ຄະນະສຶກສາສາດ ຈັດພິທີເຝິກອົບຮົມຂ່າວສານ ແລະວິທີຖ່າຍພາບນິ້ງ ໃຫ້ແກ່ນັກສຶກສາ

 ເພື່ອເປັນການສົງເສີ່ມທັກສະການຂຽນຂອງນັກສຶກສາໃນຄະນະສຶກສາສາດ (ຄສສ)ໃຫ້ມີຄວາມຊໍານິຊຳນານຍິ້ງຂຶ້ນ. ຄສສ ໄດ້ຈັດພິທີເຝິກອົບຮົມຂ່າວສານ ແລະວິທີຖ່າຍພາບນິ້ງຂຶ້ນທີ່ຫ້ອງປະຊຸມຊັ້ນ 3 ຂອງ ຄສສ.

ໂດຍການເປັນປະທານຂອງ ທ່ານ ປທ. ວິຊຽນ ທອງທະວີ ຮອງຄະນະບໍດີ ຄສສ, ເຂົ້າຮ່ວມມີທ່ານ ປທ. ອານຸໄທ ສຸວັນດວນ ຫົວໜ້າພະແນກຄຸ້ມຄອງນັກສຶກສາ ຄສສ, ມີນັກວິທະຍາກອນ ແລະນັກສຶກສາ ຄສສ ເຂົ້າຮ່ວມຈຳນວນ 50 ກວ່າຄົນ.

ຈຸດປະສົງໃນການຈັດພິທີດັ່ງກ່າວ ແມ່ນເພື່ອໃຫ້ນັກສຶກສາໄດ້ເຝິກທັກສະການຂຽນໂດຍສະເພາະແມ່ນການຂຽນບົດຂ່າວສານ, ການຖ່າຍພາບນິ້ງ ແລະວິທີການຈັດໜ້າກະດານຂ່າວເພື່ອນຳໄປໝູນໃຊ້ເຂົ້າໃນວຽກງານຕົວຈິງຢູ່ ຄສສ ກໍຄືຢູ່ໃນແຕ່ລະພາກວິຊາທີ່ຕົນສັງກັດຢູ່.

ໃນໂອກາດດັ່ງກ່າວທ່ານ ນ. ພູວັນ ນ້ອຍສິນນະລັກ ພະນັກງານ ວິຊາການວຽກງານຂ່າວສານ ພະແນກປະຊາສຳພັນ ຫ້ອງການສັງລວມ ມຊ. ໄດ້ຂຶ້ນບັນຍາຍກ່ຽວກັບຄວາມຮູ້ພື້ນຖານການຂຽນຂ່າວ, ວິທີ່ການຖ່າຍພາບນິ້ງ ແລະວິທີການຈັດໜ້າກະດານຂ່າວ ໃຫ້ນັກສຶກສາໄດ້ຮັບຟັງ.

ຫຼັງຈາກນັ້ນກໍໄດ້ມີການເຝິກປະຕິບັດຕົວຈິງ ໂດຍການໃຫ້ນັກສຶກສາຂຽນຂ່າວດ້ວຍຕົນເອງ, ຖ່າຍພາບເອງ ແລະຈັດໜ້າກະດານຂ່າວເອງ ເຊິ່ງໄດ້ແບ່ງອອກເປັນກຸ່ມ ແລະແຕ່ລະກຸ່ມແມ່ນເຮັດໄດ້ອອກມາດີພໍສົມຄວນ.

ການເຝິກອົບຮົມຄັ້ງນີ້ແມ່ນດຳເນີນເປັນເວລາ 2 ວັນ. ຄາດວ່ານັກສຶກສາແຕ່ລະຄົນຈະສາມາດນໍາຄວາມຮູ້ດັ່ງກ່າວໄປໝູນໃຊ້ຢູ່ພາກວິຊາຂອງຕົນ ແລະສາມາດເປັນກະບອກສຽງໃຫ້ແກ່ ຄສສ ໄດ້ເປັນຢ່າງດີ.

ແຫຼ່ງຂໍ້ມູນ: ຂ່າວສານ ມະຫາວິທະຍາໄລແຫ່ງຊາດ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເອັສຊີຈີ ສານຕໍ່ ໂຄງການ “SCG Sharing the Dream 2026”

ມອບທຶນການສຶກສາແກ່ເຍົາວະຊົນ ໃນ ສປປ ລາວ ຕໍ່ເນື່ອງເປັນປີທີ 15 ສ້າງຄົນລຸ້ນໃໝ່ "Green Active Generation" ພັດທະນາປະເທດໃຫ້ຍືນຍົງ 5 ພະຈິກ 2026 - ນະຄອນຫຼວງວຽງຈັນ ສປປ ລາວ: ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັສຊີຈີ...

ຊຳຊຸງ ເປີດໂຕ 3 ຮຸ່ນໃໝ່ ຕ້ອນຮັບທ້າຍປີ ເນັ້ນປະສິດທິພາບດີ ໃນລາຄາທີ່ເຂົ້າເຖິງໄດ້

ຊຳຊຸງວາງຈຳໜ່າຍ Galaxy A18, Galaxy A08 ແລະ Galaxy A07s ແລ້ວໃນ ສປປ ລາວ ຍົກຈຸດເດັ່ນດ້ານປະສິດທິພາບ ດ້ວຍຊິບເຊັດລຸ້ນໃໝ່ MediaTek Helio G99+ ແລະ RAM Plus ທີ່ຊ່ວຍເພີ່ມຄວາມໄວໃນການ ຮັບ-ສົ່ງ ຂໍ້ມູນ ຫຼຸດອາການໜ່ວງ ເປີດແອັບພລິເຄຊັນໄດ້ໄວ,...

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.