ຊ່ວຍ​ສົ່ງ​ແຮງ​ໃຈ! ລາວ ສົ່ງ 2 ນັກກິລາເພາະກາຍ ເຂົ້າຮ່ວມຊິງແຊັມອາຊຽນ ທີ່ມຽນມາ

ທ້າວ ນັນທະລັກ ສຸນາເຄນ

ສະຫະພັນກິລາເພາະກາຍແຫ່ງຊາດລາວ ສົ່ງນັກກີລາ 2 ຄົນ (ຍິງ 1 ຊາຍ 1) ພ້ອມດ້ວຍກໍາມະການຕັດສິນ 2 ທ່ານ ແລະ ຄະນະພ້ອມດ້ວຍຜູ້ຕິດຕາມ 5 ຄົນ ລວມ 9 ຄົນ ເຂົ້າຮ່ວມແຂ່ງຂັນເພາະກາຍ ລາຍການ ຊີງແຊັມອາຊຽນ ຄັ້ງທີ 16 ທີ່ປະເທດມຽນມາ ໃນລະຫວ່າງ 16-21 ພຶດສະພາ 2019 ທີ່ຈະມາເຖີງນີ້ ເຊີ່ງນັກກິລາ 2 ຄົນ ໃນປະເພດຊາຍ-ຍິງ ຫຸ່ນງາມ ປະກອບມີ ທ້າວ ນັນທະລັກ ສຸນາເຄນ ຈາກ happyness fitnesses ຈະລົງທໍາການແຂ່ງຂັນໃນລຸ້ນ men sport physique ລຸ້ນຄວາມສູງບໍ່ເກີນ 165 cm ວັນທີ 18/5/2019 ນາງ ກອງແພງ ຂຸນວິໄນ ຈາກ up2u fitnessesຈະລົງທຳການແຂ່ງຂັນໃນລຸ້ນ model physique ລຸ້ນຄວາມສູງບໍ່ເກີນ 160 cm.

ທ່ານ ຄໍາພະໄພວັນ ວົງໄຊ ຮັກສາການປະທານສະຫະພັນກີລາເພາະກາຍແຫ່ງຊາດລາວ ທັງເປັນຄະນະນໍາພານັກກີລາເຂົ້າຮ່ວມລາຍການດັ່ງກ່າວ ໃຫ້ສໍາພາດກ່ອນອອກເດີນທາງ ໃນວັນທີ 16 ພຶດສະພາ 2019 ຢູ່ສະໜາມ ບິນສາກົນວັດໄຕວ່າ: ສໍາລັບການເຂົ້າຮ່ວມຄັ້ງນີ້ ເພື່ອເສີມສ້າງ ແລະ ປຸກລະດົມໃຫ້ວົງການກີລາເພາະກາຍໃຫ້ມີຂະບວນການຟົດຟື້ນຍິ່ງຂຶ້ນ ເຊິ່ງໄລຍະຜ່ານມາ ພວກເຮົາກໍໄດ້ມີການແຂ່ງຂັນພາຍໃນປະເທດ ລາຍການມິດສະເຕີລາວ ປີ 2015 ປີ 2017 ປີ 2018 ແລະ ມາເຖິງປັດຈຸບັນ ຂ້າພະເຈົ້າຄິດວ່າການແຂ່ງຂັນເພາະກາຍຂອງລາວຍາກຍົກລະດັບຂຶ້ນ ຕ້ອງການພັດທະນານັກກີ ລາຮຸ່ນສືບທອດ ເພື່ອເຂົ້າໄປແຂ່ງຂັນໃນເວທີສາກົນໃຫ້ຫຼາຍຂຶ້ນ.

ໃນການເຂົ້າຮ່ວມແຂ່ງຂັນຄັ້ງນີ້ ພວກເຮົາຈະພະຍາຍາມສູ້ຊົນເຮັດໃຫ້ດີທີ່ສຸດ ແລະ ຫວັງຕິດ 1 ໃນ 4 ພ້ອທັງຫວັງຍາດເອົາຫຼຽນໃດໜຶ່ງມາສູ່ປະເທດຊາດ.

ທີ່​ມາ: ໜັງ​ສື​ພິມ​ວຽງ​ຈັນ​ໃໝ່

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...