Friday, July 18, 2025
Kbank Laos โอน รับ จ่าย

ຊົມ​ເຊີຍ! ກິດຈະກໍາປັ່ນລົດຖີບເພື່ອການກຸສົນ ພາຍໃຕ້ໂຄງການ“Bike For Her 2019” 

 

ໃນຕອນເຊົ້າຂອງວັນທີ 10 ມີນາ 2019 ໄດ້ມີການຈັດກິດຈະກໍາປັ່ນລົດຖີບເພື່ອການກຸສົນ ພາຍໃຕ້ໂຄງການ“Bike For Her 2019” ທີ່ສວນເຈົ້າຟ້າງຸ່ມ. ພາຍໃຕ້ການເປັນປະທານເຂົ້າຮ່ວມ ໄດ້ແກ່: ທ່ານ ນາງ ສິລິກິດ ບຸບຜາ ຮອງປະທານ ສູນກາງສະຫະພັນແມ່ຍິງລາວ, ທ່ານ ບົວລານ ສີລິປັນຍາ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກີລາ, ທ່ານ ນາງ ເຈນ ຊາດເລີ (Ms. Jane Chadler) ຕົວແທນຈາກສະຖານທູດອົດສະຕາລີ, ທ່ານ ກິດສະໜາ ວົງໄຊ ປະທານກຸ່ມບໍລິສັດ K&C Group ຈໍາກັດ ພ້ອມດ້ວຍພັນລະຍາ, ທ່ານ ໄຊຍະສອນ ປັນຍາທິບ ຜູ້ອໍານວຍການສ້າງ ວາລະສານ ທາເກັດ-ຂວັນໃຈ ແລະທ່ານ ນາງ ອໍາພອນ ຈັນມະນີວົງ ຜູ້ຈັດການທົ່ວໄປ ວາລະສານ ຂວັນໃຈ ພ້ອມດ້ວຍນັກກີລາແຂ່ງຂັນປັ່ນລົດຖີບ, ປະຊາຊົນທັງພາຍໃນ ແລະຕ່າງປະເທດ ເກືອບ 600 ກວ່າຄົນ.

ງານແຂ່ງຂັນລົດຖີບການກຸສົນ ໄບ້ຟໍເຮີ 2019 (Bike For Her 2019) ໄດ້ຖືກຈັດຂຶ້ນເປັນປີທີ 2 ໂດຍວາລະສານ ຂວັນໃຈ ແລະສະມາຄົມນັກທຸລະກິດແມ່ຍິງລາວ ຮ່ວມກັບ ສູນກາງສະຫະພັນແມ່ຍິງລາວ ແລະສະຫະພັນລົດຖີບແຫ່ງຊາດລາວ ຈຸດປະສົງແມ່ນເພື່ອປູກຈິດສໍານຶກໃຫ້ຄົນໃນສັງຄົມເຫັນເຖິງຄວາມສໍາຄັນ ແລະຮ່ວມກັນຢຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະເດັກນ້ອຍ ພ້ອມນັ້ນ, ໃນກິດຈະກໍາຄັ້ງນີ້ ຍັງໄດ້ມີການລະດົມທຶນຊ່ວຍເຫຼືອ ແມ່ຍິງ ແລະເດັກນ້ອຍ ຜູ້ທີ່ໄດ້ຮັບຜົນກະທົບຈາກຄວາມຮຸນແຮງ ຜ່ານກິດຈະກໍາເຝິກອົບຮົມວິຊາຊີບຂອງ ສູນກາງສະຫະພັນແມ່ຍິງລາວ ແລະຍັງເປັນການສົ່ງເສີມນັກກີລາລົດຖີບຮຸ້ນໃໝ່.

ງານແຂ່ງຂັນລົດຖີບການກຸສົນ ໄດ້ແບ່ງອອກເປັນ 4 ສາຍ ແລະໄດ້ແບ່ງເປັນ 2 ປະເພດ ຄື: ຮຸ້ນ Road Bike & Mountain Bike (ໄລຍະທາງ 85Km) ແລະຮຸ້ນ Friendly Bike (ໄລຍະທາງ 13Km). ສະຫຼຸບຜົນການແຂ່ງຂັນມີຜູ້ໄດ້ຮັບລາງວັນຊະນະເລີດດັ່ງນີ້:

  1. ສາຍ A: Mountain Bike

–    A1: ສະຫຼະສິດ

–    A2: 1. ບຸນຍະນຸດ ຜິວທອງ, 2. Eliszabeth Palisa, 3. ສຸກກັນຍາ ໄຂຄໍາພິທູນ (ຜູ້ມອບລາງວັນ: ທ່ານ ນາງ ວັນທະວີ ສຸພານຸວົງ ບັນນາທິການ ວາລະສານ ຂວັນໃຈ)

  1. ສາຍ B:

–    B1: 1. ມະມີ່ ໄຊຍະສານ. 2. Wanacha 3. Rattanaphond 4. ໄພບູນ 5. Toukta 6. ຈົ່ງຈະເລີນ ໄພບູນ

–    B2: 1. Khonsavanh 2. ສຸພາພອນ 3. Marita Velasco 4. ອານຸ 5. ໄກ່ຄໍາ

  1. ສາຍ C:

–    C1: 1. ທະວີສັກ. 2. Kitty Sodathum 3. ນັດທະໄຊ ສີວໍລະວົງ. 4. ອົ້ນ 5. ຄອນສະຫວັນ 6. ອາຕີ່-007 7. ສຸພາໂຊກ 8. Rock 9. ເຈີ້ນ 10. ອາຕີ້-014 (ຜູ້ມອບລາງວັນ: ທ່ານ ຕູ່ລູ່ ປັນຍາທິບ ຜູ້ບໍລິຫານ ບໍລິສັດ ເຄແອນຊີ ກຣຸບ)

–    C2: 1. ດອນ (ຮ້ານສີສົ້ມ) 2. ຈ່ອຍ (ເສືອພູທອກ) 3. ໃຈເພັດ4. Vane 5. Chalermchai 6. Mr. Aian 7.ໂຢງ 8. Vilasith 9. Kenta KUNIMOTO

–    C3: 1. ມົງຄົນ 2. ຄໍາໄຕ 3. Bualom 4. Wora chod Jimtart 5. ທົດສະພອນ 6. ເພັດ 7. ຈ່ອຍ ນາຊາຍ8. ສູດທະກອນ 9. ເປີ້ນ 10. ທັນ

–    C4: 1. ພິສະນຸ ອ້າຍກ້າ 2. ເກັ່ງ 3. ອຶ່ງ 4. ຕວນ 5. Pasoi 6. Dr. tong 7. ອ້າຍໝອນ 8. ຂັນທອງ ວໍລະຈິດ 9. ພູເງິນ 10 009

  1. ສາຍ D:

–    D1: 1. Alex Ariya. 2. ຖາວອນ (ແດງ) 3. ບິນລີ່ (ນ້ອຍ) 4. ອາເລັກ ແສງພະເນົາ. 5. ລໍາເງິນ ວັນນະສຸກ. 6. ແສງພະຈັນ. 7. Bas. 8. ອຸ່ນ. 9. ໝີ ຫຼວງລັດ. 10. ຈີລະພົງ.

–    D2: 1. ຕູ່. 2. ສຸກ. 3. ປິ່ນ. 4. ຕ່າຍ. 5. Jack. 6. Be. 7. ອ້າຍທຸຍ. 8. ໂຈ້. 9. ຕີໃຫຍ່. 10. ອ້າຍຫຼ້າ

–    D3: 1. ສຸພັນ. 2. ອານຸລັກ. 3. ອາໂພ. 4. Cedric. 5. Gary 6. ອິນທະນັນ. 7. ຕົ້ນ. 8. ສົມບຸນ. 9. ບຸນປະເສີດ. 10. ອາພິສິດ

 

ທີ່​ມາ: ວາ​ລະ​ສານ​ມະ​ຫາ​ຊົນ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດບຸນເຂົ້າພັນສາ

ວັນບຸນເຂົ້າພັນສາ ໃນປີນີ້ ແມ່ນກົງກັບ ວັນທີ 20 ກໍລະກົດ 2024 ຫຼື ຂຶ້ນ 15 ຄໍ່າ ເດືອນ 8 ລາວ ຊຶ່ງເປັນມື້ທີ່ຊາວພຸດທະສາສະໜາ ຈະໄດ້ພ້ອມກັນນຳພາຄອບຄົວອອກໄປຟັງທຳມະເທສະໜາ ແລະ ໄດ້ມີການກະກຽມສິ່ງຂອງຕ່າງໆ ເພື່ອໄປທຳບຸນໃນມື້ເຂົ້າພັນສາ

ຢ່າມົວເຮັດວຽກຈົນລືມໄປທ່ຽວ ກັບ 5 ສະຖານທີ່ທ່ຽວໃນລະດູຝົນ

ເມື່ອເວົ້າເຖິງລະດູຝົນແລ້ວ ຫຼາຍຄົນອາດຄິດວ່າ ບໍ່ເໝາະສຳລັບການທ່ອງທ່ຽວ ຫຼື ແຄ້ມປິ້ງ ເພາະຝົນເຮັດໃຫ້ການເດີນທາງລຳບາກ, ປຽກ ແລະ ເປື້ອນ ແຕ່ຮູ້ບໍ່ວ່າຊ່ວງຝົນນີ້ລະ ເປັນອີກລະດູການທີ່ໜ້າທ່ຽວທີ່ສຸດໂດຍສະເພາະທ່ຽວທຳມະຊາດ ເພາະເຮົາຈະໄດ້ສຳຜັດກັບອາກາດທີ່ເຢັນສະບາຍ, ໃບໄມ້ທີ່ຂຽວງາມ, ໝອກທີ່ຈາງໆ ໃນຍາມເຊົ້າ, ຝົນຝອຍທີ່ຍ້ອຍລົງມາ ເຮັດໃຫ້ຮູ້ສຶກດີ ຜ່ອນຄາຍໄດ້ຫຼາຍທີ່ສຸດ.

“ວັດໂຕະໂມະ” ເມືອງປະທຸມພອນ ແຂວງຈຳປາສັກ

ວັດໂຕະໂມະ ທີ່ຕັ້ງຢູ່ບ້ານໂຕະໂໝະທ່າ, ເມືອງປະທຸມພອນ, ແຂວງຈຳປາສັກ ແມ່ນກຸ່ມສະຖານບູຮານ ທີ່ຕັ້ງຢູ່ທາງທິດຕາເວັນອອກຂອງແມ່ນໍ້າຂອງ ແລະ ຢູ່ຫ່າງຈາກວັດພູໄປທາງທິດຕາເວັນ ອອກສ່ຽງໃຕ້ 11ກມ ຮ່ອງຮອຍຂອງສະຖານບູຮານແຫ່ງນີ້ໄດ້ກະແຈກກະຈາຍຢູ່ຕາມພັກທັງສອງທີ່ໄດ້ຮັບການກໍ່ສ້າງຂື້ນຢູ່ໃນ ກາງປ່າທີ່ເຕັມໄປດ້ວຍຕົ້ນໄມ້ໃຫຍ່, ເທິງແຄມຝັ່ງຫ້ວຍນ້ຳໂຕະໂມະ ທີ່ເປັນອີກສາຂາໜຶ່ຂອງແມ່ນໍ້າຂອງ. ວັດໂຕະໂມະເປັນວັດ ແຫ່ງດຽວຂອງຊາວຂະແມທີ່ຕັ້ງຢູ່ທາງຝັ່ງຊ້າຍຂອງແມ່ນ້ຳຂອງ.