ສອງຊາດ ລາວ-ໄທ ຮ່ວມສາຍຮູບເງົາແອນິເມຊັນ

ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ແຫ່ງ ສປປ ລາວ ຮ່ວມກັບກະ ຊວງວັດທະນະທຳ ແຫ່ງ ຣາຊະອານາຈັກໄທ ສາຍຮູບເງົາແອນິເມຊັນ “ຣາມມະກຽນ ຈາກຈິດຕະກຳ ຣອບພຣະຣະບຽງພຣະອຸໂບ ສົດວັດພຣະສີຣັດຕະນະສາດດາຣາມ ຕອນຣາມາວະຕາຣ“.

ເນື່ອງໃນໂອກາດສະເຫຼີມສະຫຼອງ ປີແລກປ່ຽນວັດທະນະທຳອາຊຽນ-ໄທ, ເມື່ອວັນທີ 29 ພຶດສະພາ ຜ່ານມານີ້ ທີ່ຫໍວັດທະນະທຳແຫ່ງຊາດ ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ບໍ່ແສງຄຳ ວົງດາລາ ລັດຖະ ມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ທ່ານ ວີຣະ ໂຣດພະຈົນຣັດ ລັດຖະມົນຕີວ່າການກະ ຊວງວັດທະນະທຳ ແຫ່ງຣາຊະນາອາຈັກໄທ ບັນດາທູຕານຸທູດ, ອົງການຈັດຕັ້ງສາກົນປະຈຳລາວ, ແຂກຖືກເຊີນ ແລະ ມວນຊົນເຂົ້າຮ່ວມຊົມຢ່າງຫຼວງຫຼາຍ.

ທ່ານ ກຽດຕິຄຸນ ຊາດປະເສີດ ເອກອັກຄະລາຊະທູດໄທປະຈຳລາວ ກ່າວວ່າ: ກະຊວງວັດທະນະທຳ ແຫ່ງຣາຊະ ອານາຈັກໄທ ສາຍຮູບເງົາແອນິເມຊັນ “ຣາມມະກຽນ ຈາກຈິດຕະກຳຣອບພຣະຣະບຽງພຣະອຸໂບສົດວັດພຣະສີຣັດຕະນະສາດດາຣາມ ຕອນຣາມາວະຕາຣ” ທີ່ກ່າວເຖິງການອາວະຕາຣຂອງພຣະນະລາຍເປັນພຣະລາມ ເພື່ອປາບທົດສະກັນ ຊຶ່ງເປັນສື່ນະວັດຕະກຳຮູບແບບໃໝ່ທີ່ໄດ້ນຳພາບຕົວລະຄອນຈາກຈິດຕະກຳຝາຜະໜັງຣອບລະ ບຽງວັດມາສ້າງ ສັນໃຫ້ເຄື່ອນໄຫວມີຊີວິດ.

ເພື່ອໃຫ້ຜູ້ຊົມສາມາດເຂົ້າໃຈເນື້ອຫາສາລະໄດ້ງ່າຍຂຶ້ນ, ມີຄວາມສະໜຸກສະໜານເພີດ ເພີນຢ່າງສອດຄ່ອງກັບຍຸກສະໄໝ ແລະ ເປັນການອະນຸລັກ ແລະ ພັດທະນາມໍລະດົກພູມປັນຍາ ຊຶ່ງເປັນຫົນທາງວັດທະນະທຳໃຫ້ມີຄຸນຄ່າຫຼາກຫຼາຍ ຍິ່ງໆຂຶ້ນ, ທ່ານກ່າວຕື່ມວ່າ:

ໃນນາມລັດຖະບານ ແລະ ປະ ຊາຊົນຊາວໄທ ສະແດງຄວາມຂອບໃຈກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຫ່ງ ສປປ ລາວ ທີ່ໄດ້ໃຫ້ກຽດເປັນເຈົ້າພາບຮ່ວມ ໃນການຈັດສາຍຮູບເງົາດັ່ງກ່າວ ແລະ ຫວັງເປັນຢ່າງຍິ່ງວ່າ ທຸກທ່ານທີ່ໄດ້ຊົມຮູບເງົາເລື່ອງນີ້ຈະໄດ້ສາລະຄວາມຮູ້ ແລະ ຄວາມສະໜຸກສະໜານ ແລະ ຄວາມເພີດເພີນເປັນຢ່າງດີ.

ແຫຼ່ງຂໍ້ມູນ: ໜັງສືພິມປະຊາຊົນ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...