ດ່ານພາສີສາກົນ ແຂວງບໍ່ແກ້ວ-ອຳເພີຊຽງຂອງ ສ້າງລາຍຮັບເພີ່ມໄດ້ 72,4 ຕື້ກີບ

ດ່ານພາສີສາກົນຂົວມິດຕະພາບ IV ຫ້ວຍຊາຍ ແຂວງບໍ່ແກ້ວ ສປປ ລາວ-ອຳເພີຊຽງຂອງ ຈັງຫວັດຊຽງລາຍປະ ເທດໄທ ໂດຍມີດ່ານສາກົນ, ດ່ານທ້ອງຖິ່ນ, ດ່ານປະເພນີຂຶ້ນກັບ, ກອງຄຸ້ມຄອງພາສີ I (ແຂວງຫຼວງນໍ້າທາ-ແຂວງບໍ່ແກ້ວ) ໃນ 5 ເດືອນຕົ້ນປີນີ້ ສາມາດປະຕິບັດລາຍຮັບໄດ້ທັງໝົດ 72,4 ຕື້ກີບເທົ່າກັບ 35​,​02​% ຂອງແຜນການປີ, ຖ້າທຽບໃສ່ປີຜ່ານມາເຫັນວ່າ ການເກັບລາຍຮັບມີທ່າອ່ຽງເພີ່ມຂຶ້ນ, ສ່ວນໃຫຍ່ລາຍຮັບໄດ້ມາ ຈາກນໍ້າມັນເຊື້ອໄຟກວມເອົາ 70%, ຄ່າທໍານຽມພາຫະນະ, ຄ່າທໍານຽມຄົນເຂົ້າ-ອອກຜ່ານດ່ານ, ເຄື່ອງວັດສະດຸກໍ່ສ້າງ, ເຄື່ອງອຸປະໂພກບໍລິໂພກ, ແລະ ສິນຄ້າອື່ນໆ.

ທ່ານ ຄໍາຜາຍ ຈັນນີຍາວົງ ຫົວໜ້າດ່ານພາສີດັ່ງກ່າວໃຫ້ຮູ້ວ່າ:​ດ່ານພາສີສາກົນຂົວມິດຕະພາບ IV ຂຶ້ນກັບກອງຄຸ້ມ ຄອງພາສີ I, ຊຶ່ງເປັນເສນາທິການໃຫ້ແກ່ກົມພາສີໃນການໂຄສະນາເຜີຍແຜ່ດ້ານລະ ບຽບຫຼັກການ, ປະຕິບັດກົດໝາຍ ແລະ ນິຕິກໍາອື່ນໆທີ່ກຽວຂ້ອງກັບວຽກງານ ຂະແໜງພາສີຢ່າງເຂັ້ມງວດໃນການ ຈັດຕັ້ງປະຕິບັດແຜນການການຈັດເກັບລາຍຮັບ, ຕາມລະບຽບກົດໝາຍທີ່ໄດ້ກໍານົດໄວ້ຕາມພາລະບົດບາດ ແລະ ໜ້າທີ່ການເມືອງທີ່ ໄດ້ຮັບມອບໝາຍໃຫ້ຖືກຕ້ອງສອດຄ່ອງ, ​ຄົບຖ້ວນໂປ່ງໃສ ສາມາດກວດໄດ້ ແລະ ທັນເວລາຄື:

ໃນປີ 2019 ໄດ້ຮັບຕົວເລກແຜນການ ຈັດເກັບລາຍຮັບເຂົ້າງົບປະມານ ທັງໝົດ 207 ຕື້ືກວ່າກີບ ແລະ ໄດ້ແບ່ງໃຫ້ແຕ່ລະດ່ານຈັດຕັ້ງປະຕິບັດເຊັ່ນ: ດ່ານພາສີສາກົນຂົວມິດຕະພາບ IV ໃຫ້ປະຕິບັດໄດ້ 185 ຕື້ກີບ, ດ່ານພາສີສາກົນ ບ້ານມອມ 2 ຕື້ກີບ, ດ່ານພາສີສາກົນສາມຫຼ່ຽມຄໍາ 7 ຕື້ກີບ, ດ່ານພາສີ ທ້ອງຖິ່ນຕົ້ນເຜີ້ງ 1,5 ຕື້ກີບ, ດ່ານພາສີປະເພນີນໍ້າເກິ່ງ 200 ລ້ານກີບ,​ ດ່ານພາສີທ້ອງຖິ່ນຫ້ວຍຊາຍ 10 ຕື້ກີບ,  ດ່ານພາສີປະເພນີບ້ານດ່ານ ແລະ ປາກທາຈໍານວນ 1,3 ຕື້ກີບ.

ແຫຼ່ງຂໍ້ມູນ: ໜັງສືພິມລາວພັດທະນາ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເອັສຊີຈີ ສານຕໍ່ ໂຄງການ “SCG Sharing the Dream 2026”

ມອບທຶນການສຶກສາແກ່ເຍົາວະຊົນ ໃນ ສປປ ລາວ ຕໍ່ເນື່ອງເປັນປີທີ 15 ສ້າງຄົນລຸ້ນໃໝ່ "Green Active Generation" ພັດທະນາປະເທດໃຫ້ຍືນຍົງ 5 ພະຈິກ 2026 - ນະຄອນຫຼວງວຽງຈັນ ສປປ ລາວ: ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັສຊີຈີ...

ຊຳຊຸງ ເປີດໂຕ 3 ຮຸ່ນໃໝ່ ຕ້ອນຮັບທ້າຍປີ ເນັ້ນປະສິດທິພາບດີ ໃນລາຄາທີ່ເຂົ້າເຖິງໄດ້

ຊຳຊຸງວາງຈຳໜ່າຍ Galaxy A18, Galaxy A08 ແລະ Galaxy A07s ແລ້ວໃນ ສປປ ລາວ ຍົກຈຸດເດັ່ນດ້ານປະສິດທິພາບ ດ້ວຍຊິບເຊັດລຸ້ນໃໝ່ MediaTek Helio G99+ ແລະ RAM Plus ທີ່ຊ່ວຍເພີ່ມຄວາມໄວໃນການ ຮັບ-ສົ່ງ ຂໍ້ມູນ ຫຼຸດອາການໜ່ວງ ເປີດແອັບພລິເຄຊັນໄດ້ໄວ,...

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.