ຕັດວີດີໂອ ໃຊ້ເພງລິຂະສິດຟຣີ! Google ເປີດຕົວແອັບຕັດຕໍ່ Youtube Create

Google ໄດ້ເປີດຕົວແອັບໃໝ່ສໍາລັບການຕັດຄິບວີດີໂອໂດຍສະເພາະ ເຊິ່ງແອັບດັ່ງກ່າວຟັງຊັນຕັດຕໍ່​ພື້ນ​ຖານ​ທັງ​ຫມົດ​ຈາກ​ການ​ຕັດຕໍ່​, ເພີ່ມສຽງ​​, ການ​ແກ້​ໄຂ​ກໍາ​ນົດ​ເວ​ລາ​ຫຼາຍ​, ເພີ່ມໂຕໜັງສື, ການ​ເຮັດ​ໃຫ້​ຄິບ​ສັ້ນ​ ແລະ ຄິບ​ຍາວ​.

ຈາກການໃຊ້ງານຕົວຈິງ ເຫັນວ່າຂໍ້ດີຂອງແອັບດັ່ງກ່າວແມ່ນ ມັນສາມາດເພີ່ມຄໍາບັນຍາຍ ແລະ ໃຊ້ AI ເພື່ອຕັດສຽງລົບກວນໄດ້. ນອກຈາກນັ້ນ, ຍັງມີຫ້ອງສະໝຸດສຽງເພງໃຫ້ໃຊ້ງານຟຣີໄປຕັດວີດີໂອລົງ Youtube ແບບບໍ່ຕິດລິຂະສິດ.

ເຖິງວ່າແອັບດັ່ງກ່າວຈະເປີດຕົວມາໃຫ້ໃຊ້ງານແລ້ວ ແຕ່ກໍໃຫ້ໃຊ້ສໍາລັບຜູ້ໃຊ້ໂທລະສັບມືຖື Android ເທົ່ານັ້ນ ເນື່ອງຈາກວ່າມັນຍັງຢູ່ໃນຂັ້ນຕອນທົດລອງ (Beta) ເຊິ່ງໃນບາງຟັງຊັນອາດຈະຍັງບໍ່ມີເຊັ່ນ: ການເພີ່ມ FONT ການຕັດສາກຂຽວ ແລະ ການເອົາຄິບວີດີໂອອອກມາກໍສາມາດສົ່ງອອກໄດ້ສູງສຸດພຽງແຕ່ຄວາມຄົມຊັດ 1080P FHD 30FPS.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...