ເປີດງານສັບປະດາ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ສະຫຼອງຂອບການຮ່ວມມື

ເຊົ້າວັນທີ 14 ມີນານີ້  ທີ່ນະຄອນຫຼວງວຽງຈັນ, ກົມເສດຖະກິດ ກະຊວງການຕ່າງປະເທດ ໃນນາມກອງເລຂາແຫ່ງຊາດແມ່ນໍ້າຂອງ-ແມ່ນນໍ້າລ້ານຊ້າງ ຮ່ວມກັບສະຖານເອກອັກຄະລັດຖະທູດ ສປ ຈີນ ປະຈໍາລາວ ຈັດງານສັບປະດາ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ໂດຍໃຫ້ກຽດເປັນປະທານຂອງທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ທ່ານ ຈຽງ ຈາຍຕົງ ເອກອັກຄະລັດຖະທູດ ແຫ່ງ ສປ ຈີນ ປະຈໍາ ສປປ ລາວ, ມີບັນດາຕາງໜ້າຈາກປະເທດສະມາຊິກ ແມ່ນນໍ້າຂອງ-ແມ່ນໍ້າລ້ານຊ້າງ (ກຳປູເຈຍ, ຈີນ, ລາວ, ມຽນມາ, ໄທ ແລະຫວຽດນາມ ແລະກະຊວງຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ທອງຜ່ານ ສະຫວັນເພັດ ໃຫ້ຮູ້ວ່າ: ການຈັດງານຄັ້ງນີ້ ເພື່ອເປັນການສືບຕໍ່ຈັດຕັ້ງປະຕິບັດຜົນງານຂອງກອງປະຊຸມຜູ້ນໍາແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 2, ເປັນການສະເຫຼີມສະຫຼອງວັນສ້າງຕັ້ງຂອບການຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄົບຮອບ 3 ປີ ແລະທັງເປັນການເຜີຍແຜ່ຄວາມຮູ້ກ່ຽວກັບຂອບການຮ່ວມມືແມ່ນນໍ້າຂອງ-ແມ່ນໍ້າລ້ານຊ້າງ ໃຫ້ບັນດາກະຊວງຂະແໜງການ, ສະຖາບັນຄົ້ນຄວ້າ, ນັກສຶກສາ, ສື່ມວນຊົນ ແລະແຂກທີ່ເຂົ້າຮ່ວມ. ນອກນັ້ນ, ຍັງເປັນການເພີ່ມທະວີ ຮັດແໜ້າການພົວພັນຮ່ວມມື, ແລກປ່ຽນວັດທະນາທໍາ ແລະຊຸກຍູ້ການທ່ອງທ່ຽວລະຫວ່າງປະເທດສະມາຊິກແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ.

ໃນງານສັບປະດາ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງນີ້ ມີຫຼາຍກິດຈະກໍາຄື: ພິທິປະຖະກະຖາກ່ຽວກັບໂອກາດ ແລະສິ່ງທ້າທາຍຂອງຂອບການຮ່ວມື ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ, ການປະກວດຮູບພາຍຖ່າຍກ່ຽວກັບວັດທະນາທໍາ ແລະເອກະລັກຂອງປະເທດສະມາຊິກ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ, ສາຍຮູບເງົາສາລະຄະດີເລື່ອງສັ້ນກ່ຽວກັບວັດທະນາທໍາ ແລະການທ່ອງທ່ຽວຂອງປະເທດສະມາຊິກ.

 

 

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...