Tuesday, June 16, 2026
Kbank Laos โอน รับ จ่าย
-->

ເປີດກອງປະຊຸມເຄືອຂ່າຍຄັງປັນຍາຄັ້ງທີ II ຂອງສູນຄົ້ນຄວ້າແມ່ນໍ້າຂອງສາກົນ

ກອງປະຊຸມເຄືອຂ່າຍຄັງປັນຍາຄັ້ງທີ II ຂອງສູນຄົ້ນຄວ້າແມ່ນໍ້າຂອງສາກົນ ໄດ້ຈັດຂຶ້ນໃນວັນທີ 22 ມີນາ 2019 ທີ່ນະຄອນຫລວງວຽງຈັນ. ພາຍໃຕ້ຫົວຂໍ້” ເສີມຂະ ຫຍາຍການຮ່ວມມື ແລະ ການເປັນຄູ່ຮ່ວມມືເພື່ອກ້າວສູ່ການສ້າງປະຊາຄົມແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງທີ່ມີອານາ ຄົດຮ່ວມກັນ” ກອງປະຊຸມດັ່ງກ່າວ ໄດ້ມີການປຶກສາຫາລືກ່ຽວກັບວິທີທາງກ້າວສູ່ການເປີດກວ້າງ ແລະ ກວມລວມເອົາຂໍ້ລິເລີ່ມຕ່າງໆໃນຂອບ MLC ແລະ ທິດທາງໃນການພັດທະນາສ້າງແລວເສດຖະ ກິດຮ່ວມກັນພາຍໃຕ້ຂອບ MLC.

ໂດຍມີທ່ານ ນາງ ຄໍາເພົາ ເອີທະວັນ ຮອງລັດຖະ ມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ມີບັນດາປະເທດຈາກສູນຄົ້ນຄວ້າແມ່ນໍ້າຂອງສາກົນຫວຽດນາມ, ມຽນມ້າ, ໄທ ແລະ ກໍາປູເຈຍ, ຜູ້ຕາງໜ້າຈາກອົງການຈັດ ຕັ້ງສາກົນຂອງພາກພື້ນ, ພ້ອມດ້ວຍພາກສວ່ນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

🌧️ ຊັກເຄື່ອງຍາມຝົນແນວໃດໃຫ້ຫອມ? (ບໍ່ມີກິ່ນອັບ 100%)

ເຄີຍເປັນບໍ່ ເມື່ອຮອດຍາມຝົນແລ້ວ… ບັນຫາ "ເຄື່ອງມີກິ່ນອັບ" ກາຍເປັນຝັນຮ້າຍຂອງທຸກເຮືອນ! 👕ເພາະແດດບໍ່ມີ ແຖມຄວາມຊຸ່ມໃນອາກາດຍັງສູງ. ແຕ່ຢ່າຟ້າວຖອດໃຈ, ຖ້າຢາກໃຫ້ເຄື່ອງຫອມສົດຊື່ນຄືຕາກແດດຈັດ, ລອງເອົາ 3 ເທັກນິກນີ້ໄປໃຊ້ເບິ່ງເດີ້:

🌟 12 ປີມີເທື່ອດຽວ! ເປີດດວງ 12 ລາສີ ເດືອນພຶດສະພາ 2026

ຖືເປັນຈັງຫວະທອງຂອງຊີວິດ! ເປີດຄຳທຳນາຍດວງຊະຕາ ເດືອນພຶດສະພາ 2026 ດາວພະຫັດ ກາຍເປັນ "ມະຫາອຸດ" ໃນຮອບ 12 ປີ. ເດືອນນີ້ຖືວ່າເປັນ “ມຸງຄຸນຊ້ອນມຸງຄຸນ” ສົ່ງຜົນຕໍ່ທັງ 12 ລາສີ. ໃຜຈະເຮັງ ໃຜຈະປັງ ຫຼື ໃຜຕ້ອງລະວັງ? ມາເບິ່ງນຳກັນເລີຍ! ກຽມຮັບພະລັງມຸງຄຸນຄັ້ງໃຫຍ່ທີ່ສຸດໃນຮອບ 12 ປີ 🚀

ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບ ຊີພີ ອໍລ໌ ລາວ ຈັດກິດຈະກໍາຍົກລະດັບ  ຄຸນນະພາບສິນຄ້າ ແລະ ພັດທະນາຜູ້ປະກອບການທ້ອງຖິ່ນ

ພິທີເປີດກອງປະ​ຊຸມເຜີຍ​ແຜ່​ການຍົກລະດັບຄຸນນະພາບສິນຄ້າຂອງ ສປປ ລາວ ເພື່ອພັດທະນາຜູ້ປະກອບການ ແລະ ຄູ່ຮ່ວມທຸລະກິດ ໃນການເຂົ້າເຖິງຕະຫຼາດຈຳໜ່າຍສິນຄ້າຂອງຮ້ານ 7-ELEVEN Laos ຄັ້ງທີ 1 ປີ 2026 ເຊີ່ງມີຜູ້ປະກອບການ ແລະ ຄູ່ຄ້າໃຫ້ຄວາມສົນໃຈເຂົ້າຮ່ວມເປັນຈໍານວນຫຼາຍ