ກະຊວງການຕ່າງປະເທດ ມອບຫຼຽນກາມິດຕະພາບໃຫ້ ຮອງຜູ້ຕາງໜ້າອົງການ UNICEF

 

ໃນວັນທີ 11 ມີນາ 2019 ທີ່ກະຊວງການຕ່າງປະເທດ ໄດ້ມີພິທີປະດັບຫຼຽນກາມິດຕະພາບ ໃຫ້ແກ່ ທ່ານ ມິໂອ-ຊິນ ຢູນ (Myo-Zin Nyunt) ຮອງຜູ້ຕາງໜ້າອົງການອຸຍນິເຊບ (UNICEF) ປະຈຳ ສປປ ລາວ, ເພື່ອເປັນການຍ້ອງຍໍຊົມເຊີຍຜົນງານ ຂອງຜູ້ກ່ຽວພາຍຫຼັງ ສິ້ນສຸດການປະຕິບັດໜ້າທີ່ຢູ່ ສປປ ລາວ ມອບໂດຍທ່ານ ນາງ ຄຳເພົາ ເອີນທະວັນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະມີພະນັກງານຂັ້ນສູງຈາກບັນດາກະຊວງຂະແໜງການກ່ຽວຂ້ອງ, ຜູ້ຕາງໜ້າຫ້ອງການຜູ້ປະສານງານ ສປຊ ປະຈຳ ສປປ ລາວ ແລະຜູ້ຕາງໜ້າອົງການອຸຍນິເຊບປະຈຳ ສປປ ລາວ ເຂົ້າຮ່ວມ.

ໃນໂອກາດດັ່ງກ່າວ, ນາງ ຄຳເພົາ ເອີນທະວັນ ໄດ້ສະແດງຄວາມຊົມເຊີຍ ແລະຕີລາຄາສູງຕໍ່ຜົນສຳເລັດໃນການປະຕິບັດໜ້າທີ່ວຽກງານໃນໄລຍະຜ່ານມາ ຂອງທ່ານ ມິໂອ-ຊິນ ຢູນ, ທີ່ໄດ້ປະກອບສ່ວນເສີມຂະຫຍາຍການພົວພັນຮ່ວມມື ແລະຊ່ວຍເຫຼືອ ສປປ ລາວ ດ້ານຕ່າງໆຂອງອົງການອຸຍນິເຊບ ເປັນຕົ້ນແມ່ນວຽກງານຊ່ວຍເຫລືອແມ່ ແລະເດັກ ທາງດ້ານສາທາລະນະສຸກ ແລະໂພຊະນາການ ຢູ່ ສປປ ລາວ. ດັ່ງນັ້ນ, ລັດຖະບານ ແຫ່ງ ສປປ ລາວ ຈຶ່ງໄດ້ຕົກລົງຍ້ອງຍໍປະດັບ ຫຼຽນກາມິດຕະພາບ ເພື່ອເປັນການຈາລຶກຜົນງານການປະກອບສ່ວນໃນການສ້າງສາພັດທະນາ ຢູ່ ສປປ ລາວ ຂອງຜູ້ກ່ຽວ.

ພ້ອມດຽວກັນ ທ່ານ ມິໂອ-ຊີນ ຢູນ ກໍໄດ້ສະແດງຄວາມຂອບອົກຂອບໃຈ ຕໍ່ການຮ່ວມມື ແລະ ສະໜັບສະໜູນຂອງລັດຖະບານລາວ ຕະຫລອດໄລຍະການປະຕິບັດໜ້າທີ່ ຂອງທ່ານ ໃນໄລຍະ 3 ປີ ທີ່ຜ່ານມາ, ພ້ອມທັງຢືນຢັນຈະສືບຕໍ່ຊຸກຍູ້ໃຫ້ມີການຊ່ວຍເຫຼືອ ແລະສະໜັບສະໜູນຮ່ວມມືຂອງອົງການ UNICEF ໃຫ້ແກ່ ສປປ ລາວ ໃນຕໍ່ໜ້າ.

 

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...