18 ໂຄງການລັດລົງທຶນ ຢູ່ແຂວງໄຊຍະບູລີປະຕິບັດຫຼ້າຊ້າ ບໍ່ທັນຕາມຄາດໝາຍກຳນົດ

ໃນໄລຍະ 5 ເດືອນຕົ້ນປີ 2019 ນີ້ ພະແນກໂຍທາທິການ ແລະຂົນສົ່ງແຂວງໄຊຍະບູລີ ໄດ້ຮັບຜິດຊອບຕົວເລກແຜນການລົງທຶນຂອງລັດຕາມທີ່ສະພາອານຸມັດລວມມີທຶນສືບຕໍ່, ບ້ວງປົກກະຕິ, ພັດທະນາຊົນນະບົດ ແລະລືບລ້າງຄວາມທຸກຍາກ,ບ້ວງທຶນຈັດສັນພູມລໍາເນົາ ແລະ ບ່ອນທໍາມາຫາກິນຂອງປະຊາຊົນ, ບ້ວງທຶນພັດທະນາເມືອງ ໃໝ່ ແລະບ້ວງຊໍາລະໜີ້ສີນໄພພິບັດລວມທັງໝົດ 200 ໂຄງການ, ມູນຄ່າ 1,4 ພັນຕື້ກີບ.

ທ່ານ ແພງຊ້ອຍ ແພງເມືອງ ຫົວໜ້າພະແນກ ຍທຂ ແຂວງໄຊຍະບູລີ, ໄດ້ມີຄໍາ ເຫັນຕໍ່ກອງປະຊຸມຄົບຄະນະບໍລິ ຫານງານພັກແຂວງຄັ້ງທີ 13 ສະໄໝທີ VI ຜ່ານມານີ້ວ່າ:

ໃນນັ້ນມີ: ໂຄງການສາກົນທີ່ກະຊວງຄຸ້ມຄອງໂດຍກົງປະຕິບັດຢູ່ແຂວງລວມທັງສືບ ຕໍ່ປີ 2019 ມີ 10 ໂຄງ ການ, ສໍາເລັດແລ້ວ 2 ໂຄງການ ແລະພວມປະຕິບັດມີ 8 ໂຄງການ, ໂຄງການແຫຼ່ງທຶນຂອງກະຊວງ ຍທຂ ມອບໃຫ້ແຂວງຄຸ້ມຄອງຈັດຕັ້ງປະຕິບັດລວມທັງວຽກສໍາຫຼວດ-ອອກແບບ ແລະ ວຽກກໍ່ສ້າງທັງສືບຕໍ່ປີ 2019 ມີ 22 ໂຄງການ, ພວມປະຕິບັດ 9 ໂຄງການ ແລະ ໂຄງການສໍາຫຼວດ-ອອກ ແບບ, ກໍ່ສ້າງ ແລະສ້ອມແປງບ້ວງລັດຖະບານມອບໃຫ້ແຂວງປະຕິບັດທັງສືບຕໍ່ປີ 2019 ມີ 168 ໂຄງການ, ພວມປະຕິບັດ 76 ໂຄງການ.

ໂຄງການລົງທຶນຂອງລັດທີ່ຫຼ້າຊ້າ, ໝົດກໍານົດຂອງສັນຍາຫຼືບໍ່ໄດ້ປະຕິບັດ ມີທັງໝົດ 18 ໂຄງການ, ໃນນັ້ນ: ໂຄງການລົງທຶນຂອງກະຊວງມອບໃຫ້ແຂວງປະຕິບັດມີ 2 ໂຄງການ, ທຶນຂອງແຂວງບ້ວງປົກກະຕິມີ 4 ໂຄງ ການ, ທຶນພັດທະນາຊົນນະບົດມີ 2 ໂຄງການ ແລະທຶນພັດທະນາທາງຫຼວງທ້ອງຖິ່ນໄຟຟ້າຫົງສາມີ 10 ໂຄງ ການ, ໃນຈໍານວນ 18 ໂຄງການນີ້: ມີໂຄງການຂໍຍົກເລີກສັນຍາ 1 ໂຄງການຄື:

ໂຄງການກໍ່ສ້າງເສັ້ນທາງຄົກແອກ-ປາກຫ້ວຍຍາງ, ເທົ່າ ກັບ 32%, ມູນຄ່າຊໍາລະແລ້ວ 800 ລ້ານກີບ, ຫຼ້າຊ້າກວ່າສັນຍາ 36 ເດືອນ, ໂຄງການສະເໜີຂໍຕໍ່ສັນຍາ 13 ໂຄງການຄື:

ໂຄງການກໍ່ສ້າງເສັ້ນທາງປູອັດສະຟານ, ເສີມບ່າທາງ, ຮ່ອງລະບາຍນໍ້າ ແລະທາງຍ່າງເສັ້ນທາງແຕ່ 3 ແຍກທາງເຂົ້າໂຮງໝໍແຂວງ-3 ແຍກຫາງເດີ່ນບິນ, ມູນຄ່າສັນຍາ 11,30 ຕື້ກີບ, ເສັ້ນທາງແຕ່ 4 ແຍກເດີ່ນກີລາຮົ່ມຂອງແຂວງ-3 ແຍກທາງເຂົ້າໂຮງໝໍ, ມູນຄ່າສັນຍາ 11,76 ຕື້ກີບ, ເສັ້ນທາງແຕ່ 3 ແຍກປໍ້ານໍ້າມັນບົວໃສ-4 ແຍກຫ້ອງວ່າການແຂວງ, ມູນຄ່າສັນຍາ 15,78 ຕື້ກີບ, ເສັ້ນທາງແຕ່ແຍກທາງຫຼວງແຫ່ງຊາດເລກ 4-3 ແຍກປໍ້ານໍ້າ ມັນບົວໃສ-4 ແຍກເດີ່ນກີລາຮົ່ມ, ມູນຄ່າສັນຍາ 18,24 ຕື້ກີບ, ເສັ້ນທາງແຕ່ 4 ແຍກຫ້ອງວ່າການແຂວງ-4 ແຍກພະແນກຍຸຕິທໍ, ມູນຄ່າສັນຍາ 17,80 ຕື້ກີບ ແລະ ໂຄງການຫຼ້າຊ້າຫຼືບໍ່ໄດ້ປະຕິບັດແຕ່ໄດ້ຕໍ່ສັນຍາແລ້ວມີ 4 ໂຄງການ, ມູນຄ່າສັນຍາ 244,23 ຕື້ກີບ.

ທ່ານ ແພງຊ້ອຍ ແພງເມືອງ ຍັງໄດ້ກ່າວຕື່ມອີກວ່າ: ສໍາລັບວິທີການແກ້ໄຂໃນຕໍ່ໜ້າແມ່ນຈະໄດ້ສົມທົບກັບພະ ແນກການທີ່ກ່ຽວຂ້ອງຂອງແຂວງ, ເມືອງ ລົງຕິດຕາມ, ຊຸກຍູ້ໂຄງການທີ່ຫຼ້າຊ້າ, ໂຄງການທີ່ໝົດກໍານົດສັນຍາ ແລະບໍ່ໄດ້ປະຕິບັດໃຫ້ລົງມືຈັດຕັ້ງປະຕິບັດຕາມແຜນການທີ່ວາງໄວ້, ສໍາລັບໂຄງການຫຼ້າ ຊ້າ, ໝົດກໍານົດສັນຍາແມ່ນໃຫ້ເຈົ້າຂອງໂຄງການສົມທົບກັບພາກສ່ວນກ່ຽວຂ້ອງເອີ້ນບໍລິສັດມາເຮັດບົດບັນທຶກໃຫ້ລະອຽດ ແລະຫາວິທີຄົ້ນຄົ້ວແກ້ໄຂໂດຍໄວຕໍ່ກັບໂຄງການທີ່ບໍ່ໄດ້ຈັດຕັ້ງປະຕິບັດໃຫ້ໄດ້ລົງມືຈັດຕັງປະຕິບັດໃນປີນີ້ໝົດທຸກໂຄງການ.

ແຫຼ່ງຂໍ້ມູນ: ໜັງສືພິມເສດຖະກິດ-ສັງຄົມ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...