ລະວັງກັນແດ່! ໃນທົ່ວປະເທດ ມີຜູ້ເສຍຊີວິດຍ້ອນໄຂ້ເລືອດອອກ 12 ຄົນແລ້ວ!

ປັດ­ຈຸ­ບັນ ກ້າວ​ເຂົ້າ​ສູ່​ລະ­ດູ­ຝົນ​ເຊິ່ງ​ເປັນ​ລະ­ດູ​ທີ່​ມີ​ຄວາມ​ສ່ຽງ ກໍ່­ໃຫ້­ເກີດ​ພະ­ຍາດ​ຕ່າງໆ ໂດຍ​ສະ­ເພາະ ພະ­ຍາດ​ໄຂ້­ຍຸງ​ລາຍ (ໄຂ້­ເລືອດ­ອອກ) ເພື່ອ​ປ້ອງ​ກັນ ແລະ ຕ້ານ​ສະ­ກັດ​ກັ້ນ​ພະ­ຍາດ​ດັ່ງ­ກ່າວ ທຸກ​ຄົນ​ຄວນ​ເປັນ​ເຈົ້າ​ການ​ໃນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ຫຼັກ­ການ 5 ປ ຢ່າງ​ເອົາ­ໃຈ­ໃສ່.

ອີງ​ຕາມ​ການ​ໃຫ້​ຂໍ້​ມູນ​ຂອງ​ທີມ​ງານ​ລະ­ບາດ​ວິ­ທະ­ຍາ ກະ­ຊວງ​ສາ­ທາ­ລະ­ນະ​ສຸກ ໃຫ້​ຮູ້​ວ່າ: ຜ່ານ​ການ​ສະ­ຫຼຸບ​ສັງ​ລວມ​ຄົນ​ເຈັບ​ພະ­ຍາດ​ໄຂ້­ຍຸງ​ລາຍ ນັບ​ແຕ່​ວັນ​ທີ 29 ທັນ­ວາ 2018 ເຖິງ​ປັດ­ຈຸ­ບັນ ໄດ້​ມີ​ກໍ­ລະ­ນີ​ຄົນ​ເຈັບ​ໄຂ້­ຍຸງ​ລາຍ​ສະ​ສົມ 3.652 ກໍ­ລະ­ນີ ແລະ ເສຍ​ຊີ­ວິດ 12 ກໍ­ລະ­ນີ ສະ­ເພາະ​ວັນ​ທີ 11-17 ພຶດ­ສະ­ພາ 2019 ໄດ້​ມີ​ຄົນ​ເຈັບ​ຍ້ອນ​ພະ­ຍາດ​ດັ່ງ­ກ່າວ 425 ກໍ­ລະ­ນີ ແລະ ເສຍ​ຊີ­ວິດ 1 ກໍ­ລະ­ນີ ໃນ​ນັ້ນ ແຂວງ​ຈຳ­ປາ​ສັກ 145 ກໍ­ລະ­ນີ ສະ­ຫວັນ​ນະ​ເຂດ 75 ກໍ­ລະ­ນີ ນະ­ຄອນ­ຫຼວງ​ວຽງ​ຈັນ 52 ກໍ­ລະ­ນີ ສາ­ລະ​ວັນ 29 ກໍ­ລະ­ນີ ຄຳ​ມ່ວນ 32 ກໍ­ລະ­ນີ ຫຼວງ​ນ້ຳ​ທາ 13 ກໍ­ລະ­ນີ ວຽງ​ຈັນ 10 ກໍ­ລະ­ນີ ອັດ​ຕະ​ປື 8 ກໍ­ລະ­ນີ ບໍ​ລິ​ຄຳ​ໄຊ 4 ກໍ­ລະ­ນີ ເສຍ​ຊີ­ວິດ 1 ກໍ­ລະ­ນີ ໄຊ​ຍະ​ບູ​ລີ 3 ກໍ­ລະ­ນີ ຫຼວງ​ພະ​ບາງ 2 ກໍ­ລະ­ນີ ແລະ ແຂວງ​ເຊ​ກອງ 1 ກໍ­ລະ­ນີ.

ສະ­ນັ້ນ ທຸກ​ຄົນ​ຕ້ອງ​ເປັນ​ເຈົ້າ​ການ​ດ້ວຍ​ຕົນ​ເອງ​ໃນ​ການ​ປະ­ຕິ­ບັດ​ຫຼັກ­ການ 5 ປ ທີ່​ກະ­ຊວງ​ສາ­ທາ­ລະ­ນະ​ສຸ​ກວາງ​ອອກ​ຄື: ປົກ​ປິດ​ພາ­ຊະ­ນະ​ທີ່​ກັກ​ເກັບ​ນ້ຳ​ທັງ​ໃນ ແລະ ນອກ​ເຮືອນ​ບໍ່​ໃຫ້​ຍຸງ​ລາຍ​ມາ​ໄຂ່​ໃສ່ ປ່ຽນ​ນ້ຳ ແລະ ຜັດ​ຖູ​ທາງ​ດ້ານ​ໃນ​ຂອງ​ພາ­ຊະ­ນະ​ທີ່​ກັກ​ເກັບ​ນ້ຳ​ເຊັ່ນ: ເຕົ້າ​ດອກ​ໄມ້ ນ້ຳ​ຮອງ​ຕີນ​ຕູ້ ຖ້ານ​ຮອງ​ຈອກ​ນ້ຳ ອ່າງ­ເກັບ­ນ້ຳ​ເປື້ອນ​ຫຼັງ​ຕູ້­ເຢັນ ປ່ອຍ​ປາ​ຫາງ​ນົກ​ຍຸງ ເພື່ອ​ກິນ​ໜອນ​ນ້ຳ​ຢູ່​ຕາມ​ອ່າງ​ທີ່​ໃຫຍ່​ບໍ່​ສາ­ມາດ​ຂວ້າມ​ລ້າງ​ໄດ້ ປັບ­ປຸງ​ສິ່ງ­ແວ­ດລ້ອມ​ໃຫ້​ສະ­ອາດ​ເປັນ​ປະ­ຈຳ​ທຸກ​ອາ­ທິດ ບໍ່​ມີ​ກະ­ໂປະ ກະ​ປ໋ອງ ຢາງ​ຕີນ­ລົດ ແລະ ນ້ຳ​ຂັງ​ທີ່​ເປັນ​ແຫຼ່ງ​ເພາະ​ພັນ​ຂອງ​ຍຸງ ເປັນ­ໄຂ້​ຮີບ​ຟ້າວ​ໄປ​ພົບ​ໝໍ​ຢູ່​ໂຮງ­ໝໍ​ໃກ້​ບ້ານ​ທ່ານ ບໍ່​ຄວນ​ຖື​ເບົາ​ຊື້​ຢາ​ມາ​ກິນ​ເອງ​ຊັກ​ຊ້າ​ອາດ​ພາ­ໃຫ້​ເສຍ​ຊີ­ວິດ.

ຂໍ້ມູນອ້າງອີງ: ໜັງສືພິມວຽງຈັນໃໝ່

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...