ກອງຄຸ້ມຄອງພາສີ II ວາງເປົ້າໝາຍ ເກັບລາຍໄດ້ໃຫ້ລື່ນແຜນ ໃນຕົ້ນປີ 2019

ການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດ ຂອງຂະແໜງພາສີ ມີລັກສະນະ ເພີ່ມຂຶ້ນ ຕາມລະດັບຄາດໝາຍ ໂດຍສະເພາະ ຢູ່ກອງຄຸ້ມຄອງພາສີ II (ແຂວງອຸດົມໄຊ-ແຂວງຜົ້ງສາລີ) ໄດ້ຮັບຕົວເລກ ແຜນການທັງໝົດ 45 ຕື້ກວ່າກີບ, ໃນ 4 ເດືອນປີ 2019 ຜ່ານມາ.

ສາມາດປະຕິບັດໄດ້ 17,45 ຕື້ກວ່າກີບ, ລື່ນແຜນ 16,38% ເທົ່າກັບ 38,79% ຂອງແຜນການປີ, ລາຍຮັບ ສ່ວນໃຫຍ່ ໄດ້ມາຈາກການນຳເຂົ້າສິນຄ້າປະເພດເຄື່ອງ ອຸປະໂພກ-ບໍລິໂພກ, ເຄື່ອງກໍ່ສ້າງ, ເຄື່ອງໄຟຟ້າ, ນໍ້າມັນເຊື້ອໄຟ, ຄ່າຊັກພິເສດ, ຄ່າທຳນຽມ ແລະ ຄ່າປັບໄໝ-ຂາຍເຄື່ອງຮິບ, ຊິ້ນສ່ວນອາໄຫລ່, ພາຫະນະ ແລະ ອື່ນໆ.

ທ່ານ ບຸນເພັງ ສຸພັດທອນ ຫົວໜ້າກອງຄຸ້ມຄອງພາສີ II (ແຂວງອຸດົມໄຊ-ແຂວງຜົ້ງສາລີ) ໄດ້ໃຫ້ສໍາພາດ ຕໍ່ທີມຂ່າວການເງິນ ວ່າ:

ຜ່ານມາກອງຄຸ້ມຄອງພາສີ II ໄດ້ຖືເອົາວຽກ ເອົາວຽກງານ ສຶກສາອົບຮົມ ການເມືອງ-ແນວຄິດ ໃຫ້ບັນດາຄະນະດ່ານ, ກອງກວດກາ ພາສີປະຈຳແຂວງ, ພະນັກງານ-ເຈົ້າໜ້າທີ ພາສີມີຄວາມເຂົ້າໃຈ, ເຊື່ອມຊຶມຕໍ່ແນວທາງ ນະໂຍບາຍ ຂອງພັກ, ລະບຽບກົດໝາຍຂອງລັດ ເຮັດໃຫ້ມີຄວາມອຸ່ນອ່ຽງ ທຸ່ນທ່ຽງ, ມີຄວາມເຊື່ອໝັ້ນ ຕໍ່ການຈັດຕັ້ງ, ມີຄວາມສາມັກຄີ ເປັນເອກະພາບ ແລະ ມີລະບຽບວິໄນ ຢ່າງເຂັ້ມງວດ. 

ສະນັ້ນ ໄດ້ປະກອບສ່ວນສຳຄັນຕ້ານການສວຍໃຊ້ສິດໜ້າທີ່ ເພື່ອຫາຜົນປະໂຫຍດສ່ວນຕົວ, ທັງມີຄວາມໂປ່ງໃສຮອບດ້ານ; ປັບປຸງ ແລະ ສ້າງກົນໄກການຄຸ້ມຄອງ, ຕິດຕາມ, ກວດກາການຈັດຕັ້ງ ປະຕິບັດວຽກງານວິຊາສະເພາະຂອງບັນດາດ່ານ ແລະ ກອງຄຸ້ມຄອງພາສີ II, ປັບປຸງ ແບບແຜນວິທີເຮັດວຽກຄືນໃໝ່ ໃຫ້ມີຄວາມລະ ອຽດ ເພື່ອອຳນວຍຄວາມສະດວກ ໃຫ້ແກ່ຜູ້ປະກອບການ ແລະ ບໍລິການມີຄວາມວ່ອງໄວ.

ນອກນັ້ນ, ຍັງໄດ້ແກ້ໄຂ ພາຫະນະ ນຳເຂົ້າບໍ່ເສຍພາສີ 80 ຄະດີ, ຍັງຄ້າງ 654 ຄັນ.

ເຖິງຢ່າງໃດກໍ່ຕາມ, ໃນ 8 ເດືອນຕໍ່ໜ້າ ກອງຄຸ້ມຄອງພາສີ II ຈະສູ້ຊົນຂຸດຄົ້ນແຫລ່ງລາຍຮັບ ທີ່ບົ່ມຊ້ອນຂອງແຂວງ, ເອົາໃຈໃສ່ປັບປຸງ ກົນໄກວຽກງານຕ້ານ ແລະ ສະກັດກັ້ນ ການລັກລອບໜີພາສີຢູ່ແຕ່ລະດ່ານ ພາສີຊາຍແດນ, ກອງກວດກາພາສີ ທີ່ຂຶ້ນກັບກອງພາສີ II ໃຫ້ມີຄວາມເຂັ້ມແຂງ, ສ້າງກົນໄກຄຸ້ມຄອງການນຳເຂົ້າພາຫະນະ ບໍ 53 ໃຫ້ເຂັ້ມງວດ.

ປະສານສົມທົບ ກັບເຈົ້າໜ້າທີ່ຂະແໜງການກ່ຽວຂ້ອງ ເປັນຕົ້ນແມ່ນເຈົ້າໜ້າ ປກສ, ຍທຂ ເພື່ອນຳໃຊ້ ມາດຕະການ ໃນການແກ້ໄຂພາຫະນະນຳເຂົ້າບໍ່ເສຍພາສີ ໂດຍສະເພາະແມ່ນ ພາຫະນະບໍ່ມີປ້າຍ ທີ່ຍັງນຳໃຊ້ຕາມຕົວເມືອງ, ພາຫະນະນຳໃຊ້ປ້າຍທະບຽນປອມ ແລະ ຄຸ້ມຄອງພາຫະນະ ເຂົ້າ-ອອກ ຕາມຊາຍແດນ ເພື່ອຈັດເກັບລາຍຮັບ ເຂົ້າງົບປະມານ ໃຫ້ໄດ້ຕາມແຜນການທີ່ວາງໄວ້.

ທີ່ມາ: ສຳນັກຂ່າວສານປະເທດລາວ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຄວນເຮັດແນວໃດ ເມື່ອຕ້ອງອອກກຳລັງກາຍຍາມຝົນ!

ຊ່ວງໜ້າຝົນແບບນີ້ ຄົນທີ່ມັກອອກກຳລັງກາຍກາງແຈ້ງເປັນປະຈຳ ອາດຈະປ່ຽນເປັນການອອກກຳລັງກາຍໃນຮົ່ມແທນ ແຕ່ບາງຄົນຍັງມັກອອກກຳລັງກາຍກາງແຈ້ງຫຼາຍກວ່າ ເຊິ່ງອາດຈະໃຊ້ວິທີເລື່ອນເວລາໄປໃນຕອນທີ່ຝົນເຊົາຕົກ ຫຼື ຕອນທີ່ຝົນຕົກຄ່ອຍໆ ແຕ່ຊ່ວງເວລາດັ່ງກ່າວ ກໍຍັງມີສິ່ງທີ່ຄວນລະວັງໃນການອອກກຳລັງກາຍ ທີ່ຕ່າງໄປຈາກສະພາບປົກກະຕິ.

ຫົວຜັກບົ່ວໃຫຍ່ ປົວໄດ້ຫຼາຍໂຣກ

ການກິນຫົວຜັກບົ່ວໃຫຍ່ ສາມາດປ້ອງກັນການຈະເລີນເຕີບໃຫຍ່ຂອງຈຸລັງມະເຮັງໄດ້ ເພາະມັນມີສານຕ້ານອະນຸມູນອິດສະຫຼະ, ສາມາດຊ່ວຍແກ້ການນອນບໍ່ຫຼັບໄດ້, ຊ່ວຍເຮັດໃຫ້ຈະເລີນອາຫານ, ຊ່ວຍບຳລຸງທາດໃນຮ່າງກາຍ,​ຊ່ວຍກຳຈັດສານກົ່ວ ທີ່ປົນເປື້ອນມາກັບອາຫານ, ຊ່ວຍປ້ອງກັນການເກີດໂຣກຫົວໃຈ,​ ຫຼຸດຄວາມສ່ຽງຂອງອຳມະພາດ, ຊ່ວຍປົວໂຣກໄຂມັນຕີບຕັນໃນເສັ້ນເລືອດ, ຊ່ວຍໃນການຂະຫຍາຍຫຼອດເລືອດ, ຊ່ວຍເຮັດໃຫ້ເລືອດບໍ່ໄປຕີບຕັນໃນຫຼອດເລືອດ, ຊ່ວຍໃນການສະຫຼາຍເລືອດຊຳ້.

ຈົບມໍປາຍ ຈະຮຽນຕໍ່ສາຍໃດດີ?

ເມື່ອກ່ອນ ການສຶກສາຖືໄດ້ວ່າມີບັນຍາກາດຄຶກຄື້ນ ແລະ ເປັນຂະບວນການ ຫຼາຍຄົນແຂ່ງກັນຮຽນ ແຂ່ງກັນເສັງເພື່ອຈະໄດ້ເຂົ້າຮຽນສາຍທີ່ຕົນເອງມັກ ແຕ່ຕົກມາຍຸກປັດຈຸບັນນີ້ ດ້ວຍສະພາບເສດຖະກິດ ສະພາບແວດລ້ອມ ແລະ ຫຼາຍຢ່າງໃນສັງຄົມທີ່ຜັນແປໄປ ເດັກນ້ອຍສ່ວນໃຫຍ່ບໍ່ຢາກທີ່ຈະຮຽນຕໍ່, ບາງຄົນກໍຈຳເປັນຕ້ອງອອກໄປເຮັດວຽກເພື່ອຫາເງິນຊ່ວຍຄອບຄົວ, ຫຼາຍຄົນກໍອອກມາປະກອບກິດຈະການເຮັດທຸລະກິດ ເປັນນາຍຂອງຕົນເອງ ແຕ່ບໍ່ວ່າຈະຢ່າງໃດກໍຕາມ ຖ້າຄົນທີ່ມີເງືອນໄຂກໍຍັງສະໜັບສະໜູນໃຫ້ຮຽນຕໍ່ສາຍວິຊາຊີບໃຫ້ຈົບຈະເປັນການດີທີ່ສຸດ.