ຊົມເຊີຍ! ເຈົ້າໜ້າທີ່ທະຫານຊາຍແດນ 324 ຢຶດເຮືອຈັກທີ່ບັນທຸກໄມ້ຜິດກົດໝາຍ

ເຈົ້າໜ້າທີ່ທະຫານຊາຍແດນ 324 ທີ່ຂື້ນກັບກອງບັນຊາການທະຫານແຂວງສະຫວັນນະເຂດ ໄດ້ອອກກວດກາລາດຕະເວນຕາມຂອບເຂດຄວາມຮັບພິຊອບຂອງຕົນເຊິ່ງນຳໂດຍ ສະຫາຍ ຮ້ອຍໂທ ຄອນພະວັນ ສຸກມາວັນ ຫົວໜ້າໜູ່ ພ້ອມດ້ວຍອ້າຍນ້ອງ 3 ສະຫາຍ.

ພໍຮອດເວລາ 5 : 30 ນາທີໄດ້ເຫັນເຮືອຈັກຂະໜາດໃຫ່ຍ 1 ລຳ ຄວາມແຮງ 4 ສູບ,ທີ່ແລ່ນລຽບຕາມລຳນຳ້ຂອງມາຈາກຕອນໃຕ້ ທີ່ບັນທຸກໄມ້ຜິດກົດໝາຍເຕັມລຳເຮືອ.

ເມື່ອເຫັນດັ່ງນັ້ນທາງເຈົ້າໜ້າທີ່ຈິ່ງໄດ້ເຂົ້າກັກເຮືອຈັກລຳດັ່ງກ່າວຈິ່ງໄດ້ພົບວ່າ ໄມ້ທີ່ບັນຈຸຢູ່ໃນເຮືອແມ່ນໄມ້ຂະຍຸງມີຈຳນວນ 195 ທອ່ນ.

ສ່ວນເຈົ້າຂອງຜູ້ຂັບເຮືອແມ່ນຫຼົບໜີໄປໄດ້ ດັ່ງນັ້ນທາງເຈົ້າໜ້າທີ່ທະຫານຊາຍແດນ 324 ຈິ່ງໄດ້ລາຍງານຫາຄະນະພັກ – ຄະນະບັນຊາກົມກອງຈາກນັ້ນຈິ່ງລາຍງານເຖິງຄະນະພັກ – ຄະນະບັນຊາກອງບັນຊາການທະຫານແຂວງສະຫວັນະເຂດ,ເພື່ອລົງກວດກາຕົວຈິງ.

ສະຫາຍ ພັນເອກ ຂັນທະລີ ທາທິລາດ ຮອງເລຂາຄະນະພັກ ຫົວໜ້າການທະຫານກອງບັນຊາການທະຫານແຂວງ ພ້ອມດ້ວຍພະແນກການທີ່ກ່ຽວຂ້ອງ ຈິ່ງໄດ້ລົງກວດກາເບິ່ງຕົວຈິງ,ແລະເຫັນວ່າເປັນມູນຄວາມຈິງແທ້.

ດັ່ງນັ້ນ ທາງເຈົ້າໜ້າທີ່ກອງບັນຊາການທະຫານແຂວງສະຫວັນະເຂດ,ຈິ່ງໄດ້ເຮັດບົດບັນທຶກໃນການຢືດໄມ້ໃນຄັ້ງນີ້ໄວ້ເປັນຫຼັກຖານ ແລະ ສະເໜີຂັ້ນເທີງເພື່ອແກ້ໄຂຕໍ່ໄປ.

ທີ່ມາ:
ວິທະຍຸກະຈາຍສຽງ ສະຫວັນນະເຂດ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...