ປີນີ້ ລາວສົ່ງອອກສິນຄ້າກະສິກຳບັນລຸແລ້ວ ເກືອບ 60 ຕື້ກີບ

ການຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າ ແມ່ນວຽກຫນຶ່ງທີ່ລັດຖະບານເອົາໃຈໃສ່ໂດຍອີງໃສ່ທ່າແຮງທີ່ມີຢູ່ພາຍໃນປະເທດ, ຊຶ່ງຖ້າ ສູດຂໍ້ມູນຈາກກະຊວງ ກະສິກໍາ ແລະປ່າໄມ້ ເຜີຍວ່າຍອດຕົວເລກການສົ່ງອອກຮອດເດືອນເມສາມີທັງຫມົດ 20 ພັນກວ່າໂຕນ ຄິດເປັນມູນຄ່າເກືອບ 60 ຕື້ກີບ, ໂດຍສິນຄ້າຫຼັກທີ່ສົງອອກຍັງ ແມ່ນກາເຟ, ຫມາກກ້ວຍ ແລະມັນຕົ້ນ.

ອີງຕາມບົດລາຍງານສະພາບການປະຕິບັດວຽກປະຈໍາເດືອນເມສາ 2019 ແລະແຜນວຽກສຸມໃນເດືອນພຶດສະພາຂອງຂະແຫນງ ກະສິກໍາ ແລະປ່າໄມ້, ກະ ຊວງກະສິກໍາ ແລະປ່າໄມ້ ໃຫ້ຮູ້ວ່າ:

ໃນການຜະລິດສະບຽງອາຫານໂດຍສະເພາະການຜະລິດລະດູແລ້ງປີ . 2018-2019 ກໍຄື ການຜະລິດເຂົ້ານາແຊງມາຮອດ ປະຈຸບັນ ຊາວກະສິກອນໃນຂອບເຂດທົ່ວປະເທດ ແມ່ນພວມຂຸ້ນຂ້ຽວເກັບ ກ່ຽວມ້ຽນມັດຜົນຜະລິດເຂົ້ານາແຊງໃນເນື້ອທີ່ ທີ່ໄດ້ປັກດໍ 89,65 ພັນເຮັກ ຕາ ເທົ່າກັບ 90% ຂອງເນື້ອທີ່ທັງຫມົດ.

ຊຶ່ງດຽວນີ້ເຫັນວ່າຫຼາຍແຂວງແມ່ນໄດ້ເລີ່ມເກັບກ່ຽວຈໍານວນຫນຶ່ງແລ້ວ, ສ່ວນການປູກພືດລະດູແລ້ງຂອງຊາວກະສິ ກອນທີ່ໄດ້ປູກພືດ ຜັກຊະນິດຕ່າງໆຈໍານວນ 1,35 ແສນເຮັກຕາເທົ່າກັບ 73,22% ຂອງແຜນການທັງຫມົດ, ໃນນັ້ນພືດທີ່ປູກຫຼາຍກວ່າຫມູ່ແມ່ນ ສາລີອາຫານ ສັດ, ສາລີຫວານ, ມັນຕົ້ນ, ຢາສູບ, ອ້ອຍ, ຖົ່ວດິນ ແລະເຜືອກມັນຕ່າງໆ, ສໍາລັບແຂວງທີ່ປູກຫຼາຍກວ່າຫມູ່ແມ່ນ ພາກເຫນືອ ປະຕິບັດໄດ້ 57,75 ພັນເຮັກຕາ, ພາກ ກາງ 48,77

ທີ່ມາ: ປະຊາຊົນເສດຖະກິດ-ສັງຄົມ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...