ບົ້ງສາລີລະບາດໜັກຢູ່ 4 ເມືອງ ແຂວງໄຊຍະບູລີ ເສຍຫາຍໄປແລ້ວ 2,01 ພັນເຮັກຕາ

ຂະນະນີ້ຝູງບົ້ງສາລີລະບາດໜັກທີ່ແຂວງໄຊຍະບູລີ ລວມເນື້ອທີ່ເສຍຫາຍແລ້ວ 2,01 ພັນເຮັກຕາ ໃນເກືອບ 40 ບ້ານຂອງ 4 ເມືອງຊາວກະສິກອນ 2,5 ພັນຄອບຄົວໄດ້ຮັບຜົນກະທົບຢ່າງໃດກໍຕາມເວລານີ້ພາກລັດຈາກກະ ຊວງກະສິກຳໄດ້ເລັ່ງເຂົ້າຊ່ວຍເຫຼືອໂດຍໄດ້ນຳຢາກຳຈັດບົ້ງລົງມອບໃຫ້ແຂວງເພື່ອກຳຈັດ ການລະບາດບໍ່ໃຫ້ແຜ່ຂະຫຍາຍອອກຕື່ມອີກໄດ້.

ທີ່ພະແນກກະສິກຳ ແລະປ່າໄມ້ແຂວງໄຊຍະບູລີໄດ້ມີພິທີມອບ-ຮັບຢາເຄມີ ແລະ ອຸປະກອນໃນການປ້ອງກັນ ແລະກຳຈັດບົ້ງຝູງສາລີທີ່ລະບາດໃນ 4 ເມືອງ ຂອງແຂວງໄຊຍະບູລີ ເຄື່ອງດັ່ງກ່າວປະກອບມີ:

ຢາເຄມີ Emamectin benzoate 5% ຈຳນວນ 60 ກັບ (600 ຊອງ), ຢາເຄມີ Chlorpyrifos 40% ຈຳນວນ 3 ຕຸກ, ບັ້ງສີດຢາຈຳນວນ 7 ອັນ, ຖົງມືຈໍານວນ 100 ຄູ່, ຊຸດປ້ອງກັນຈຳນວນ 70 ຊຸດ, ຜ້າອັດດັງຈຳນວນ 2 ກັບ ລວມມູນຄ່າທັງໝົດ: 23,76 ລ້ານກີບ ກ່າວມອບເຄື່ອງດັ່ງກ່າວໂດຍ ທ່ານ ວິໄລສຸກ ເຄນນະວົງ ຫົວໜ້າກົມປູກຝັງ ແລະ ກ່າວຮັບໂດຍ ທ່ານ ຄຳພຸດ ອິນທະວົງ ຮອງຫົວໜ້າພະແນກກະສິກຳ ແລະປ່າໄມ້ແຂວງຊ່ອງໜ້າສັກຂີພິຍານຫົວໜ້າຂະແໜງການທີ່ກ່ຽວຂ້ອງພະນັກງານ-ວິຊາການມາແຕ່ກົມປູກຝັງ, ສູນປ້ອງກັນພືດ ແລະພະແນກເຂົ້າຮ່ວມ.

ຊຶ່ງຂະແໜງການທີ່ກ່ຽວຈະໄດ້ນຳໃຊ້ເຄື່ອງທີ່ມອບໃນຄັ້ງນີ້ເຂົ້າໃນການປ້ອງກັນ ແລະ ກຳຈັດການແຜ່ລະບາດຂອງບົ້ງຝູງສາລີທີ່ກຳລັງລະບາດໃນ 4 ເມືອງ ຂອງແຂວງໄຊຍະບູລີມີເນື້ອທີ່ໄດ້ຮັບຜົນເສຍຫາຍ 2.015 ເຮັກ ຕາ ໃນນັ້ນມີເມືອງພຽງມີເນື້ອທີ່ 273,39 ເຮັກຕາ, ເມືອງປາກລາຍມີເນື້ອທີ່ 1.739,49 ເຮັກຕາ, ເມືອງແກ່ນທ້າວ 1,76 ເຮັກຕາ, ເມືອງໄຊສະຖານມີເນື້ອທີ່ 0,50 ເຮັກຕາກວມ ເອົາ 37 ບ້ານ ແລະມີຄອບຄົວໄດ້ຮັບຜົນກະທົບຈຳນວນ 2.529 ຄອບຄົວ .

ໃນໂອກາດນີ້ ທ່ານ ວິໄລສຸກ ເຄນນະວົງ ຫົວໜ້າກົມປູກຝັງ ແລະທີມງານຍັງໄດ້ລົງເບິ່ງພື້ນທີ່ເສຍຫາຍຂອງການລະບາດບົ້ງຝູງສາລີຕື່ມອີກ.

ແຫຼ່ງຂໍ້ມູນ: ໜັງສືພິມເສດຖະກິດ-ສັງຄົມ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...