ແຂວງໄຊຍະບູລີ ຈັດກອງປະຊຸມຄະນະກຳມະການຕ້ານການຄ້າມະນຸດຂັ້ນແຂວງ


ຢູ່ທີ່ຫ້ອງວ່າການປົກຄອງແຂວງໄຊຍະບູລີ, ໄດ້ຈັດກອງປະຊຸມວຽກງານຕ້ານການຄ້າມະນຸດຂອງຄະນະກຳມະ ການຕ້ານການຄ້າມະນຸດຂັ້ນແຂວງ, ໂດຍການເປັນປະທານຂອງທ່ານ ຍັນຍົງ ສີປະເສີດ ຮອງເຈົ້າແຂວງ ປະທານກຳມະການຕ້ານການຄ້າມະນຸດຂັ້ນແຂວງ, ມີຕາງໜ້າພະແນກການ, ອົງການ, ກົມກອງ ຢູ່ໃນຄະນະກຳມະການຕ້ານການຄ້າມະນຸດຂັ້ນແຂວງເຂົ້າຮ່ວມ.

ໃນກອງປະຊຸມຜູ້ເຂົ້າຮ່ວມໄດ້ພ້ອມກັນເຊື່ອມຊືມບາງມາດຕາ, ຂອງກົດໝາຍວ່າດ້ວຍການຕ້ານການຄ້າມະນຸດ ແລະ ໄດ້ປະກອບຄຳຄິດຄຳເຫັນຕໍ່ບົດສະຫຼຸບ ແລະ ທິດທາງແຜນການໃນຕໍ່ໜ້າເພື່ອເຮັດໃຫ້ວຽກງານການຕ້ານການຄ້າມະນຸດໄດ້ຮັບການຈັດຕັ້ງປະຕິບັດດີຂຶ້ນ.

ໃນໄລຍະຜ່ານມາບັນຫາການຄ້າມະນຸດເກີດຂຶ້ນດ້ວຍຫຼາຍຮູບການທີ່ເລີກແລບເຊັ່ນ:

ການຕົວະຍົວະຫຼອກຫຼວງດ້ວຍການພາໄປທ່ອງທ່ຽວ, ໄປຂາຍເຄື່ອງ, ໄປເສີບອາຫານ, ອີກດ້ານໜື່ງກໍ່ຂົນຂວາຍເອົາແມ່ຍິງລາວໄປແຕ່ງດອງກັບຄົນຕ່າງປະເທດດ້ວຍຮູບການໜັ້ນໝາຍ, ວາງຄ່າດອງສ່ວນໃດສ່ວນໜື່ງແລ້ວກໍ່ແລ່ນເອກະສານໄປຕ່າງປະເທດ.

ນອກນີ້, ຍັງມີການຂົນຂວາຍເອົາແຮງງານລາວໄປອອກແຮງງານຢູ່ຕ່າງປະເທດແບບຜິດກົດ ໝາຍ, ຜູ້ຖືກເຄາະຮ້າຍຕໍ່ການຄ້າມະນຸດທີ່ຖືກສົ່ງກັບເປັນທາງການຈາກປະເທດໄທຫຼາຍກ່ວາໜູ່ ແມ່ນໄຊຍະບູລີ, ເມືອງພຽງ, ເມືອງປາກລາຍ, ຜ່ານມາຄະນະກຳມະການຕ້ານການຄ້າມະນຸດຂັ້ນແຂວງ, ຂັ້ນເມືອງ, ກໍ່ໄດ້ປະຕິບັດໜ້າທີ່ຂອງຕົນຢ່າງເຂັ້ມງວດ, ໂດຍສະເພາະແມ່ນໄດ້ລົງຊຸກຍູ້ຕິດຕາມການຈັດຕັ້ງຜັນຂະຫຍາຍກົດໝາຍ ແລະ ດຳລັດຂອງນາຍົກລັດຖະມົນຕິວ່າດ້ວຍການຕ້ານການຄ້າມະນຸດ.

ໄດ້ສຳເລັດການແຕ່ງຕັ້ງຄະນະກຳມະການກອງເລຂາຂັ້ນແຂວງ ແລະ ບັນດາເມືອງຈຳນວນໜື່ງ, ຄຽງຄູ່ກັນນີ້ຍັງໄດ້ລົງເຜີຍແຜ່ໂຄສະນາປູກຈິດສຳນຶກເພື່ອສ້າງຄວາມເຂັ້ມແຂງໃຫ້ປະຊາຊົນ, ນັກຮຽນ, ນັກສຶກສາໃນເທດສະ ບານເມືອງໄຊຍະບູລີ ຈຳນວນ 10 ຄັ້ງ, ມີຜູ້ເຂົ້າຮ່ວມ 2,380 ຄົນ, ຍິງ 1,143 ຄົນ, ໄດ້ເກັບກຳຂຶ້ນບັນຊີເປົ້າ ໝາຍ, ໄດ້ຮັບແຈ້ງຄວາມ, ຮັບຄຳຮ້ອງຟ້ອງ ແລະ ໄດ້ດຳເນີນຄະດີການຄ້າມະນຸດຈຳນວນ 3 ເລື່ອງ, ກັກຕົວຜູ້ກະທຳຜິດໄດ້ 6 ຄົນ, ຍິງ 3 ຄົນ, ສົ່ງໃຫ້ໄອຍາການປະຊາຊົນແຂວງ 1 ເລື່ອງ, ຜູ້ຖືກຫາ 2 ຄົນ, ຍິງ 1 ຄົນ, ພວມດຳເນີນ 2 ເລື່ອງ, ຜູ້ຖືກຫາ 4 ຄົນ, ຍິງ 2 ຄົນ.

ເພື່ອສຶບຕໍ່ແກ້ໄຂບັນຫາສິ່ງທ້າທາຍ, ທິດທາງແຜນການປີ 2020 ຄະນະກຳມະການຕ້ານການຄ້າມະນຸດຂັ້ນແຂວງ, ເມືອງຕ້ອງໄດ້ສຶບຕໍ່ໂຄສະນາໃຫ້ພະນັກງານ ແລະ ພໍ່ແມ່ປະຊາຊົນເປັນຕົ້ນໂຄສະນາເຜີຍແຜ່ກົດໝາຍ, ສະປອດໂຄສະນາທາງວິທະຍຸທີ່ພົວພັນວຽກງານການຕ້ານການຄ້າມະນຸດ, ວຽກງານສິດຜົນປະໂຫຍດຂອງແມ່ຍິງ ແລະ ເດັກນ້ອຍ.

ເພື່ອເຮັດໃຫ້ພໍ່ແມ່ປະຊາຊົນຜູ້ທີ່ຢູ່ຫ່າງໄກສອກຫຼີກໄດ້ຮັບຮູ້ເຂົ້າໃຈຜົນຮ້າຍຂອງການຄ້າມະນຸດ, ເອົາໃຈໃສ່ໃຫ້ຄຳປຶກສາຄຳສະເໜີ, ຄຳຮ້ອງທຸກ ຫຼື ໄກ່ເກັ່ຍບັນຫາຕ່າງໆທີ່ພວົພັນເຖິງສິດຜົນປະໂຫຍດອັນຊອບທຳຂອງແມ່ຍິງ ແລະ ເດັກນ້ອຍ, ສິ່ງສຳຄັນຄະນະກຳມະການຕ້ານການຄ້າມະນຸດຂັ້ນແຂວງຕ້ອງຄົ້ນຄ້ວາສະໜອງງົບປະມານຮັບໃຊ້ວຽກງານຕ້ານການຄ້າມະນຸດເພື່ອໃຫ້ແຕ່ລະຂະແໜງການຕ່າງໆສາມາດເຄື່ອນໄຫວວຽກງານໄດ້ຢ່າງຕໍ່ເນື່ອງ.

ແຫຼ່ງຂໍ້ມູນ: Midia Laos

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...