Thursday, April 30, 2026
Kbank Laos โอน รับ จ่าย
-->

ເປັນຜູ້ຍິງຕ້ອງຮູ້! ເລື່ອງ ການພັດທະນາແມ່ຍິງຢູ່ ສປປ.ລາວ

ການ​ພັດ­ທະ­ນາ​ແມ່­ຍິງ ແມ່ນພາກ­ສ່ວນ​ໜຶ່ງ​ທີ່​ມີ​ຄວາມ​ສຳ­ຄັນ ໃນ​ການ​ພັດ­ທະ­ນາ​ຊັບ­ພະ­ຍາ­ກອນມະ­ນຸດ ເພື່ອ​ເຮັດ​ໃຫ້​ແມ່­ຍິງ​ມີ​ສຸ​ຂະພາບ​ແຂງ­ແຮງ, ມີ​ຄວາມ​ຮູ້, ຄວາມ​ສາ­ມາດ, ມີ​ແບບ­ແຜນ​ໃນ​ການ​ດຳລົງ​ຊີ­ວິດ, ມີ​ຄຸນ​ທາດ​ການ­ເມືອງ ແລະ ສິນ​ທຳ​ປະ­ຕິ​ວັດ.

ແມ່­ຍິງ​ແມ່ນ​ກຳ­ລັງ​ແຮງ​ກ້າ​ອັນ ໃຫຍ່​ຫລວງ​ທີ່​ໄດ້​ປະ­ກອບ­ສ່ວນ​ໃນການ​ຕໍ່­ສູ້ ແລະ ເສຍ­ສະ­ຫລະ​ໃນ​ພາລະ​ກິດ​ຕໍ່­ສູ້​ກູ້​ຊາດ ແລະ ມີ​ບົດ ­ບາດ​ໃນທຸກ​ຂົງ­ເຂດ​ວຽກ​ງານ​ເປັນ­ຕົ້ນ​ແມ່ນ​ດ້ານ​ເມືອງ, ເສດ­ຖະ­ກິດ-​ສັງ­ຄົມ,    ການ​ປົກ​ປັກ​ຮັກ­ສາ​ສິ່ງ­ແວດ­ລ້ອມ, ການ​ປ້ອງ​ກັນຊາດ-​ປ້ອງ​ກັນ​ຄວາມສະ­ຫງົບ, ການ​ຕ່າງ­ປະ­ເທດ, ການອະ­ນຸ­ລັກ​ຮັກ­ສາ​ເສີມ​ຂະ­ຫຍາຍ​ມູນ ເຊື້ອ​ວັດ­ທະ­ນະ­ທຳ​ອັນ​ດີ­ງາມ​ຂອງ ຊາດ ແລະ ສິ່ງ​ທີ່​ເປັນ​ເອ­ກະ­ລັກ​ຂອງ ແມ່­ຍິງ​ລາວ​ແຕ່​ດົນ​ນານ​ຈົນ​ມາ ຮອດ​ປັດ­ຈຸ­ບັນ​ຍ້ອນ​ເຫັນ ໄດ້​ເຖິງຄວາມ​ສຳ­ຄັນ​ຂອງ​ແມ່­ຍິງ​ດັ່ງ­ນັ້ນ ພັກ-​ລັດ​ໄດ້​ມີ​ນະ­ໂຍ­ບາຍ​ພັດ­ທະ­ນາ,ສົ່ງ­ເສີມ​ຄວາມ​ກ້າວ­ໜ້າ, ປົກ​ປ້ອງສິດ ແລະ ຜົນ​ປະ­ໂຫຍດ​ອັນ​ຊອບ​ທຳ ຂອງ​ແມ່­ຍິງ​ດ້ວຍ​ການ​ສ້າງ​ທຸກເງື່ອນ­ໄຂ​ໃຫ້​ແມ່­ຍິງ​ມີ​ສຸ­ຂະ­ພາບແຂງ­ແຮງ, ມີ​ຄວາມ​ຮູ້, ຄວາມ​ສາມາດ, ຄຸນ­ສົມ­ບັດ​ສິນ​ທຳ​ປະ­ຕິ­ວັດ, ມີ​ວຽກ​ເຮັດ​ງານ​ທຳ ແລະ ມີ​ສິດ​ເທົ່າທຽມ​ກັບ​ເພດ​ຊາຍ ໂດຍ​ບໍ່​ຈຳ­ແນກຖາ­ນະ​ທາງ​ດ້ານ​ການ­ເມືອງ, ເສດ​ຖະ​ກິດ, ວັດ­ທະ­ນະ­ທຳ​ສັງ­ຄົມ ແລະ ຄອບ​ຄົວ. ດ້ວຍ​ເຫດ​ນັ້ນ ການ​ພັດ­ທະ­ນາ​ແມ່­ຍິງ​ຈຶ່ງ​ມີ​ຄວາມ​ຈຳ­ເປັນ​ເພື່ອ​ໃຫ້​ແມ່­ຍິງ​ສາ­ມາດ​ເຂົ້າ​ຮ່ວມ​ຢ່າງ​ມີ​ປະ­ສິດ­ທິ­ພາບ​ດັ່ງ­ກ່າວ​ມາ​ຂ້າງ​ເທິງ​ນີ້ ແມ່­ຍິງ​ທຸກ​ຄົນ​ຕ້ອງ​ພັດ­ທະ­ນາ​ຕົນເອງ 4 ດ້ານ​ພື້ນ­ຖານ​ດັ່ງ­ນີ້: ດ້ານຮ່າງ­ກາຍ, ດ້ານ​ແນວ​ຄິດ​ຈິດ­ໃຈ, ດ້ານ​ການ​ສຶກ­ສາ, ດ້ານ​ວິ­ຊາ​ຊີບ ແລະ ສີ­ມື​ແຮງ​ງານ.

1. ການ​ພັດ­ທະ­ນາ​ທາງ​ດ້ານຮ່າງ­ກາຍແມ່ນ​ການ​ເຮັດ​ໃຫ້​ແມ່­ຍິງ ມີ​ການ​ຂະ­ຫຍາຍ­ຕົວ​ທາງ​ດ້ານ​ຮ່າງກາຍ​ສົມ­ບູນ​ດີ​ມີ​ສຸ­ຂະ­ພາບ​ແຂງແຮງ, ມັນ­ສະ­ໝອງ​ດີ, ມີ​ຄຸນ​ນະ​ພາບຊີ­ວິດ​ທີ່​ດີ ແລະ ມີ​ອາ­ຍຸ​ຍືນ​ຍາວ.

2. ການ​ພັດ­ທະ­ນາ​ທາງ​ດ້ານແນວ​ຄິດ​ຈິດ­ໃຈ ແມ່ນ​ການ​ເຮັດ​ໃຫ້ແມ່­ຍິງ​ມີ​ສຸ­ຂະ­ພາບ​ຈິດ​ດີ, ມີ​ຈິດ­ໃຈໜັກ​ແໜ້ນ​ເຂັ້ມ­ແຂງ, ມີ​ອຸ­ດົມ​ການ, ຄຸນ­ສົມ­ບັດ​ສິນ​ທຳ​ປະ­ຕິ­ວັດ, ມີ​ວັດ­ທະ­ນະ­ທຳ​ອັນ​ດີ­ງາມ, ມີ​ກິ­ລິ­ຍາ​ມາ​ລະຍາດ​ດີ, ມີ​ຄວາມ​ດຸ­ໝັ່ນ​ຂະ­ຫຍັນພຽນ, ພ້ອມ​ກັບ​ສະ­ມາ­ຊິກ​ຄອບ­ຄົວ ຂອງ​ຕົນ​ສ້າງ​ສັງ­ຄົມ ແລະ ຄອບ­ຄົວໃຫ້​ຮັ່ງ­ມີ, ຜາ​ສຸກ ແລະ ກ້າວ​ໜ້າ.

3. ການ​ພັດ­ທະ­ນາ​ທາງ​ດ້ານ​ການ​ສຶກ­ສາ ແມ່ນ​ການ​ສ້າງ​ເງື່ອນ­ໄຂ​ໃຫ້​ແມ່­ຍິງ​ໄດ້​ຮັບ​ການ​ສຶກ­ສາ​ຂັ້ນ ພື້ນ­ຖານ​ຢ່າງ​ທົ່ວ​ເຖິງ, ໄດ້​ຮັບ​ການ ສຶກ­ສາ​ທາງ​ດ້ານ​ວິ­ທະ­ຍາ­ສາດ​ທຳ​ມະ​ຊາດ ແລະ ສັງ­ຄົມ ນັບ​ມື້​ນັບ​ສູງ ຂຶ້ນ​ແນ­ໃສ່​ຍົກ​ລະ­ດັບ​ທາງ​ດ້ານ ຄວາມ​ຮູ້, ຄວາມ​ສາ­ມາດ​ໃຫ້​ແມ່­ຍິງ ຢ່າງ­ຮອບ­ດ້ານ ແລະ ສົ່ງ­ເສີມ​ຜູ້​ທີ່​ມີ ພອນ​ສະ­ຫວັນ.

4. ການ​ພັດ­ທະ­ນາ​ທາງ​ດ້ານ​ວິ­ຊາ​ຊີບ ແລະ ສີ­ມື​ແຮງ​ງານ ແມ່ນການສ້າງ​ເງື່ອນ­ໄຂ​ໃຫ້​ແມ່­ຍິງ​ໄດ້​ຮັບການ​ຝຶກ​ອົບ­ຮົມ​ວິ­ຊາ​ຊີບ, ມີ​ສີ­ມື​ແຮງ​ງານ ແລະ ປະ­ສົບ​ການ, ມີ​ວິ­ໄນ​ແຮງ​ງານ ເພື່ອ​ໃຫ້​ແມ່­ຍິງ​ໄດ້​ມີ​ວຽກ​ເຮັດງານ​ທຳ​ໃນ​ສັງ­ຄົມ​ເຊັ່ນດຽວ​ກັນ​ກັບ​ເພດ​ຊາຍ ແລະ ກົດ­ໝາຍ​ວ່າ​ດ້ວຍການ​ພັດ­ທະ­ນາ ແລະ ປົກ​ປ້ອງ​ແມ່ຍິງ ມາດ­ຕາ 23 ໄດ້​ກຳ­ນົດ​ໄວ້​ວ່າ :

ແມ່­ຍິງ​ມີ​ພັນ­ທະ​ພື້ນ­ຖານ ດັ່ງ​ລຸ່ມ​ນີ້ :

1. ພັນ­ທະ​ເຄົາ­ລົບ​ລັດ​ຖະ​ທຳ​ມະ­ນູນ ແລະ ກົດ­ໝາຍ, ປະ­ຕິ­ບັດ​ລະ­ບຽບການ​ອອກ­ແຮງ​ງານ, ລະ­ບຽບ​ການດຳ­ລົງ​ຊີ­ວິດ​ຂອງ​ສັງ­ຄົມ ແລະ ຄວາມ​ເປັນ​ລະ­ບຽບ​ຮຽບ­ຮ້ອຍ​ຂອງບ້ານ​ເມືອງ.

2. ພັນ­ທະ​ເສຍ​ພາ­ສີ ແລະ ສວຍອາ­ກອນ​ຕາມ​ລະ­ບຽບ​ກົດ­ໝາຍ;

3. ພັນ­ທະ​ປົກ​ປັກ​ຮັກ­ສາ​ປະ­ເທດຊາດ ແລະ ປ້ອງ​ກັນ​ຄວາມ​ສະ­ຫງົບ, ປະ­ຕິ­ບັດ​ພັນ­ທະ​ການ​ທະ­ຫານຕາມທີ່​ກຳ­ນົດ​ໄວ້​ໃນ​ກົດ​ໝາຍ.

ພ້ອມ​ກັນ​ນັ້ນ​ແມ່­ຍິງ​ຍັງ​ມີ​ພັນ­ທະຮ່ວມ​ຄອບ­ຄົວ ແລະ ສັງ­ຄົມ ໃນ​ການປົກ​ປັກ​ຮັກ­ສາ​ຮີດ­ຄອງ​ປະ­ເພ­ນີ, ວັດທະ­ນະ​ທຳ​ອັນ​ດີ­ງາມ ທີ່​ເປັນ​ເອ­ກະລັກ​ຂອງ​ຊາດ ແລະ ແມ່­ຍິງ​ລາວ.

ສະ­ນັ້ນ, ເພື່ອ​ເຮັດ​ໃຫ້​ແມ່­ຍິງ​ໄດ້ ຮັບ​ການ​ພັດ­ທະ­ນາ​ຢ່າງ​ຕໍ່​ເນື່ອງຕາມ​ເງື່ອນ­ໄຂ ແລະ ມາດ­ຕະ­ຖານທີ່​ກຳ­ນົດ​ໄວ້​ໃນ​ກົດ­ໝາຍ​ນັ້ນ ຈຶ່ງ ຮຽກ­ຮ້ອງ​ມາ​ຍັງ​ບັນ­ດາ​ອົງ­ການຈັດ​ຕັ້ງ​ລັດ, ເອ­ກະ​ສົນ​ຊົນ, ລັດ​ວິ​ສາຫະ​ກິດ, ຄອບ­ຄົວ​ຕ້ອງ​ໄດ້​ສ້າງ​ທຸກເງື່ອນ­ໄຂ ແລະ ອຳ­ນວຍ​ຄວາມ​ດວກໃຫ້​ແມ່­ຍິງໄດ້​ມີ​ສ່ວນ​ຮ່ວມ​ໃນ​ທຸກຂົງ­ເຂດ​ວຽກ​ງານ.

ທີ່ມາ: ຂປລ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

“ພຣະສ່ຽງທວາຍ” ທີ່ຫໍພຣະໄສຍາດ ວັດຊຽງທອງ ນະຄອນຫລວງພຣະບາງ

ພຣະສ່ຽງທວາຍ ທີ່ປະດິດສະຖານຢູ່ທີ່ ຫໍພຣະໄສຍາດ ວັດຊຽງທອງ ນະຄອນຫລວງພຣະບາງ ເປັນພຣະເກົ່າແກ່ອີກອົງຫນຶ່ງ ທີ່ຜູ້ຄົນທັງຫລາຍໄດ້ສຳຜັດ ແລະຍົກຍໍຂຶ້ນເປັນປະຈຳ ພຣະອົງນີ້ເປັນເນື້ອທອງສຳຣິດ ສີອອກທອງນາກ ເປັນພຣະປັດເຈກພຣະພຸດທະເຈົ້າ ປະດິດສະຖານຢູ່ຫໍພຣະໄສຍາດຂອງວັດຊຽງທອງ ເມື່ອກ່ອນແມ່ນເອົາໄວ້ຫໍແຫ່ງນີ້ເປັນປະຈຳ ເມື່ອຫລາຍປີຜ່ານມາທາງວັດແມ່ນໄດ້ຂຶ້ນເກັບຮັກສາໄວ້ ແຕ່ຈະອາຣາດທະນາລົງມາໃຫ້ພຸດທະບໍຣິສັດທັງຫລາຍໄດ້ຍົກຍໍ ສ່ຽງທວາຍ ໃນຍາມທີ່ມີພິທີອາຣາດທະນາພຣະເຈົ້າໝ່ານລົງຫົດສົງພ້ອມ

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.

ຊຳຊຸງເປີດຕົວ Galaxy A57 5G ແລະ Galaxy A37 5G ພ້ອມ Awesome Intelligence ໃນລາຄາທີ່ຄຸ້ມຄ່າ

ຊຳຊຸງລາວ ເປີດຕົວ Galaxy A57 5G ແລະ Galaxy A37 5G ສະມາດໂຟນຊີຣີຍອດນິຍົມລຸ້ນຫຼ້າສຸດ ທີ່ມາພ້ອມກັບນະວັດຕະກຳ Awesome Intelligence ເທິງລະບົບປະຕິບັດການ One UI 8.5 ແລະ ໂປຣໂມຊັນສຸດຄຸ້ມ