ຫ້ອງ​ປະ­ຕິ­ບັດ​ງານ​ເຫດ­ການ​ສຸກ​ເສີນສາ­ທາ ປະເມີນວຽກຕິດຕາມເຝົ້າລະວັງພະຍາດຕິດຕໍ່ຢູ່ລາວ

ກອງ​ປະ­ຊຸມ​ສະ­ເໜີ​ຫ້ອງ​ປະ­ຕິ­ບັດ​ງານ​ເຫດ­ການ​ສຸກ​ເສີນ ດ້ານ​ສາ­ທາ­ລະ­ນະ​ສຸກ (PHEOC) ທີ່​ເປັນ​ມາດ­ຕະ­ຖານ​ສາ­ກົນ ແລະ ພັດ­ທະ­ນາ​ຄູ່​ມື​ທີ່​ເປັນ​ມາດ­ຕະ­ຖານ ໃນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ ຈັດ​ຂຶ້ນທີ່​ແຂວງ​ວຽງ​ຈັນ ເປັນ​ປະ­ທານ​ຮ່ວມ​ຂອງ​ທ່ານ ບຸນ​ກອງ ສີ​ຫາ​ວົງ ລັດ­ຖະ­ມົນ­ຕີ​ກະ­ຊວງ​ສາ­ທາ­ລະ­ນະ​ສຸກ ແລະ ທ່ານ ມາກ​ຈາ​ຄອບ ຜູ້­ຕາງ­ໜ້າ​ອົງ ການ​ອະ­ນາ­ໄມ​ໂລກ​ປະ­ຈຳ​ລາວ ມີ​ຜູ້­ຕາງ­ໜ້າ​ຈາກ​ກົມ ສູນ ແລະ ພະ​ແນກ​ສາ­ທາ­ລະ­ນະ​ສຸກ​ແຂວງ​ທົ່ວ​ປະ­ເທດ​ເຂົ້າ​ຮ່ວມ.

ຫ້ອງ​ປະ­ຕິ­ບັດ​ງານ​ເຫດ­ການ​ສຸກ​ເສີນ​ດ້ານ​ສາ­ທາ­ລະ­ນະ​ສຸກ ແມ່ນ​ເພື່ອ​ສ້າງ​ຄວາມ​ເຂັ້ມ­ແຂງ​ຕໍ່​ວຽກ​ງານ​ເຝົ້າ​ລະ­ວັງ​ສອບ​ສວນ ແລະ ໂຕ້​ຕອບ​ຂອງ​ພະ­ຍາດ​ຕິດ­ຕໍ່ ໂດຍ​ສະ­ເພາະ ພະ­ຍາດ​ທີ່​ເກີດ​ຕາມ​ລະ­ດູ​ການ ເຊັ່ນ:

ໄຂ້​ຫວັດ​ສັດ​ປີກ ກໍ​ຄື ພະ­ຍາດ​ທີ່​ປ້ອງ​ກັນ​ດ້ວຍ​ວັກ​ຊີນ ແລະ ພະ­ຍາດ​ອື່ນໆ ເຊິ່ງ​ໃນ​ໄລ­ຍະ​ຜ່ານ​ມາ​ກະ­ຊວງ​ສາ­ທາລະ ­ນະ​ສຸກ ໄດ້​ລິ​ເລີ່ມ​ເປີດ​ຫ້ອງ​ປະ­ຕິ­ບັດ​ງານ​ສຸກ​ເສີນ​ຂຶ້ນ ເພື່ອ​ຕິດ­ຕາມ ແລະ ໂຕ້​ຕອບ​ການ​ລະ­ບາດ​ຂອງ​ພະ­ຍາດ​ຕ່າງໆ ນັບ​ແຕ່​ຕົ້ນ​ປີ 2019 ເປັນ­ຕົ້ນ​ມາ ອົງ­ການ​ອະ­ນາ­ໄມ​ໂລກ ໄດ້​ລາຍ​ງານ​ພະ­ຍາດ​ຊຶມ​ເຊື້ອ​ທີ່​ເກີດ​ຂຶ້ນ​ໃໝ່ ແລະ ກັບ​ຄືນ​ມາ​ເກີດ​ໃໝ່​ໃນ​ທົ່ວ​ໂລກ.

ປັດ­ຈຸ­ບັນ ພະ­ຍາດ​ອີ​ໂບ​ລາ​ຍັງ​ສືບ­ຕໍ່​ລະ­ບາດ​ໃນ​ປະ­ເທດ​ຄົງ​ໂກ ມີ​ຈຳ­ນວນ​ສະ​ສົມ​ຫຼາຍ​ກວ່າ 1.920 ກໍ­ລະ­ນີ ແລະ ເສຍ​ຊີ­ວິດ 1.281 ກໍ­ລະ­ນີ ພະ­ຍາດ​ຊຶມ​ເຊື້ອ​ລະ­ບົບ​ຫາຍ­ໃຈ (MERS COV) ໃນ​ປະ­ເທດ​ຊາ​ອຸ​ດິ​ອາ​ຣາ​ເບຍ (Saudi Arabia) ມີ 2.037 ກໍ­ລະ­ນີ ແລະ ເສຍ​ຊີ­ວິດ 760 ກໍ­ລະ­ນີ ສະ­ເພາະ​ລາວ​ເຮົາ​ນັບ​ແຕ່​ປີ 2013 ເຖິງ​ປັດ­ຈຸ­ບັນ ກໍ​ມີ​ການ​ລາຍ​ງານ​ສະ­ພາບ​ພະ­ຍາດ​ຕິດ­ຕໍ່​ເກີດ​ຂຶ້ນ​ຢ່າງ​ເປັນ​ປະ­ຈຳ ກະ­ຊວງ​ສາ­ທາ­ລະ­ນະ​ສຸກ ໄດ້​ເຮັດ​ວຽກ​ຢ່າງ​ໃກ້­ຊິດ​ກັບ​ບັນ­ດາ​ກົມ​ກອງ​ອ້ອມ​ຂ້າງ​ກະ­ຊວງ​ສາ­ທາ­ລະ­ນະ​ສຸກ ແລະ ຄູ່​ຮ່ວມ​ພັດ­ທະ­ນາ​ເອົາ­ໃຈ­ໃສ່​ຕິດ­ຕາມ​ເຝົ້າ​ລະ­ວັງ 18 ພະ­ຍາດ​ຕິດ­ຕໍ່ ແລະ ວາງ​ມາດ​ຕະ­ການ​ສະ­ກັດ​ກັ້ນ​ການ​ລະ­ບາດ ເຊິ່ງ​ສາ­ມາດ​ສະ­ກັດ​ກັ້ນ​ໄດ້​ເຊັ່ນ:

ພະ­ຍາດ​ເປ້ຍ​ລ່ອຍ ໄຂ້­ທໍ­ລະ­ພິດ ອັກ­ເສບ​ຕັບ​ຊະ­ນິດ​ເອ ໝາກ​ແດງ ຄໍ​ຕີບ ແລະ ພະ­ຍາດ​ຕິດ­ຕໍ່​ອື່ນໆ​ທີ່​ພົ້ນ​ເດັ່ນ ສາ ມາດ​ປ້ອງ​ກັນ ແລະ ສະ­ກັດ​ກັ້ນ​ບໍ່​ໃຫ້​ມີ​ການ​ລະ­ບາດ​ຂອງ​ພະ­ຍາດ​ຕິດ­ຕໍ່ ໄດ້​ຢູ່​ເຂດ​ທີ່​ໄດ້​ຮັບ​ຜົນ​ກະ­ທົບ​ຈາກ​ໄພພິ ບັດ ເມືອງ​ສະ­ໜາມ​ໄຊ ແຂວງ​ອັດ​ຕະ​ປື ການ​ສະ­ກັດ​ກັ້ນ ແລະ ໂຕ້​ຕອບ​ການ​ລະ­ບາດ ຮຽກ­ຮ້ອງ​ໃຫ້​ມີ​ຈຸດ​ປະ­ສານ​ງານ​ໃນ​ການ​ຕິດ­ຕາມ​ເຝົ້າ​ລະ­ວັງ ແລະ ບັນ­ຊາ​ການ​ທີ່​ເປັນ​ເອ­ກະ​ພາບ​ໃນ​ຂອບ​ເຂດ​ທົ່ວ​ປະ­ເທດ ຮັບ­ປະ­ກັນ​ຄວາມ​ເປັນ​ເອ­ກະ​ພາບ ແລະ ໄດ້​ຮັບ​ມາດ­ຕະ­ຖານ​ສາ­ກົນ ທັງ​ນີ້ ເພື່ອ​ສະ­ກັດ​ກັ້ນ​ບໍ່​ໃຫ້​ພະ­ຍາດ​ເກີດ​ຂຶ້ນ ແລະ ແຜ່​ກະ­ຈາຍ​ຢູ່​ໃນ​ປະ­ເທດ ປ້ອງ​ກັນ​ບໍ່​ໃຫ້​ພະ­ຍາດ​ກະ­ຈາຍ​ອອກ​ໄປ​ນອກ​ປະ­ເທດ ແລະ ບໍ່​ໃຫ້​ພະ­ຍາດ​ຈາກ​ປະ­ເທດ​ອື່ນ​ເຂົ້າ​ມາ​ແຜ່​ກະ­ຈາຍ​ໃນ​ປະ­ເທດ​ເຮົາ.

ແຫຼ່ງຂໍ້ມູນ: ໜັງສືພິມວຽງຈັນໃໝ່

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...