ຊາວ​ກະ​ເສດ​ເຊກອງ ສົ່ງອອກສິນ​ຄ້າບັນລຸຫລາຍກວ່າ 13 ລ້ານໂດລາ

ປັດຈຸບັນ ຫລາຍທ້ອງຖິ່ນໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດ ມະຕິ​ X ຂອງພັກຢ່າງຕັ້ງໜ້າ ເຮັດໃຫ້ວຽກງານຂອງແຕ່ລະ ຂະແໜງການ ມີການພັດທະນາສູ່ລວງເລິກ ສົ່ງຜົນເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນ ຮັບການປັບປຸງກ້າວສູ່ ການຫລຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ.​
ດັ່ງພະແນກ ກະສິກຳ ແລະ ປ່າໄມ້ ແຂວງເຊກອງ ໄດ້ເອົາໃສ່ສົ່ງເສີມການຜະລິດເປັນສິນຄ້າຂອງປະຊາຊົນຢ່າງ ກວ້າງຂວາງ ອັນພົ້ນເດັ່ນກວ່າໝູ່ ແມ່ນຂະບວນປູກກາເຟ, ມັນຕົ້ນ, ສາລີ ອາຫານສັດ, ຢາງພາລາ, ໝາກໜອດ, ຜັກກະລ່ຳ, ໝາກມັງກອນ, ກ້ວຍ ແລະ ພືດອື່ນໆ ແມ່ນເພີ່ມຂຶ້ນຫລາຍສົມຄວນ.

ໃນນັ້ນ, ມີພືດບາງຊະນິດ ສາມາດປະຕິບັດໄດ້ລືຶ່ນແຜນການ ກໍ່ເນື່ອງຈາກບັນດາພືດດັ່ງກ່າວ ແມ່ນມີທ່າແຮງທາງດ້ານການຕະຫລາດ; ມີຕະຫລາດຮອງຮັບໃນລາຄາທີ່ຊາວກະສິກອນຍອມຮັບໄດ້ ເຊິ່ງໃນ ປີ 2018 ຜ່ານມາ ການສົ່ງ ອອກຜະລິດຕະພັນກະສິກຳພາຍໃນ ແລະ ຕ່າງປະເທດ ບັນລຸມູນຄ່າ ຫລາຍກວ່າ 13 ລ້ານໂດລາສະຫະລັດ.

ການສົ່ງເສີມ ຜະລິດພືດ ເປັນສິນຄ້າ ໃນປີຜ່ານມາ ທົ່ວແຂວງ ເຊກອງ ມີເນື້ອທີ່ກວ່າ 22 ເຮັກຕາ ເຊິ່ງພົ້ນເດັ່ນ ແມ່ນຂະບວນການປູກກາເຟ ມີກວ່າ 12 ພັນເຮັກຕາ, ມັນຕົ້ນກວ່າ 1,2 ພັນເຮັກຕາ, ໝາກແໜ່ງ ກວ່າ 1 ພັນເຮັກຕາ ແລະ ພືດອື່ນໆຕາມລຳດັບ.

ຂະບວນການຜະລິດດັ່ງກ່າວ ແມ່ນຜະລິດຕະພັນສິນຄ້າກະສິກຳ ທີ່ສົ່ງອອກພາຍໃນ ແລະ ຕ່າງປະເທດ ໂດຍສ່ວນໃຫຍ່ ແມ່ນເປັນຜະລິດຕະພັນຂອງບໍລິສັດທີ່ເຂົ້າມາລົງທຶນພາຍໃນແຂວງ. ດ້ວຍການເອົາໃຈໃສ່ສົ່ງເສີມການປູກ, ການລົງທຶນ ຕ່າງໆຂອງການນຳແຂວງເຊກອງ ຈຶ່ງເຮັດໃຫ້ຫລາຍບ້ານ ມີຄອບຄົວຕົວແບບດ້ານການປູກກາເຟ ເປັນຕົ້ນແມ່ນບ້ານ ດາກຕະ ອອກໃຫຍ່ ແລະ ບ້ານດາກຕຽມ; ຄອບຄົວຕົວແບບການປູກພືດຜັກເປັນ ສິນຄ້າ ຢູ່ບ້ານດາກດິນ ແລະ ດາກຈຶງ; ປູກກາເຟ ປະສົມປະສານໂສມ, ໝາກນັດໃນພື້ນທີ່ ຄ້ອຍຊັນ ຢູ່ບ້ານ ດາກຣັນ ຂອງເມືອງ ດາກຈຶງ.

ນອກຈາກ ຄອບຄົວ ຕົວແບບແລ້ວ, ຍັງໄດ້ສົ່ງເສີມການຜະລິດເຂົ້າເປັນສິນຄ້າຢູ່ກຸ່ມບ້ານໂພນ, ກຸ່ມບ້ານ ດອນຈັນ ລວມມີ 7 ບ້ານ 140 ຄອບຄົວ ເຊິ່ງສາມາດຍົກສະມັດຕະພາບໄດ້ 4,11 ໂຕນ/ເຮັກຕາ; ຄອບຄົວຕົວແບບ ໃນການປູກພືດຜັກເປັນສິນຄ້າພາຍໃຕ້ ມາດຕະຖານກະສິກຳທີ່ດີໜຶ່ງເມືອງໜຶ່ງ ບ້ານຫລັກຂາວ ເມືອງທ່າແຕງ 10 ຄອບຄົວ.

ທີ່​ມາ: ຂ​ປ​ລ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...