແປພາສາເທື່ອປະໂຫຍກ ເທື່ອລະແຖວ ຄືກັບການແປພາສາທີ່ຜ່ານມາ. ດັ່ງ​ນັ້ນ ເຮົາເລີຍຈະມາແນະນຳ​ເຄື່ອງ​ມື​ທີ່​ສາ​ມາດ​ນໍາ​ໃຊ້​ເພື່ອ​ແປພາສາໝົດເອກະສານໄດ້ແບບຟຣີໆ ເຊິ່ງຈະມີໂຕໃດແນ່ໄປເບິ່ງນຳກັນເລີຍ.

ແປຜ່ານ Google Translate

Google Translate ເປັນເວັບໄຊແປພາສາ ທີ່ຫຼາຍຄົນຮູ້ຈັກດີ. ນອກ​ຈາກ​ການ​ແປ​ພາ​ສາ​ຈາກ​ທົ່ວ​ໂລກ​ ຍັງສາມາດຖືກນໍາໃຊ້ເພື່ອແປ ເອກະສານ PDF ເຊັ່ນດຽວກັນ ວິທີການແປພາສາແມ່ນງ່າຍຫຼາຍ. ປະຕິບັດຕາມຂັ້ນຕອນດັ່ງນີ້:

  • ໄປ​ຫາ translate.google.com
  • ກົດເຂົ້າໄປທີ່ Document > ອັບໂຫຼດໄຟລ໌ທີ່ທ່ານຕ້ອງການທີ່ຈະແປ.
  • ຄລິກເພື່ອເລືອກພາສາທີ່ທ່ານຕ້ອງການແປໃນໄຟລ໌ເອກະສານ ແລ້ວດາວໂຫຼດ.

ແປຜ່ານ Doctranslator

ເວັບໄຊການແປພາສາ Doctranslator ສາມາດແປ PDF ທີ່ມີໄຟລ໌ຂະຫນາດໃຫຍ່ເຖິງ 5.000 ຫນ້າ, ມີຫຼາຍກ່ວາ 100 ພາສາ ທີ່ສໍາຄັນຍັງສາມາດແປເອກະສານອື່ນໆອີກເຊັ່ນ Word, Excel, ແລະ ໄຟລ໌ Powerpoint. ຂັ້ນຕອນການແປງ່າຍໆພຽງແຕ່ອັບໂຫລດເອກະສານແລ້ວເລືອກພາສາທີ່ທ່ານຕ້ອງການແປ.

ແປຜ່ານ Groupdocs

Groupdocs ເວັບ​ໄ​ຊການານ​ແປ​ພາ​ສາອອນ​ໄລ​ນ​໌​ຟຣີ ​ເຊິ່ງຟັງຊັ້ນແລະບໍລະການ ຈະຄ້າຍກັບ Doctranslator.

ແປຜ່ານ pdft.ai

Pdft.ai ເວັບໄຊການແປພາສາທີ່ສາມາດແປພາສາໃດກໍ່ຕາມທີ່ທ່ານຕ້ອງການມັນໃຊ້ ເພາະໃຊ້ລະບົບ AI ເພື່ອຊ່ວຍໃຫ້ການແປພາສາ ແລະ ຮອງຮັບການແປພາສາຈາກໄຟລ໌ຕ່າງໆທີ່ໃຊ້ເປັນປະຈໍາເຊັ່ນ Word, PDF, Excel, ແລະອື່ນໆ ຂັ້ນຕອນໃນການນໍາໃຊ້ການແປພາສາແມ່ນງ່າຍໆ ພຽງແຕ່ເລືອກໄຟລ໌ທີ່ທ່ານຕ້ອງການແປ, ເລືອກພາສາ ແລະ ກົດແປ ສອງ​ສາມ​ຂັ້ນ​ຕອນ​ແມ່ນ​ທັງ​ຫມົດ​ທີ່​ທ່ານ​ຕ້ອງ​ເຮັດ​.

ການແປພາສາໃນເອກະສານ ສິ່ງທີ່ເຮົາຄວນຮູ້ຄື ເຮົາຕ້ອງໄດ້ເທີ່ຕ້ອງໄດ້ກວດການແປພາສາຄືນທຸກຄັ້ງ ເພາະພາສາອາດຈະບໍ່ຖືກຕ້ອງຕາມທີ່ເຮົາໃຊ້ຕົວຈິງ, ຕົວອັກສອນອາດຈະຖືກລະເວັ້ນ, ຂໍ້ຄວາມການແປອາດຈະບໍ່ຄົບຖ້ວນ ແລະເວັບເຫຼົ່ານີ້ຍັງບໍ່ສາມາດແປພາສາລາວໃຫ້ມີຄວາມຖືກຕ້ອງ 100% ເທື່ອ ສະນັ້ນຢ່າລືມກວດຄືນເດັດຂາດ.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...