ເປີດກອງປະຊຸມປັບປຸງລະບຽບການ ກົນໄກການປະສານງານດຳເນີນທຸລະກິດຢູ່ລາວ.

ກະະຊວງອຸດສາຫະກຳ ​ແລະ ການ​ຄ້າ ​ໄດ້​ຈັດ​ກອງ​ປະຊຸມ​ປຶກສາ​ຫາ​ລື ກ່ຽວ​ກັບ​ການຈັດ​ຕັ້ງ​ປະ​ຕິ​ບັດ​ຄຳ​ສັ່ງ ຂອງ​ ທ່ານ​ນາຍົກລັດຖະມົນ​ຕີ ວ່າ​ດ້ວຍ​ການ​ປັບ​ປຸງ ບັນດາລະບຽບ​ການ ​ແລະ ກົນ​ໄກ​ການ​ປະສານ​ງານ​ ການ​ດຳ​ເນີນ​ທຸລະ​ກິດ ຢູ່ ສປປ ລາວ ໂດຍການເປັນປະທານຂອງ ທ່ານ ບຸນມີ ມະນີວົງ ຮອງລັດຖະມົນຕີກະຊວງ ອຸດສາຫະກຳ ແລະ ການຄ້າ, ​ມີບັນດາຫົວໜ້າກົມ, ຮອງກົມ, ພ້ອມດ້ວຍຜູ້ຕາງໜ້າ ຈາກແໜງການທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ການຈັດກອງປະຊຸມໃນຄັ້ງນີ້, ແກ້ໄຂບັນຫາທີ່ຕິດພັນ ກັບ ໝວດຕົວຊີ້ວັດທີ 8 ການຄ້າຂ້າມແດນ, ເຊິ່ງເປັນວຽກງານໜຶ່ງ ທີ່ຕິດພັນກັບຫລາຍຂະແໜງການທີ່ກ່ຽວຂ້ອງ,ປຶກສາຫາລື ເພື່ອວາງທິດທາງແຜນການ ຈັດຕັ້ງປະຕິບັດ ໃນຕໍ່ໜ້າ ໂດຍສຸມໃສ່ການປັບປຸງຂອດຂັ້ນ ຫລື ຕັດຂັ້ນຂອດທີ່ບໍ່ຈຳເປັນ ເພື່ອຫລຸດຜ່ອນເວລາ ແລະ ຄ່າໃຊ້ຈ່າຍໃນການດຳເນີນການນຳເຂົ້າ ແລະ ສົ່ງອອກ, ເຊິ່ງຕິດພັນກັບຂອດ ການອະນຸມັດ ຂອງຫລາຍຂະແໜງການ ພ້ອມທັງ ປັບປຸງຂອດການປະສານງານ ລະຫວ່າງຂະແໜງການ ເພື່ອເຮັດໃຫ້ມີຄວາມວ່ອງໄວ ແລະ ມີປະສິດທິພາບ.

ໃນໄລຍະ 6 ເດືອນຜ່ານມາ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ສຸມໃສ່ສ້າງກົນໄກ ການຈັດຕັ້ງປະຕິບັດ ຕົວຊີ້ວັດການຄ້າຂ້າມແດນ ເຊິ່ງເຫັນໄດ້ຈາກ ຄະນະກຳມະການຊີ້ນຳລວມອຳນວຍຄວາມສະດວກ ທາງດ້ານການຄ້າ ໄດ້ຖືກແຕ່ງຕັ້ງຂຶ້ນ ແນໃສ່ເພີ່ມທະວີກົນໄກ ການປະສານງານລະຫວ່າງ ຂະແໜງການທີ່ກ່ຽວຂ້ອງ ທັງຢູ່ສູນກາງ ແລະ ທ້ອງຖິ່ນ, ທັງເປັນກົນໄກໃນການແກ້ໄຂບັນຫາ ແລະ ຂໍ້ຫຍຸງຍາກ ໃນການດຳເນີນທຸລະກິດ ນຳເຂົ້າ-ສົ່ງອອກ ໃນຂອບເຂດທົ່ວປະເທດໃຫ້ເປັນເອກະພາບ.

ທິດທາງແຜນການໃນຕໍ່ໜ້າ ແມ່ນສືບຕໍ່ເປັນເຈົ້າການ ໃນການຈັດຕັ້ງປະຕິບັດວຽກງານ ອຳນວຍຄວາມສະດວກ ທາງດ້ານການຄ້າຂ້າມແດນ, ໂດຍການປະສານສົມທົົບກັບ ຂະແໜງການທີ່ກ່ຽວຂ້ອງ ຄື ການເລັ່ງປັບປຸງ, ແກ້ໄຂຂະບວນການ, ຂັ້ນຕອນ ການອະນຸຍາດນໍາເຂົ້າ-ສົ່ງອອກ ໃຫ້ຫລຸດລົງ ຢ່າງໜ້ອຍ 50% ໃນປີ 2019, ພ້ອມທັງ ໃຫ້ສຳເລັດ ການສ້າງ ແລະ ປະກອບ ຄະນະກຳມະການຊີ້ນຳລວມອຳນວຍຄວາມສະດວກທາງດ້ານການຄ້າ ຂັ້ນສູນກາງ ແລະ ທ້ອງຖິ່່ນ ໃຫ້ສົມບູນ.

Cr.KPL

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,