9 ເທັກນິກການນຳໃຊ້ອຸປະກອນໄອທີຢ່າງປອດໄພ.

ເພື່ອປ້ອງກັນບໍ່ໃຫ້ເກີດການສູນເສຍ ຫຼືຄວາມເສຍຫາຍຂອງຂໍ້ມູນ, ປ້ອງກັນການລັກຂໍ້ມູນ ແລະປ້ອງກັນບໍ່ໃຫ້ຂໍ້ມູນຖືກຂັດຂວາງ ມື້ນີ້ເຮົາ້ລີຍຈະມາແນະນຳວິທີການເພື່ອປົກປ້ອງຂໍ້ມູນຂອງທ່ານ.

  • ສໍາຮອງຂໍ້ມູນລົງໃນ flash drive ຫຼື SD Card ເປັນປະຈຳ.
  • ອັບເດດຊອບແວເປັນເວີຊັນຫຼ້າສຸດຢູ່ຕະຫຼອດ.
  • ຢ່າເຊື່ອ Wi-Fi ສາທາລະນະ ຖ້າຫາກຈໍາໃຊ້ກໍຄວນເຊື່ອມຕໍ່ຜ່ານ VPN.
  • ຈົ່ງລະມັດລະວັງຕົວເອງ ແລະ ສັງເກດທັດສະນະຄະຕິຂອງຄົນອ້ອມຂ້າງທ່ານສະເໝີ.
  • ລະ​ຫັດ​ຂໍ້​ມູນ​ກ່ຽວ​ກັບ​ອຸ​ປະ​ກອນ​ທັງ​ໝົດຂອງທ່ານ ແລະ ໄຟລ໌ທີ່ສໍາຄັນ ຄວນຈະທີມີລະຫັດຜ່ານທີ່ຄາເດົາໄດ້ຍາກ.
  • ເຊື່ອມຕໍ່ກັບເວັບໄຊທ໌ຜ່ານ HTTPS ຫຼື ເວັບໄຊທ໌ທີ່ເປີດໃຊ້ງານການຢືນຢັນຕົວຕົນແບບສອງຂັ້ນຕອນ.
  • ຫ້າມປະຖິ້ມອຸປະກອນໄອທີໄວ້ໂດຍບໍ່ມີໃຜເບິ່ງແຍງ.
  • ຫາແນວມາປິດກ້ອງດ້ານໜ້າ ຫຼື Webcam ເພື່ອປ້ອງກັນການລັກເບິ່ງໜ້າຈໍ.
  • ໃຊ້ຄອມພິວເຕີຜູ້ກູ້ຢືມຊົ່ວຄາວທີ່ມີພຽງແຕ່ຂໍ້ມູນທີ່ກ່ຽວຂ້ອງກັບການເຮັດວຽກທີ່ສໍາຄັນໃນເວລານັ້ນ.

ເຖິງຢ່າງໃດກໍຕາມການປ້ອງກັນໄວ້ຈະເປັນການດີທີ່ສຸດ ເພາະບາງກໍລະນີອາດຈະບໍ່ສາມາດກູ້ຂໍ້ມູນທີ່ໄດ້ ແລະ ບາງກໍລະນີອາດຖືກລັກເອົາຂໍ້ມູນໄປເຮັດສິ່ທີ່ບໍ່ດີ.

More from author

Related posts

Latest posts

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...

ເປັນຫຍັງ? ຜົມຈຶ່ງຫງອກກ່ອນໄວ

ມັນເປັນເລື່ອງປົກກະຕິທີ່ເຮົາອາຍຸຫຼາຍຂຶ້ນຜົມຈະຫງອກຂາວໄປຕາມທຳມະຊາດຂອງການເຕີບໂຕ ແຕ່ຖ້າອາຍຸຍັງນ້ອຍແຕ່ຊ້ຳພັດມີຜົມຂາວແລ້ວ ມັນເປັນຍ້ອນຫຍັງແທ້? ປັດຈຸບັນ ໄວໜຸ່ມບາງຄົນອາຍຸຍັງບໍ່ຮອດເລກສາມເທື່ອ ແຕ່ມີຜົມຂາວເປັນຈຳນວນຫຼາຍ ລອງມາເບິ່ງສາເຫດທີ່ພົບເຫັນໄດ້ຫຼາຍນຳກັນ:

ສັນຍານເຕືອນ! ທີ່ບອກໃຫ້ຮູ້ວ່າເຈົ້າກໍາລັງເຮັດວຽກຫຼາຍເກີນໄປ.

ເຈົ້າເຄີຍສຳຫຼວດຕົນເອງບໍ່ວ່າ ເຈົ້າເປັນຄົນທີ່ເຮັດວຽກຫຼາຍເກີນໄປຫຼືບໍ່ ເພາະການເຮັດວຽກຫຼາຍບໍ່ແມ່ນວ່າເປັນນເລື່ອງບໍ່ດີ ແຕ່ອາດຈະສົ່ງຜົນກະທົບຕໍ່ສຸຂະພາບ ແລະ ສະພາບຈິດໃຈຂອງເຈົ້າເອງໂດຍບໍ່ຮູ້ໂຕ. ສະນັ້ນເຮົາຈະຮູ້ໄດ້ແນວໃດວ່າເຮົາເປັນຄົນເຮັດວຽກຫຼາຍເກີນໄປ? ມື້ນີ້ຈະມາບອກເຖິງສັນຍານທີ່ບົ່ງບອກວ່າເຮົາເປັນຄົນທີ່ເຮັດວຽກຫຼາຍເກີນໄປ.