ຍຸກນີ້! ຕ້ອງອວດກັນປະຢັດ

ເມື່ອສັງຄົມເຮົາກ້າວເຂົ້າສູ່ຍຸກທີ່ເຂົ້າຍາກມາກແພງ ຫຼາຍຄົນ “ຫາເຊົ້າກິນເຊົ້າ” ບໍ່ແມ່ນ “ຫາເຊົ້າກິນຄໍ່າ” ຄືແຕ່ກ່ອນແລ້ວ ເຄື່ອງໃຊ້ຂອງສອຍຕ່າງໆ ກໍລ້ວນແຕ່ລາຄາສູງຂຶ້ນເທົ່າຕົວ, ເຮົາຍັງຈະພາກັນມາອວດລວຍໂຊລົດສະນິຍົມດີໆ ໃຊ້ຂອງແພງໆ ກິນອາຫານຫຼູຫຼາ ຕາມຄົນມີລາຍຮັບທີ່ໝັ່ນຄົງ ຫຼື ຄົນຮັ່ງມີບໍ່ໄດ້ແລ້ວ; ສະນັ້ນ, ໃນຍຸກນີ້ ເຮົາຕ້ອງພາກັນຫັນມາອວດກັນປະຢັດແທນ ກັບເທຣນທີ່ກຳລັງເປັນກະແສໃນຕອນນີ້ຄື: Loud Budgeting ເປັນການຫັນມາປະຢັດເກັບອອມເງິນຂອງໄວໜຸ່ມ Gen Z ຄືໃຊ້ເງິນໄປກັບສິ່ງຂອງຈຳເປັນເທົ່ານັ້ນ, ງົດຊື້ເຄື່ອງຕາມກະແສ, ຫຼຸດຜ່ອນການໄປກິນເຂົ້າຢູ່ຮ້ານອາຫານເພື່ອປະຢັດງົບ, ງົດການຈັດງານສັງສັນທີ່ບໍ່ຈຳເປັນ ຫັນມາກິນດື່ມແບບທຳມະດາ ຫຼື ແບບຄອບຄົວ, ຫຼຸດຜ່ອນການຊື້ເຄື່ອງເພື່ອເປັນລາງວັນໃຫ້ຕົນເອງ ເພາະການທີ່ເກັບອອມເງິນໄວ້ໃຊ້ໃນຍາມທີ່ຕ້ອງການໂດຍບໍ່ເດືອດຮ້ອນນັ້ນຄື ລາງວັນໃຫ້ຕົນເອງທີ່ແທ້ຈິງ ແລະ ຍັງມີອີກຫຼາຍຢ່າງ ແລ້ວແຕ່ຄວາມສະດວກຂອງແຕ່ລະຄົນ.

ແລ້ວການທີ່ເຮົາອວດປະຢັດ ຫຼື ເຮັດຕາມເທຣນ Loud Budgeting ນີ້ຈະມີຜົນດີແບບໃດ? ມາເບິ່ງນຳກັນ

  • ມີເງິນເກັບຫຼາຍຂຶ້ນ
  • ຫຼຸດພົ້ນຈາກຄຳວ່າ ຂອງມັນຕ້ອງມີ
  • ກ້າປະຕິເສດຄົນອື່ນຫຼາຍຂຶ້ນ (ໂດຍສະເພາະໝູ່ທີ່ມັກຊວນໄປຫຼິ້ນ)
  • ຮູ້ຈັກຄຸນຄ່າຂອງເງິນທີ່ຫາມາໄດ້ (ເພາະເຮົາຈະບໍ່ໃຊ້ຟຸ່ມເຟື່ອຍ)
  • ສ້າງນິດໄສໃຫ້ເປັນຄົນ “ຄິດກ່ອນຊື້”
  • ມີຄວາມໝັ້ນໃຈ ແລະ ພູມໃຈໃນຕົນເອງ ທີ່ສາມາດເອົາຊະນະຄວາມຕ້ອງການຂອງຕົນເອງໄວ້

ເຊິ່ງການເລີ່ມອວດປະຢັດນີ້, ເຮົາກໍສາມາດເລີ່ມໄດ້ເລີຍຈາກໂຕຂອງເຮົາເອງ ໂດຍອາດຈະເລີ່ມຈາກການກຳນົດງົບໃນການໃຊ້ຈ່າຍໃຫ້ກັບຕົນເອງໃນແຕ່ລະດ້ານເຊັ່ນ: ໃຊ້ຈ່າຍໄປກັບອາຫານການກິນເທົ່າໃດ? ຂອງໃຊ້ທີ່ຈຳເປັນເທົ່າໃດ? ເງິນເກັບອອມເທົ່າໃດ … ແບບນີ້ເປັນຕົ້ນ ແລະ ກ້າປະຕິເສດໝູ່ທີ່ຊວນໄປກິນຫຼິ້ນແບບບໍ່ຈຳເປັນລົງ, ກ້າທີ່ຈະບອກເຂົາໄປວ່າ ເຮົາປະຢັດເງິນ ເພາະມັນບໍ່ແມ່ນສິ່ງທີ່ຜິດ ແລະ ໜ້າອາຍເລີຍ ສິ່ງສຳຄັນແມ່ນບອກກັບຕົນເອງຢູ່ສະເໝີວ່າ ຖ້າເຮົາຢູ່ແບບຈົນ ເຮົາຈະບໍ່ຈົນ ຖ້າເຮົາຢູ່ແບບລວຍໃຊ້ເງິນຟຸ່ມເຟື່ອຍເຮົາກໍຈະບໍ່ລວຍ ນອກຈະບໍ່ລວຍແລ້ວສະຖານະການແບບນີ້ ຢ້ານຈະບໍ່ຫຼອດນຳ ສະນັ້ນ, ພ້ອມກັນຫັນມາປະຢັດຈະດີກວ່າ!

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...