ອະສັງຫາລິມະຊັບ ໃນ ສ​ປ​ປ.​ລາວ ຍັງຢູ່ແບບແຈກກະ​ຈາຍ

ການພັດທະນາອະສັງຫາລິມະຊັບໃນລາວຍັງມີລັກສະນະຢູ່ແບບແຈກຢາຍຢູ່ແຕ່ລະຈຸດແຕ່ລະມູມຕາມຄວາມເປັນໄປໄດ້ຂອງເຈົ້າຂອງດິນ ແລະ ນາຍທຶນຜູ້ມາຊື້ດິນ, ມີການແບ່ງດິນຂາຍເປັນຕົ້ນເຮັດໃຫ້ການພັດທະນາດັ່ງກ່າວບໍ່ມີຄວາມເປັນລະບຽບ ແລະ ມີຄວາມສ່ຽງທີ່ຈະກໍ່ໃຫ້ເກີດທຸລະກິດຟອງສະບູເຫຼືອບໍ່ພໍອາຄານສະຖານທີ່ເກີດຂຶ້ນຫຼາຍແຕ່ບໍ່ມີຄົນເຊົ່າແຕ່ຈຳນວນຄົນຂາດທີ່ຢູ່ອາໄສມີຈຳນວນເພີ່ມຂຶ້ນ.

ທ່ານ ນາງ ວິດາລີ ຈັນທະຜາສຸກ ເຈົ້າຂອງໂຮງແຮມຈັນທະຜາສຸກ, ທີ່ປຶກສາອາວຸໂສ ປະຈຳ ຄອນຊູລັດລາວ ກ່າວໃນກາງ EXPO 2019 ວ່າ: ພາບລວມອະສັງຫາລິມະຊັບໃນ ສປປ ລາວ ຍັງມີລັກສະນະຢູ່ແບບກະແຈກກະຈາຍບໍ່ເວັ້ນແຕ່ເມືອງໃຫຍ່ຄືນະຄອນຫຼວງວຽງຈັນເຮົາຈະສັງເກດເຫັນການກໍ່ສ້າງອາຄານຕ່າງໆບໍ່ມີຈຸດສຸມ, ບໍ່ມີເອກະລັກສະເພາະທາງວັດທະນະທຳນັກທຸລະກິດອະສັງຫາຈຳນວນບໍ່ໜ້ອຍຕ້ອງການຢູ່ແບບກຸ່ມກ້ອນເພາະຈະເຮັດໃຫ້ມີຄວາມສ່ຽງໜ້ອຍທາງທຸລະກິດ.

ບົດຮຽນຫຼາຍປະເທດໃນອາຊີບເກີດມີທຸລະກິດແບບລາຄາຄ້າງຟ້າ ຫຼື ເອີ້ນອີກຢ່າງໜຶ່ງວ່າທຸລະກິດຟອງສະບູລາຄາສູງກວ່າຄວາມເປັນຈິງໃນທີ່ສຸດເມື່ອສ້າງອາຄານຂຶ້ນມາຫຼາຍຊັ້ນໃນຈຳນວນມູນຄ່າມະຫາ ສານແຕ່ກໍ່ບໍ່ມີຄົນສາມາດເຂົ້າໄປເຊົ່າ ຫຼື ຢູ່ໄດ້ ຍ້ອນແບກຫາບພາລະໃນການໃຊ້ຈ່າຍບໍ່ໄຫວເມື່ອເກີດມີອາຄານສະຖານທີ່ຂຶ້ນຫຼາຍແຕ່ບໍ່ມີຄົນເຊົ່າແຕ່ຈຳນວນຄົນຂາດທີ່ຢູ່ອາໄສມີຈຳນວນເພີ່ມຂຶ້ນນັບມື້.

ທ່ານ ນາງ ວິດາລີ ຈັນທະຜາສຸກ ໃຫ້ທັດສະນະວ່າ: ການພັດທະນາອະສັງຫາລິມະຊັບໃນລາວຄວນຈະມີພາກລັດເຂົ້າມາຄຸ້ມຄອງຢ່າງຮັດແຄບກວ່າເກົ່າ    ເພື່ອບໍ່ໃຫ້ເກີດມີການແຂ່ງຂັນກັນສູງທາງດ້ານລາຄາຈາກນັກລົງທຶນດ້ວຍກັນເອງ ລັກສະນະຂອງການພັດທະນາຄວນມີການກຳນົດລະອຽດຊັດເຈນເຖິງຈຸດທີ່ຈະພັດທະນາເພື່ອໃຫ້ມີຄວາມເຂົ້າໃຈໄດ້ງ່າຍ, ນັກທຸລະກິດອະສັງຫາເອງກໍ່ບໍ່ຄວນຢູ່ແບບໂດດດ່ຽວເພື່ອບໍ່ໃຫ້ມີຄວາມສ່ຽງດ້ານການລົງທຶນຄວນປືກສາລັດ, ຄວນມີບໍລິສັດທີ່ປຶກສາທີ່ມີປະສົບການສູງ.

ທ່ານ ຫຸມພັນ ໄຊຍະລາດ ເຈົ້າຂອງບໍລິສັດ ເຣັນສະບາຍ ຊື້ເຊົ່າ ຂາຍ-ດິນ-ເຮືອນ ກ່າວວ່າ: ອະສັງຫາລິມະຊັບໃນບ້ານເຮົາຜ່ານມາຍັງບໍ່ທັນມີສະມາຄົມໃນການຄຸ້ມຄອງທີ່ຊັດເຈນ ນັກທຸລະກິດສ່ວນໃຫຍ່ແມ່ນມີການຈັບກຸ່ມທຸລະກິດເຕົ້າໂຮມກັນເອງໃນຖານະເຮັດອະສັງຫາດ້ວຍກັນ ປັດຈຸບັນກຳລັງມີການຂໍອະນຸຍາດກັບຂັ້ນຄຸ້ມຄອງພາກສ່ວນກ່ຽວຂ້ອງເພື່ອສ້າງໃຫ້ມີສະມາຄົມທີ່ລະອຽດຊັດເຈນຄັກແນ່ໃນການຄຸ້ມຄອງ ແລະ ຊ່ວຍເຫຼືອກັນເອງ.

ແນວໃດກໍດີເຈົ້າຂອງ ບໍລິສັດ ເຣັນສະບາຍ ເປີດເຜີຍວ່າ: ອະສັງຫາລິມະຊັບໃນລາວໃນປີຜ່ານມາຢູ່ໃນຈັງຫວະການຊະລໍໂຕຍ້ອນຫຼາຍປັດໄຈສະພາບເສດຖະກິດໂລກມີການປ່ຽນແປງໄດ້ໄວບວກກັບປັດໄຈພາຍໃນອັດຕາເງິນເຟີ້ເພີ່ມຂຶ້ນເຮັດໃຫ້ຄ່າຄອງຊີບຖີບຕົວຂຶ້ນຕາມກັນຫາກປຽບທຽບກັບປະເທດໃກ້ຄຽງລາວຍັງຖືວ່າອະສັງຫາມີການພັດທະນາຊ້າກວ່າຍ້ອນນັກທຸລະກິດບໍ່ກ້າເຂົ້າມາລົງທຶນໃນຂົງເຂດເສດຖະກິດທີ່ຍັງບໍ່ທັນມີການກຳນົດລະອຽດຊັດເຈນເຖິງກຳນົດຄວາມສູງຂອງອາຄານ, ກຳນົດໃນການສຳປະທານ ແລະ ຕົ້ນທຶນໃນເຂດເສດຖະກິດກໍ່ເຫັນວ່າຍັງສູງ.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...