Thursday, May 2, 2024
Lenovo

ແຂວງ​ໄຊ​ຍະ​ບູລີ ​ເປີດຕະຫລາດນັດແຮງງານ ຄັ້ງທີ I ສຳລັບຄົນຕ້ອງການມີວຽກເຮັດງານທໍາ

​ແຂວງ​ໄຊ​ຍະ​ບູລີ ​ເປີດ​ຕະຫລາດນັດແຮງງານ ຄັ້ງທີ I ຂຶ້ນ​ໃນວັນ​ທີ 24 ພຶດສະພາ 2019 ຢູ່ ທະນາຄານ ພົງສະຫວັນ ເພື່ອເປັນການສ້າງໂອກາດ ໃຫ້ຜູ້ທີ່ຕ້ອງການມີວຽກເຮັດງານທໍາໄດ້ເຂົ້າເຖິງ ການຈ້າງງານ ແລະ ບັນດາ ຫົວໜ່ວຍແຮງງານ ທີ່ມີຄວາມຕ້ອງການແຮງງານ, ສາມາດຄັດເລືອກເອົາແຮງງານທີ່ມີຄວາມເໝາະສົມ ກັບຕໍາແໜ່ງງານ, ທັງເປັນການສ້າງໂອກາດໃຫ້ກໍາລັງແຮງງານທີ່ຕ້ອງການ ວຽກເຮັດງານທໍາ ແລະ ຫົວໜ່ວຍແຮງງານຕ່າງໆ ໄດ້ພົບປະ, ປຶກສາຫາລືກັນກ່ຽວກັບການຮັບສະໝັກງານ ແລະ ການພັດທະນາສີມືແຮງງານ ທີ່ສອດຄ່ອງກັບຄວາມຕ້ອງການຂອງຕະຫຼາດແຮງງານ.

 ທ່ານ ເພັງນິລັນ ຄໍາພັນເພັງ ຮອງເຈົ້າແຂວງໄຊຍະບູລີ ​​​ໄດ້​ກ່າວ​ວ່າ: ການຈັດຕະຫລາດນັດແຮງງານຄັ້ງນີ້ ນອກຈາກ ເປັນການສ້າງໂອກາດ ໃຫ້ຜູ້ທີ່ຕ້ອງການມີວຽກເຮັດງານທໍາ ໄດ້ເຂົ້າເຖິງການຈ້າງງານ ແລະ ບັນດາຫົວໜ່ວຍແຮງງານ ທີ່ມີຄວາມຕ້ອງການ ແຮງງານ​ແລ້ວ ຍັງເປັນການສ້າງເງື່ອນໄຂໃຫ້ກັບຜູ້ອອກແຮງງານ ທີ່ຕ້ອງການພັດທະນາສືມືແຮງງານ ໄດ້ເຂົ້າເຖິງການສຶກສາຢູ່ບັນດາສະຖາບັນການຝຶກວິຊາຊີບ ແລະ ສູນອົບຮົມຕ່າງໆ ເພື່ອພັດທະນາຄວາມຮູ້, ຄວາມສາມາດໄປຄຽງຄູ່ກັບຄວາມຕ້ອງການ ຂອງຕະຫລາດແຮງງານ ແນໃສ່ເຮັດໃຫ້ອັດຕາການຫວ່າງງານ ແລະ ການເຄື່ອນຍ້າຍແຮງງານ ໄປຕ່າງປະເທດແບບບໍ່ຖືກຕ້ອງ ໃຫ້ລຸດລົງ ເທື່ອລະກ້າວ, ພ້ອມ​ນີ້​ ຍັງເປັນການເປີດກວ້າງດ້ານຂໍ້ມູນຂ່າວສານຕະຫລາດແຮງງານ, ເຮັດໃຫ້ກໍາລັງແຮງ ໄດ້ເຂົ້າເຖິງການມີວຽກເຮັດງານທໍາທີ່ມີຄຸນຄ່າ ແລະ ເປັນທໍາ.

ການງານຄັ້ງນີ້, ມີບໍລິສັດຈັດຫາງານ, ຫົວໜ່ວຍທຸລະກິດ ຫລື ຫົວໜ່ວຍແຮງງານ 15 ຫົວໜ່ວຍ ເພື່ອຮັບເອົາ ພະນັກງານຢູ່ກັບທີ່, ມີຫລາຍກວ່າ 20 ຕໍາແໜ່ງງານໃຫ້ເລືອກ, ເຊິ່ງມີຄວາມຕ້ອງການ ແຮງງານ 200 ກວ່າຄົນ, ພາຍຫລັງສໍາເລັດງານ​ແລ້ວ ຜູ້​ທີ່​ລົງທະບຽນສະໝັກ​ງານ ຈະ​ຖືກ​ບັນຈຸເຂົ້າເຮັດວຽກ ນໍາບັນດາຫົວໜ່ວຍແຮງງານ ຢ່າງໜ້ອຍ 100 ຄົນ.

ທີ່ມາ: ສຳນັກຂ່າວສານປະເທດລາວ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

ຂໍຂອບໃຈນຳຜູ້ສະໜັບສະໜູນ

Latest posts

ຜົນຈິໄຈເຜີຍ! ທຳມະຊາດບໍ່ໄດ້ຖືກຟື້ນຟູ ໃນຂະນະທີ່ມະນຸດເຮົາລ໋ອກດາວ ໃນຊ່ວງ ໂຄວິດ-19

"ທຳມະຊາດບໍ່ໄດ້ຖືກຟື້ນຟູ ໃນຂະນະທີ່ມະນຸດເຮົາລ໋ອກດາວ ໃນຊ່ວງ ໂຄວິດ-19" ນີ້ແມ່ນການລາຍງານໃໝ່ຈາກ British Columbia University ໃນປະເທດການາດາ ໄດ້ເຜີຍໃຫ້ເຫັນຄວາມສຳພັນຂອງສິ່ງທີ່ມີຊີວິດອື່ນໆ ທີ່ກຳລັງພະຍາຍາມປັບໂຕໃຫ້ເຂົ້າກັບຜູ້ຄົນ ເຊິ່ງທີມວິໄຈຍັງຄິດໃນແງ່ບວກວ່າ "ມະນຸດເຮົາຍັງສາມາດສ້າງໂອກາດໃຫ້ທຳມະຊາດໄດ້ຟື້ນຟູໄດ້ຢ່າງແທ້ຈິງ”.

ອາກາດຮ້ອນໆແບບນີ້! ລະວັງເລື່ອງກິນໝາກຖົ່ວລຽນ

“ໝາກຖົ່ວລຽນ” ຂຶ້ນຊື່ເລື່ອງຄວາມແຊບ ແຕ່ຖ້າກິນຖົ່ວລຽນຫຼາຍເກີນໄປ ໃນຊ່ວງອາກາດຮ້ອນຈັດແບບນີ້ ອາດສົ່ງຜົນເສຍຕໍ່ສຸຂະພາບແຖມໃຫ້ອີກ ເນື່ອງຈາກວ່າ ຖົ່ວລຽນ ີເປັນໝາກໄມ້ທີ່ມີລິດຮ້ອນ ການທີ່ເຮົາກິນຫຼາຍເກີນໄປ ອາດເຮັດໃຫ້ເກີດອາການຮ້ອນໃນ, ປາກເປື່ອຍ, ຄໍແຫ້ງ, ເປັນສິວ ອີກທັງຍັງອຸດົມໄປດ້ວຍໃຍອາຫານທີ່ບໍ່ລະລາຍນ້ຳ ຖ້າກິນໃນປະລິມານຫຼາຍເກີນໄປ ອາດເຮັດໃຫ້ເກີດອາການທ້ອງຍື່ງ, ແໜ້ນທ້ອງ ຫຼື ທ້ອງບິດໄດ້ ໂດຍສະເພາະໃນມື້ທີ່ອາກາດຮ້ອນແຮງ ລະບົບຍ່ອຍຕ້ອງເຮັດວຽກໜັກຫຼາຍຂຶ້ນ.

ເຈົ້າແຂວງຈຳປາສັກ ເປັນປະທານເປີດຮ້ານເຊເວັ່ນ ອີເລຟເວັ່ນ ສາຂາທຳອິດໃນປາກເຊ

ເມື່ອວັນທີ 30 ເມສາ 2024 ທ່ານ ປອ. ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາກສັກ ໃຫ້ກຽດເປັນປະທານໃນພິທີເປີດຮ້ານເຊເວັ່ນ ອີເລຟເວັ່ນ ສາຂາທຳອິດຂອງແຂວງຈຳປາກສັກ ຕັ້ງຢູ່ໃນນະຄອນປາກເຊ ຢ່າງເປັນທາງການ ພາຍໃນບັນຍາກາດແຂກຜູ້ມີກຽດ, ຜູ້ບໍລິຫານລະດັບສູງຈາກໜ່ວຍງານຕ່າງໆ ຂອງແຂວງເຂົ້າຮ່ວມຢ່າງພ້ອມພຽງ