5 ​ເດືອນຜ່ານມາ ​ພາສີ​ແຂວງ​ເຊ​ກອງ​ເກັບ​ລາຍ​ໄດ້​ ພຽງ 1,7 ຕື້ກວ່າ​ກີບ

ທ່ານ ຄໍາສຸກ ສາລີວັນ ນະລາ

ທ່ານ ຄໍາສຸກ ສາລີວັນ ນະລາ ຄະນະກອງ ຄຸ້ມຄອງ ພາສີ VII, ຫົວໜ້າກອງກວດ ກາພາສີປະຈໍາແຂວງເຊ ກອງ ໃຫ້ຮູ້ວ່າ: ການປະຕິບັດໜ້າ     ທີ່ວິຊາສະເພາະ, ໂດຍສະເພາະແມ່ນການເກັບລາຍ ຮັບເຂົ້າງົບປະມານໃນໄລຍະ ຜ່ານມາແມ່ນໄດ້ນໍາເອົາແນວ ທາງນະໂຍບາຍຂອງພັກ- ລັດ, ຂໍ້ກໍານົດກົດໝາຍເປັນ ບ່ອນອີງ ແລະ ໄດ້ສຶກສາອົບ ຮົມທາງດ້ານແນວຄິດການ ເມືອງໃຫ້ຖັນແຖວພະນັກ ງານເອົາໃຈໃສ່ປະຕິບັດໜ້າ ທີ່ຕາມພາລະບົດບາດເພື່ອ ຕ້ານ ແລະ ສະກັດກັ້ນການ ຄ້າຂາຍເຖື່ອນ, ການລັກລອບ ໜີພາສີພາຍໃນດ່ານ ແລະ ນອກດ່ານ, ຄຸ້ມຄອງກວດ ກາສິນຄ້າປາຍທາງເຊັ່ນ: ສິນ ຄ້ານໍາເຂົ້າໃນຮູບແບບການ ລົງທຶນ ແລະ ສິນຄ້າອື່ນໆ.

ສໍາລັບການ ເກັບລາຍ ຮັບເຂົ້າງົບປະມານໃນປີ 2019 ກອງກວດກາພາ ສີປະຈໍາແຂວງເຊກອງໄດ້ ຮັບຕົວເລກທັງໝົດ 8 ຕື້ກີບ, ທຽບໃສ່ປີ 2018 ຜ່ານມາ ແມ່ນ ເພີ່ມຂຶ້ນເກືອບເທົ່າຕົວ ແລະ ຜ່ານການປະ ຕິບັດໃນ   5 ເດືອນຜ່ານມາ ບັນລຸໄດ້ ພຽງແຕ່ 1,75 ຕື້ກວ່າກີບ, ເທົ່າກັບ 21,98% ຂອງແຜນ ການປີ, ໃນນີ້ກອງກວດກາ ພາສີປະຈໍາແຂວງປະຕິບັດ   ໄດ້ 1,56 ຕື້ກວ່າກີບ ແລະ ດ່ານພາສີທ້ອງຖິ່ນດາກ ຕະອອກ 192 ລ້ານກວ່າກີບ ຊຶ່ງລາຍຮັບສ່ວນໃຫຍ່ໄດ້ ຈາກການແກ້ໄຂການນຳ ລົດບໍ່ຖືກຕ້ອງ, ເຄື່ອງອຸປະ ໂພກ-ບໍລິໂພກ, ເຄື່ອງກໍ່ສ້າງ ແລະອື່ນໆ.

ແນວໃດກໍຕາມ ເພື່ອຮັບ ປະກັນໃຫ້ແກ່ການຈັດເກັບ ລາຍຮັບເຂົ້າງົບປະມານບັນ ລຸຕາມແຜນການທີ່ວາງໄວ້, ໃນ 7 ເດືອນຕໍ່ໜ້າ ກອງກວດ ກາພາສີປະຈໍາແຂວງເຊ ກອງຈະປະສານສົມທົບ ກັບພາກສ່ວນທີ່ກ່ຽວຂ້ອງ ສືບຕໍ່ແກ້ໄຂຄະດີລົດບໍ່ຖືກ ຕ້ອງທີ່ຍັງຄ້າງໃຫ້ສຳເລັດ, ຄຽງຄູ່ກັນນີ້ ກໍຕ້ອງຫັນວຽກ ງານພາສີເປັນທັນສະໄໝ ເຂົ້າ ຊ່ວຍໃນການປະຕິບັດໜ້າ ທີ່ວຽກງານເພື່ອແນໃສ່ເຮັດ ໃຫ້ການເກັບລາຍຮັບມີ ຄວາມສະດວກ, ວ່ອງໄວ, ທັນສະໄໝ, ໂປ່ງໃສ ແລະ ສາມາດກວດສອບໄດ້./.

ແຫຼ່ງຂໍ້ມູນ: ໜັງສືພິມລາວພັດທະນາ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...