ເມືອງນອງ ຈັດພິທີທຳລາຍຊີ້ນໝູທີ່ນຳເຂົ້າຜິດກົດໝາຍຈາກປະເທດຫວຽດນາມ

ຢູ່ທີ່ ຫ້ອງການ ກະສິກຳ ແລະປ່າໄມ້ເມືອງນອງ ແຂວງສະຫວັນນະເຂດ ໄດ້ຈັດພິທີທຳລາຍຊີ້ນສັດປະເພດຊີ້ນໝູ ທີ່ນຳເຂົ້າ ຜິດກົດໝາຍ ໂດຍການເຂົ້າຮ່ວມເປັນສັກຂີພະຍານຂອງ ທ່ານ ຄຳທະຫວິນ ແກ້ວວົງສາ ຫົວໜ້າຫ້ອງວ່າການປົກຄອງເມືອງນອງ, ທ່ານ ຖັນມາລາ ໄຊຍະວົງ ຮອງຫົວໜ້າຫ້ອງ ການ ກະສິກຳ ແລະປ່າໄມ້ເມືອງ, ມີບັນດາໜ່ວຍງານ ລ້ຽງສັດ ແລະການປະມົງທີ່ມາຈາກດ່ານສາກົນແດນສະຫວັນ – ລາວບາວ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີ ທ່ານ ພູວຽງ ໄຊຍະວົງຊາດ ຫົວໜ້າໜ່ວຍງານ ລ້ຽງສັດ ແລະການປະມົງກໍ່ໄດ້ລາຍງານໃຫ້ຮູ້ວ່າ: ໃນຄັ້ງວັນທີ 14 ເມສາ 2019 ທາງພະນັກງານສັດຕະວະແພດໄດ້ອອກລາດຕະເວນ ຕາມສາຍທາງລະຫວ່າງບ້ານ ນາກອງ, ບ້ານ ຕຳລວງ ແລະໄດ້ພົບເຫັນແມ່ຄ້າຊາວຫວຽດນາມ ລາຍໜຶ່ງໄດ້ນຳເອົາປະເພດຊີ້ນໝູທີ່ນຳເຂົ້າມາຈາກ ຊາຍແດນ ລາວບາວ ສສ ຫວຽດນາມ ມາຂາຍໃຫ້ກັບປະຊາຊົນຊາວເມືອງນອງ ເຊິ່ງບັນຈຸໃສ່ລົດຈັກເຂົ້າມາ ຈຳນວນ 27 ໂລ ລວມມູນຄ່າ 945.000 ກີບ ແລະໄດ້ເຮັດບົດບັນທຶກກ່າວເຕືອນຕໍ່ບຸກຄົນດັ່ງກ່າວ ຖ້າຫາກ ຍັງພົບເຫັນນຳເຂົ້າມາຂາຍໃນຄັ້ງຕໍ່ໄປ ແມ່ນຈະໄດ້ປັບໄໝ ແລະດຳເນີນຕາມລະບຽບກົດໝາຍ.

ທີ່ມາ: ມີເດຍລາວ Media Laos

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...