Tuesday, June 16, 2026
Kbank Laos โอน รับ จ่าย
-->

ຜູ້ປະກອບການຊາວໜຸ່ມ​ ອາຊຽນ​ ພົບປະກັນທີ່ອາຊຽນ

ບັນດາຜູ້ປະກອບການໜຸ່ມຈໍານວນ 50 ທ່ານ​ ທີ່ມາຈາກບັນດາປະເທດອາຊຽນ ແລະ ຕີມໍເລັສເຕ ໄດ້ພົບປະກັນ
ຢູ່ທີ່ນະຄອນຫຼວງພະບາງ ເພື່ອເຂົ້າຮ່ວມໃນງານຝຶກອົບຮົມການທ່ອງທ່ຽວແບບຍືນຍົງ ເຊິ່ງໄດ້ຈັດຂຶ້ນ​ໂດຍ ຜ່ານ
ໂຄງການ Young Southeast Asian Leaders Initiative (YSEALI) ທີ່ໄດ້ຮັບທຶນຈາກໂຄງການລັດຖະ
ບານ ສ.ອາເມລິກາ.

ເພື່ອເປັນການກະຕຸ້ນສົ່ງເສີມຄວາມຕໍ່ເນື່ອງຂອງປີທ່ອງທ່ຽວ 2018 ຂອງລັດຖະບານ ສປປ ລາວ, ສະຖານທູດ
ສະຫະລັດ ອາເມຣິກາ ແຫ່ງ ສປປ ລາວ ຈຶ່ງໄດ້ຈັດງານຝຶກອົບຮົມການທ່ອງທ່ຽວແບບອະນຸລັກຂຶ້ນຢູ່ທີ່ນະຄອນ 
ຫຼວງພະບາງ ເຊິ່ງ The Asia Foundation ເປັນຜູ້ຈັດງານໃນຄັ້ງນີ້ ໂດຍໄດ້ຮັບທຶນຈາກລັດຖະບານ ສະຫະລັດ 
ອາເມຣິກາ.

ເປົ້າໝາຍຂອງການຝຶກອົບຮົມໃນຄັ້ງນີ້ ແມ່ນເພື່ອນຳເອົາບັນດາຜູ້ປະກອບການໄວໜຸ່ມຈາກ ອາຊີຕາເວັນອອກ
ສຽງໃຕ້ມາ ສປປ ລາວ ເພື່ອຮຽນຮູ້ຈາກບັນດາຫົວໜ່ວຍທຸລະກິດ ວິສາ ຫະກິດການທ່ອງທ່ຽວຂະໜາດນ້ອຍ 
ທີ່ໄດ້ມີການປະກອບສ່ວນສົ່ງເສີມການທ່ອງທ່ຽວ ທີ່ເປັນມິດກັບສິ່ງແວດລ້ອມ ແລະ ຮູບແບບຂອງຊຸມຊົນສຳລັບ
ການທ່ອງທ່ຽວ. 

ມີຫຼາຍບັນດາຫົວໜ່ວຍທຸລະກິດໃນທ້ອງຖິ່ນໄດ້ຮ່ວມກັບງານຝຶກອົບຮົມໃນຄັ້ງນີ້ ໂດຍການໃຫ້ບັນດາຜູ້ເຂົ້າຮ່ວມ
ໄດ້ໄປຢ້ຽມຢາມເບິ່ງຕົວຈິງ ເພື່ອຮຽນຮູ້ບັນດາທັກສະຕ່າງໆເຊັ່ນ: ການເຮັດການຕະຫຼາດຂອງຜ້າໄໝຊົນເຜົ່າ, 
ການດຳເນີນການຂອງພື້ນທີ່ຮັກສາສັດປ່າ ທີ່ຖືກຕ້ອງ ແລະ ການຈັດການການຄຸ້ມຄອງການທ່ຽວແບບພະຈົນໄພ 
ທີ່ເປັນມິດຕໍ່ ສະພາບແວດລ້ວມ. 

ບັນດາຜູ້ເຂົ້າຮ່ວມຍັງໄດ້ໄປຢ້ຽມຊົມສະຖານທີ່ທ່ອງທ່ຽວທີ່ສຳຄັນ ລວມທັງ ຕາດກວງຊີ, ວັດຊຽງທອງ ລວມໄປ
ເຖິງ ບັນດາຫົວໜ່ວຍການດຳເນີນການຂະໜາດນ້ອຍເຊັ່ນ: ສູນ Traditional Arts and Ethnology 
Center ແລະ ສະຖານທີ່ ຜະລິດເຄື່ອງປັ້ນດິນເຜົາ Pottery House Lao Food.

ໂຄງການ YSEALI ເປັນໂຄງການຂອງ ລັດຖະບານ ສ.ອາເມລິກາ ທີ່ໄດ້ລິເລີ່ມແຕ່ປີ2013 ເພື່ອເສີມສ້າງຄວາມ
ເຂັ້ມແຂງ ໃຫ້ແກ່ບັນດາຜູ້ນໍາໄວໜຸ່ມ ທັງຍັງເປັນການຂະຫຍາຍເຄືອຂ່າຍ ທົ່ວບັນດາປະເທດໃນພາກພື້ນອາຊີຕາ
ເວັນອອກສ່ຽງໃຕ້. ການຈັດງານ ການແລກປ່ຽນທາງດ້ານການສຶກສາ, ຈັດງານຝຶກອົບຮົມໃນທ້ອງຖິ່ນ ແລະ 
ການສະໜອງ ທຶນຕ່າງໆ ຂອງ ໂຄງການ YSEALI ແມ່ນເພື່ອຢາກສ້າງຄວາມອາດສາມາດໃຫ້ແກ່ຜູ້ນໍາ 
ໄວໜຸ່ມໃນຂົງເຂດຕ່າງໆທີ່ກ່ຽວຂ້ອງ ແລະ ເສີມສ້າງຄວາມເຂັ້ມແຂງໃນປະຊາຄົມອາຊຽນ.

ແຫຼ່ງຂ່າວ : u.​s embassy in laos
InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

🌧️ ຊັກເຄື່ອງຍາມຝົນແນວໃດໃຫ້ຫອມ? (ບໍ່ມີກິ່ນອັບ 100%)

ເຄີຍເປັນບໍ່ ເມື່ອຮອດຍາມຝົນແລ້ວ… ບັນຫາ "ເຄື່ອງມີກິ່ນອັບ" ກາຍເປັນຝັນຮ້າຍຂອງທຸກເຮືອນ! 👕ເພາະແດດບໍ່ມີ ແຖມຄວາມຊຸ່ມໃນອາກາດຍັງສູງ. ແຕ່ຢ່າຟ້າວຖອດໃຈ, ຖ້າຢາກໃຫ້ເຄື່ອງຫອມສົດຊື່ນຄືຕາກແດດຈັດ, ລອງເອົາ 3 ເທັກນິກນີ້ໄປໃຊ້ເບິ່ງເດີ້:

🌟 12 ປີມີເທື່ອດຽວ! ເປີດດວງ 12 ລາສີ ເດືອນພຶດສະພາ 2026

ຖືເປັນຈັງຫວະທອງຂອງຊີວິດ! ເປີດຄຳທຳນາຍດວງຊະຕາ ເດືອນພຶດສະພາ 2026 ດາວພະຫັດ ກາຍເປັນ "ມະຫາອຸດ" ໃນຮອບ 12 ປີ. ເດືອນນີ້ຖືວ່າເປັນ “ມຸງຄຸນຊ້ອນມຸງຄຸນ” ສົ່ງຜົນຕໍ່ທັງ 12 ລາສີ. ໃຜຈະເຮັງ ໃຜຈະປັງ ຫຼື ໃຜຕ້ອງລະວັງ? ມາເບິ່ງນຳກັນເລີຍ! ກຽມຮັບພະລັງມຸງຄຸນຄັ້ງໃຫຍ່ທີ່ສຸດໃນຮອບ 12 ປີ 🚀

ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບ ຊີພີ ອໍລ໌ ລາວ ຈັດກິດຈະກໍາຍົກລະດັບ  ຄຸນນະພາບສິນຄ້າ ແລະ ພັດທະນາຜູ້ປະກອບການທ້ອງຖິ່ນ

ພິທີເປີດກອງປະ​ຊຸມເຜີຍ​ແຜ່​ການຍົກລະດັບຄຸນນະພາບສິນຄ້າຂອງ ສປປ ລາວ ເພື່ອພັດທະນາຜູ້ປະກອບການ ແລະ ຄູ່ຮ່ວມທຸລະກິດ ໃນການເຂົ້າເຖິງຕະຫຼາດຈຳໜ່າຍສິນຄ້າຂອງຮ້ານ 7-ELEVEN Laos ຄັ້ງທີ 1 ປີ 2026 ເຊີ່ງມີຜູ້ປະກອບການ ແລະ ຄູ່ຄ້າໃຫ້ຄວາມສົນໃຈເຂົ້າຮ່ວມເປັນຈໍານວນຫຼາຍ