ລາຄານ້ຳມັນປັບຂຶ້ນ ປະຊາຊົນ​ຕ້ອງໃຊ້ຢ່າງປະຢັດ

ກົມການຄ້າພາຍໃນກະຊວງອຸດສາຫະກຳ ແລະການຄ້າໄດ້ຮູ້ວ່າ: ຫຼັງຈາກການປັບລາຄານໍ້າມັນເຊື້ອໄຟໃນຂອບເຂດທົ່ວປະເທດຄັ້ງວັນທີ 26 ກຸມພາ 2019 ຜ່ານມາ, ມາຮອດປະຈຸບັນສະພາບລາຄານໍ້າມັນເຊື້ອໄຟໃນຕະຫຼາດໂລກ, ເວົ້າສະເພາະນໍ້າມັນເຊື້ອໄຟສໍາເລັດຮູບຕະຫຼາດສິງກະໂປຍັງສືບຕໍ່ເໜັງຕີງເພີ່ມຂຶ້ນໂດຍສົມທຽບລາຄາສະເລ່ຍນໍ້າມັນເຊື້ອໄຟສໍາເລັດຮູບໃນວັນທີ 20 ກຸມພາ-6 ມີນາ (15 ວັນ) ບວກຄ່າຂົນສົ່ງ,ຄ່າປະກັນໄພ ແລະອື່ນໆ ຮອດລາວກັບລາຄາ CIF ຄິດໄລ່ພາສີປະຕິບັດຄັ້ງວັນທີ26 ກຸມພາຜ່ານມາເຫັນວ່າລາຄາສະເລ່ຍນໍ້າມັນແອັດຊັງພິເສດ, ນໍ້າມັນແອັດຊັງທໍາມະດາ ແລະນໍ້າມັນກາຊວນຢູ່ຕະຫຼາດສິງກະໂປປັບເພີ່ມຂຶ້ນຄື: ນໍ້າມັນແອັດຊັງພິເສດເພີ່ມ 251 ກີບຕໍ່ລິດ ຫຼື ຄິດເປັນ 5,72%, ແອັດຊັງທໍາມະດາເພີ່ມຂຶ້ນ 252 ກີບຕໍ່ລິດ ຫຼືຄິດເປັນ 5,93% ແລະນໍ້າມັນກາຊວນເພີ່ມ 236 ກີບຕໍ່ລິດ ຫຼື ຄິດເປັນ 4,80%.

ຕໍ່ສະພາບການດັ່ງກ່າວ ຈະເຮັດໃຫ້ລາຄາຂາຍຍ່ອຍນໍ້າມັນເຊື້ອ ໄຟທຸກຊະນິດປັບຂຶ້ນເຊັ່ນ:

ນໍ້າມັນແອັດຊັງພິເສດເພີ່ມຂຶ້ນ 470 ກີບຕໍ່ລິດ,

ນໍ້າມັນແອັດຊັງທໍາມະດາເພີ່ມ 430 ກີບຕໍ່ລິດ

ແລະ ນໍ້າມັນກາຊວນເພີ່ມຂຶ້ນ 340 ກີບຕໍ່ລິດ,

ຈາກການປ່ຽນແປງດັ່ງກ່າວຈິ່ງເຮັດໃຫ້ລາຄາຂາຍຍ່ອຍນໍ້າມັນເຊື້ອໄຟທີ່ປະຕິບັດຄັ້ງວັນທີ 19 ມີນາ ສະເພາະນໍ້າມັນແອັດຊັງພິເສດເພີ່ມຂຶ້ນ 400 ກີບຕໍ່ລິດ ຫຼື ຄິດເປັນ 4,09% (ຈາກ 9,76 ພັນເປັນ 10,16 ພັນກີບຕໍ່ລິດ), ນໍ້າມັນແອັດຊັງທໍາມະດາເພີ່ມຂຶ້ນ 260 ກີບຕໍ່ລິດ ຫຼື ຄິດເປັນ 2,97% (ຈາກ 8,73 ເປັນ 8,99 ພັນກີບຕໍ່ລິດ), ລາຄານໍ້າມັນກາຊວນເພີ່ມ 190 ກີບຕໍ່ລິດ ຫຼື ຄິດເປັນ 2,25% (ຈາກ 8,41 ພັນເປັນ 8,60 ພັນກີບຕໍ່ລິດ).

ພ້ອມທັງຈະສົ່ງຜົນກະທົບຕໍ່ພື້ນຖານເສດຖະກິດກໍຄືຜູ້ຊົມໃຊ້ໂດຍກົງ, ດັ່ງນັ້ນເພື່ອເຮັດໃຫ້ການປັບລາຄານໍ້າມັນເຊື້ອໄຟເປັນໄປຕາມກົນໄກຕະຫຼາດທັງບໍ່ແຕກໂຕນກັບປະເທດອ້ອມຂ້າງ ແລະ ໃຫ້ມີນໍ້າມັນເຊື້ອໄຟສະໜອງພາຍໃນໄດ້ຢ່າງພຽງພໍ.

ພ້ອມດຽວກັນນັ້ນ, ຮຽກຮ້ອງໃຫ້ປວງຊົນລາວບັນດາເຜົ່າຈົ່ງເຂົ້າໃຈ ແລະ ຊ່ວຍກັນປະຢັດມັດທະຍັດໃນການຊົມໃຊ້ ໂດຍສະເພາະແມ່ນການຊົມໃຊ້ຍານພາຫະນະ, ລວມທັງຮຽກຮ້ອງມາຍັງບັນດາຜູ້ປະກອບການທຸລະກິດຕ່າງໆຈົ່ງຢ່າໄດ້ສວຍໂອກາດຂຶ້ນລາຄາສິນຄ້າຕາມລໍາພັງໃຈ ແລະກັກຕຸນສິນຄ້າກໍຄືນໍ້າມັນເຊື້ອໄຟໃນໄລຍະລາຄານໍ້າມັນເຊື້ອໄຟເໜັງຕີງຂຶ້ນສູງ, ຫາກພົບເຫັນການສວຍໂອກາດຂຶ້ນລາຄາສິນຄ້າ ແມ່ນຈະໄດ້ໃຊ້ມາດຕະການຕາມລະບຽບການ ຫຼື ຫາກຜູ້ຊົມໃຊ້ພົບເຫັນການສວຍໂອກາດຂຶ້ນລາຄາສິນຄ້າກໍສາມາດໂທແຈ້ງສາຍດ່ວນ 1510 ແລະເວັບໄຊປົກປ້ອງຜູ້ຊົມໃຊ້ www.lcp.gov.la ໄດ້.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...