ຄົນທຳອິດໃນປະເທດລາວ! “ໂຈໂຈ້ ມິຣາໂຄ້”ເປັນ Brand Ambassador ຂອງແບຣນໃຫຍ່ລະດັບໂລກຈາກປະເທດອັງກິດ

ພັກຫາຍໃຈຈາກການເຮັດວຽກມາອ່ານຂ່າວບັນເທິງດີກວ່າ. ເຊິ່ງມື້ນີ້ທີມງານວົງການກໍ່ມີຂ່າວດີມາຝາກມາຕ້ອນແຟນເພຈອີກແລ້ວ ແລະ ຄົງຈະເປັນໃຜໄປບໍ່ໄດ້ ນັ້ນກໍ່ຄື “ໜຸ່ມ ໂຈໂຈ້ ມິຣາໂຄລ” ນັ້ນເອງ ທີ່ບໍ່ວ່າຈະໄປໃສເຮັດຫຍັງເປັນຕ້ອງມີຂ່າວຄາວມາໃຫ້ເຮົາໄດ້ລຸ້ນຕິດຕາມຕະຫຼອດ ບໍ່ວ່າຈະເປັນເລື່ອງຜົນງານການຮ້ອງເພງ , ຮູບເງົາ ທຸລະກິດຕ່າງໆ ເພີ່ນກໍ່ອັບເດດການເຄື່ອນໄຫວໃນເພຈຂອງເພິ່ນຕະຫຼອດເລີຍແລະ ຫຼ້າສຸດນີ້ ໜຸ່ມໂຈໂຈ້ ກໍ່ໄດ້ຂື້ນແທ່ນເປັນ Brand Ambassador ຂອງແບຣນໃຫຍ່ລະດັບໂລກຈາກປະເທດອັງກິດນັ້ນກໍ່ຄື Jaguar Land Rover ປະຈໍາປະເທດລາວ ໃນວັນທີ 13 ມິຖຸນາ 2019 ທີ່ຜ່ານມານີ້.

ແລະຍັງເປັນຜູ້ທໍາອິດໃນລາວທີ່ຖືກຮັບເລືອກອີກດ້ວຍ ຖືເປັນຂ່າວດີທີ່ທີມງານວົງການກໍ່ຂໍສະແດງຄວາມຍິນດີນຳເພີ່ນເດີ້ ແລະ ໜຸ່ມໂຈໂຈ້ເອງກໍ່ໄດ້ອອກມາໂພສໃນແຟນເພຈ ແລະ ເຟສບຸກສ່ວນໂຕເຖິງຄວາມປະທັບໃຈ ແລະ ຄຸນນະພາບຂອງສິນຄ້າທີ່ຕົນເອງເລືອກ ແລະ ໄວ້ວາງໃຈພ້ອມ.

ໂດຍມີເນື້ອໃນດັ່ງນີ້ : ແລະ ກໍ່ນີ້ຄືຂ່າວຂອງຄົນວົງການບັນເທີງອີກບຸກຄົນໜຶ່ງ ທີ່ໜ້າຕິດຕາມຫຼາຍທີ່ທີມງານວົງການໄດ້ນຳຂ່າວມາໃຫ້ທຸກຄົນອ່ານນຳກັນ ສ່ວນໃຜທີ່ມັກຊື່ນຊົມຜົນງານເພີ່ນຢູ່ແລ້ວ ເຮົາກໍ່ຄົງມາລຸ້ນກັນຕໍ່ໄປວ່າ ໜຸ່ມຄົນນີ້ຈະມີຜົນງານຫຍັງໃຫ້ເຮົາຕິດຕາມຕື່ມ ຫຼື ໃຜທີ່ຢາກຕິດຕາມການເຄື່ອນໄຫວຂອງເພີ່ນກໍ່ສາມາດຕິດຕາມໄດ້ທີ່ FB Page : Jojo Miracle

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...