Monday, May 25, 2026
Kbank Laos โอน รับ จ่าย
-->

ກະສິກຳ-ປ່າໄມ້ ປະຕິບັດ 71 ໂຄງການໃນແຕ່​ລະ​ແຂວງ ໃຫ້​ມີ​ປະ​ສິດ​ທິ​ພາບ

ແນໃສ່ເຮັດໃຫ້ການສົ່ງເສີມການຜະລິດມີປະສິດທິຜົນ, ຫັນການຜະລິດໄປສູ່ຮູບໃໝ່ທີ່ສາມາດດຳເນີນການຜະລິດໃນພື້ນທີ່ກວ້າງ ແລະສົ່ງເສີມການຜະລິດໃຫ້ໄດ້ປະລິມານຫຼາຍ, ຮັບປະກັນດ້ານຄຸນນະພາບ, ທີ່ສຳຄັນຊ່ວຍໃຫ້ປະຊາຊົນຫຼຸດພົ້ນອອກຈາກຄວາມທຸກຍາກ, ດັ່ງນັ້ນໃນປີ 2019 ກະຊວງກະສິກໍາ ແລະປ່າໄມ້ຈຶ່ງສຸມໃສ່ 71 ໂຄງການມູນຄ່າ 128,70 ລ້ານໂດລາ ໃສ່ເຂດຈຸດສຸມຂອງບັນດາແຂວງທົ່ວປະເທດ.

ທ່ານ ພວງປາຣິສັກ ປຣະວົງວຽງຄຳ ຮອງລັດຖະມົນຕີກະຊວງກະສິກຳ ແລະປ່າໄມ້ໄດ້ລາຍງານໃຫ້ຮູ້ໃນບົດສະຫຼຸບສັງລວມຕີລາຄາຮອບດ້ານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາກະສິກຳ, ປ່າໄມ້ ແລະພັດທະນາຊົນນະບົດປະຈຳປີ 2018 ແລະທິດທາງແຜນການປະຈຳປີ 2019 ຜ່ານມາວ່າ: ສະເພາະການລົງທຶນຂອງລັດໃນປີ 2018 ມີທັງໝົດ 367 ໂຄງການ ມູນຄ່າ 145,28 ຕື້ກີບ, ໃນນັ້ນໂຄງການສົ່ງເສີມວິຊາການ 152 ໂຄງການ ມູນຄ່າ 37,97 ຕື້ກີບ ແລະໂຄງການກໍ່ສ້າງ 215 ໂຄງການມູນຄ່າ 107,30 ຕື້ກີບ ຈັດຕັ້ງປະຕິບັດໄດ້ 100% ໃນນີ້ກະສິກຳ ແລະປ່າໄມ້ ມີ 180 ໂຄງການມູນຄ່າ 88,4 2 ຕື້ກີບ,ພັດທະນາຊົນນະບົດ ແລະລົບລ້າງຄວາມທຸກຍາກ 187 ໂຄງການມູນຄ່າ 56,85 ຕື້ກີບ, ສ່ວນການລົງທຶນຂອງຕ່າງປະເທດທີ່ກຳລັງຈັດຕັ້ງປະຕິ ບັດມີທັງໝົດ 98 ໂຄງການ, ໂດຍເນັ້ນໜັກການພັດທະນາກະສິກຳຕິດພັນກັບການປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ ແລະຫຼຸດພົ້ນອອກຈາກຄວາມທຸກຍາກ, ສ້າງຄວາມເຂັ້ມແຂງ, ພັດທະນາໂຄງລ່າງຂະໜາດນ້ອຍ, ປັບປຸງດ້ານການຜະລິດກະສິກຳເພື່ອໂພຊະນາການ.

ທ່ານຍັງໃຫ້ຮູ້ຕື່ມວ່າ: ສຳລັບ ປີ 2019, ກະຊວງແມ່ນຈະສຸມໃສ່ທັງໝົດ 71 ໂຄງການ ຊຶ່ງມີມູນຄ່າທັງໝົດ 128,70 ລ້ານໂດລາ, ໃນນັ້ນທຶນຕ່າງປະ ເທດ 117,85 ລ້ານໂດລາ ແລະທຶນ ພາຍໃນ 10,85 ລ້ານໂດລາ ທີ່ຈັດຕັ້ງປະຕິບັດຢູ່ບັນດາແຂວງເພື່ອເຮັດໃຫ້ວຽກງານຂອງທ້ອງຖີ່ນໄດ້ເຄື່ອນໄຫວຕາມວຽກຈຸດສຸມທີ່ກຳນົດທັງໂດຍກົງ ແລະທາງອອ້ມ ໂດຍສະເພາະບັນດາໂຄງ ການຈຸດສຸມຂອງແຂວງທີ່ໄດ້ມີການກຳ ນົດວຽກຮ່ວມກັນທັງທີ່ໄດ້ດຳເນີນໄປແລ້ວ, ກຳລັງຈະດຳເນີນໃນປີນີ້ ແລະໃນຕໍ່ໜ້າ, ພ້ອມດຽວກັນນັ້ນເພື່ອເຮັດໃຫ້ໂຄງການດັ່ງກ່າວໄດ້ຮັບປະສິດທິພາບຫຼາຍຂຶ້ນ, ກະຊວງຍັງຕ້ອງໄດ້ທົບທວນຄືນແຜນດຳເນີນງານຂອງແຂວງກໍ່ຄື ຂອງເມືອງຫາກເຫັນວ່າຍັງບໍ່ທັນສອດ ຄ່ອງ ແລະກໍຕ້ອງໄດ້ປຶກສາຫາລືຮ່ວມ ກັບຄະນະຊີ້ນຳໂຄງການ, ຜູ້ປະສານງານ ແລະຜູ້ໃຫ້ທຶນໃນການສຸມທຶນ, ສຸມເຕັກນິກໃສ່ວຽກຈຸດສຸມຂອງທ້ອງຖິ່ນທັງດ້ານໂຄງລ່າງ, ການສ້າງຄວາມເຂັ້ມແຂງດ້ານວິຊາການ ແລະ ອື່ນໆໃຫ້ມີປະສິດທິຜົນສູງ ແລະ ກົມກຽວ.

​ທີ່​ມາ: ນພສ ເສດຖະກິດ-ສັງຄົມ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

🌟 12 ປີມີເທື່ອດຽວ! ເປີດດວງ 12 ລາສີ ເດືອນພຶດສະພາ 2026

ຖືເປັນຈັງຫວະທອງຂອງຊີວິດ! ເປີດຄຳທຳນາຍດວງຊະຕາ ເດືອນພຶດສະພາ 2026 ດາວພະຫັດ ກາຍເປັນ "ມະຫາອຸດ" ໃນຮອບ 12 ປີ. ເດືອນນີ້ຖືວ່າເປັນ “ມຸງຄຸນຊ້ອນມຸງຄຸນ” ສົ່ງຜົນຕໍ່ທັງ 12 ລາສີ. ໃຜຈະເຮັງ ໃຜຈະປັງ ຫຼື ໃຜຕ້ອງລະວັງ? ມາເບິ່ງນຳກັນເລີຍ! ກຽມຮັບພະລັງມຸງຄຸນຄັ້ງໃຫຍ່ທີ່ສຸດໃນຮອບ 12 ປີ 🚀

ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບ ຊີພີ ອໍລ໌ ລາວ ຈັດກິດຈະກໍາຍົກລະດັບ  ຄຸນນະພາບສິນຄ້າ ແລະ ພັດທະນາຜູ້ປະກອບການທ້ອງຖິ່ນ

ພິທີເປີດກອງປະ​ຊຸມເຜີຍ​ແຜ່​ການຍົກລະດັບຄຸນນະພາບສິນຄ້າຂອງ ສປປ ລາວ ເພື່ອພັດທະນາຜູ້ປະກອບການ ແລະ ຄູ່ຮ່ວມທຸລະກິດ ໃນການເຂົ້າເຖິງຕະຫຼາດຈຳໜ່າຍສິນຄ້າຂອງຮ້ານ 7-ELEVEN Laos ຄັ້ງທີ 1 ປີ 2026 ເຊີ່ງມີຜູ້ປະກອບການ ແລະ ຄູ່ຄ້າໃຫ້ຄວາມສົນໃຈເຂົ້າຮ່ວມເປັນຈໍານວນຫຼາຍ

“ພຣະສ່ຽງທວາຍ” ທີ່ຫໍພຣະໄສຍາດ ວັດຊຽງທອງ ນະຄອນຫລວງພຣະບາງ

ພຣະສ່ຽງທວາຍ ທີ່ປະດິດສະຖານຢູ່ທີ່ ຫໍພຣະໄສຍາດ ວັດຊຽງທອງ ນະຄອນຫລວງພຣະບາງ ເປັນພຣະເກົ່າແກ່ອີກອົງຫນຶ່ງ ທີ່ຜູ້ຄົນທັງຫລາຍໄດ້ສຳຜັດ ແລະຍົກຍໍຂຶ້ນເປັນປະຈຳ ພຣະອົງນີ້ເປັນເນື້ອທອງສຳຣິດ ສີອອກທອງນາກ ເປັນພຣະປັດເຈກພຣະພຸດທະເຈົ້າ ປະດິດສະຖານຢູ່ຫໍພຣະໄສຍາດຂອງວັດຊຽງທອງ ເມື່ອກ່ອນແມ່ນເອົາໄວ້ຫໍແຫ່ງນີ້ເປັນປະຈຳ ເມື່ອຫລາຍປີຜ່ານມາທາງວັດແມ່ນໄດ້ຂຶ້ນເກັບຮັກສາໄວ້ ແຕ່ຈະອາຣາດທະນາລົງມາໃຫ້ພຸດທະບໍຣິສັດທັງຫລາຍໄດ້ຍົກຍໍ ສ່ຽງທວາຍ ໃນຍາມທີ່ມີພິທີອາຣາດທະນາພຣະເຈົ້າໝ່ານລົງຫົດສົງພ້ອມ