HAPPY 3 BOY! ວົງ Hip Hop ນ້ອງໃໝ່ ຈາກ MADER MUSIC

ວົງການເພງລາວກໍາລັງໄປໄກ ແລະ ມີສິລະປິນໜ້າໃໝ່ເພີ່ມຂຶ້ນເລື້ອຍໆ ຫຼ້າສຸດ, ຄ້າຍເພງໃໝ່ຢ່າງ MADER MUSIC ກໍໄດ້ເປີດໂຕສິລະປິນກຸ່ມໃໝ່ຢ່າງ “HAPPY3BOY” ເຊິ່ງເປັນວົງ Hip Hop ນ້ອງໃໝ່ ຂອງລາວທີ່ປະກອບໄປດ້ວຍສະມາຊິກທັງ 3 ຄົນ ທີ່ເປັນໜຸ່ມຈາກ ແຂວງຫຼວງນໍ້າທາ ແລະ ແຂວງບໍ່ແກ້ວ ກັບເພງເປີດໂຕວົງຂອງພວກເຂົ້ານັ້ນກໍຄືເພງ “ມາເດີ້ ມາເດີ້”.

ສຳລັບສະມາຊິກທັງ 3 ລວມມີ: ແດນ ອາຍຸ 19 ປີ AKA, ສຸລິໄຊ ຫຼື O.C UNBABY, ອາຍຸ 18ປີ, ຈາກແຂວງຫຼວງນ້ຳທາ, ຊູໂມ້ ຫຼື O.C Loner G ອາຍຸ 19 ປີ, ຈາກແຂວງຫຼວງນ້ຳທາ ແລະ ແດນ ຫຼື DG LILKUNG ຈາກແຂວງບໍ່ເເກ້ວ.

ພວກເຂົາທັງສາມ ໃນນາມ HAPPY 3 BOY ຈະມານໍາສະເໜີເພງສໄຕລ໌ Hip-Hop ທີ່ປະສົມປະສານກັບດົນຕຣີລາວພື້ນເມືອງເຊິ່ງເປັນເອກະລັກໃນແບບຂອງພວກເຂົາເອງເລີຍ!

ສາມາດຟັງເພງ ແລະ ຕິດຕາມ ໄດ້ທີ່: Page: MADER MUSIC ແລະ https://youtu.be/O0v-4E84lm4?si=X7kuLrwg6TYAoKGv

#Happy3Boy #h3bfc #mardermusic #mardermarder #laosong #hiphop

#ອິນໄຊລາວ #InsideLaos ສາລະດີໆ ມີຢູ່ບ່ອນນີ້.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...