ເປີດກອງປະຊຸມສຳມະນາວິທະຍາສາດພາຍໃຕ້ຫົວຂໍ້ “ການຄຸ້ມຄອງ, ນຳໃຊ້ ແລະ ພັດທະນາສື່ໃນໄລຍະໃໝ່

ເປີດກອງປະຊຸມສຳມະນາວິທະຍາສາດພາຍໃຕ້ຫົວຂໍ້ “ການຄຸ້ມຄອງ, ນຳໃຊ້ ແລະ ພັດທະນາສື່ໃນໄລຍະໃໝ່.

ຕາມ​ໜ້າ​ເພ​ຈ​ຂອງ​ທ່ານ ຮອງ ລມ​ຕ ກະ​ຊວງວິ​ທະ​ຍາ​ສາດ ແລະ​ເຕັກ​ໂນ​ໂລ​ຊີ ໃຫ້​ຮູ້​ວ່າ:

ໃນວັນທີ 24-25 ກັນຍາ 2018 ໄດ້​ເປີດກອງ​ປະ​ຊຸມສຳມະນາວິທະຍາສາດພາຍໃຕ້ຫົວຂໍ້ “ການຄຸ້ມຄອງ, ນຳໃຊ້ ແລະ ພັດທະນາສື່ໃນໄລຍະໃໝ່​ຄື:

(ກ). ທັດສະນະຂອງພັກ ແລະ ລັດຖະບານແຫ່ງ ສປປລາວ ກ່ຽວກັບສື່ມວນຊົນ:
(1) ພາຫະນະສື່ມວນຊົນແຫ່ງ ສປປລາວ ແມ່ນເຄື່ອງມືທາງດ້ານການເມືອງ ແລະ ແນວຄິດຂອງບັນດາອົງການຈັດຕັ້ງໃນລະບົບການເມືອງ ເຊີ່ງມີພັກເປັນແກນນຳທີ່ປະກອບມີ: ໜັງສືພິມ, ວາລະສານ, ໃບຂ່າວສານ, ລາຍການກະຈາຍສຽງ, ລາຍການໂທລະພາບ, ລາຍການເບີ່ງ ຟັງ ແລະ ສົນທະນາສະຖານະການ, ໂດຍໄດ້ຮັບການປະຕິບັດດ້ວຍພາຫະນະເຕັກນິກທີ່ແຕກຕ່າງກັນ;
(2) ພາຫະນະສື່ມວນຊົນ ມີບົດບາດສຳຄັນໃນພາລະກິດແຫ່ງການກໍສ້າງ ແລະ ຂະຫຍາຍລະບອບປະຊາທິປະໄຕປະຊາຊົນ ກໍຄືພາລະກິດແຫ່ງການປ່ຽນແປງໃໝ່ຢ່າງຮອບດ້ານ ດັ່ງນີ້:

  1. ເສີມສ້າງຄວາມສາມະຄີປອງດອງປວງຊົນທັງຊາດ,
  2. ໂຄສະນາ ປຸກລະດົມ ຊຸກຍູ້ການພັດທະນາສ້າງສາເສດຖະກິດສັງຄົມຂອງປະເທດເຮົາ,
  3. ຫັນປ່ຽນເສດຖະກິດທຳມະຊາດເປັນເສດຖະກິດສິນຄ້າ,
  4. ສຶກສາອົບຮົມການເມືອງແນວຄິດ ສ້າງທັດສະນະຫຼັກໝັ້ນ ແລະ ຄວາມເຊື່ອໝັ້ນຕໍ່ອຸດົມຄະຕິ ແລະ ການນຳພາຂອງພັກ,
  5. ຊຸກຍູ້ ປຸກລະດົມທົ່ວປວງຊົນ ເຮັດໜ້າທີ່ປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ,
  6. ໂຄສະນາດຶງດູດເອົາການຮ່ວມມື ການຊ່ວຍເຫຼືອ ແລະ ການລົງທຶນຈາກຕ່າງປະເທດ,
  7. ເສີມຂະຫຍາຍປະຊາທິປະໄຕ ແລະ ຕໍ່ສູ້ຕ້ານກັບປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂື້ນ ແລະ ອື່ນໆອີກ;
    (3) ສື່ມວນຊົນລາວ ຕ້ອງມີລັກສະນະຕໍ່ສູ້, ລັກສະນະສຶກສາອົບຮົມ, ລັກສະນະຈັດຕັ້ງຊີ້ນຳມະຫາຊົນ ແລະ ລັກສະນະຕົວຈີງ;
    (4) ໃນການນຳພາຊີ້ນຳ ແລະ ຄຸ້ມຄອງສື່ມວນຊົນ ຕ້ອງເຊື່ອມຊືມກຳແໜ້ນບັນດາທັດສະນະດັ່ງຕໍ່ໄປນີ້:
  8. ສື່ມວນຊົນ ເປັນເຄື່ອງມືອັນແຫຼມຄົມຂອງພັກ ແລະ ລັດຖະບານ,
  9. ສື່ມວນຊົນ ເປັນເວທີຂອງມະຫາຊົນ ແລະ ເປັນສາຍຜູກພັນລະຫວ່າງມະຫາຊົນ ແລະ ພັກລັດ,
  10. ສື່ມວນຊົນ ຕ້ອງມີຫຼາຍຮູບຫຼາຍສີ ແລະ ອຸດົມຮັ່ງມີດ້ານເນື້ອໃນ,
  11. ອົງການ ຂະແໜງການ ພະນັກງານນຳພາຂອງພັກ ແລະ ລັດຂັ້ນຕ່າງໆ ມີຄວາມຮັບຜິດຊອບ ແລະ ຕ້ອງເອົາໃຈໃສ່ຊີ້ນຳ ຊ່ວຍເຫຼືອສື່ມວນຊົນ,
  12. ຕ້ອງມີນະໂຍບາຍອັນເໝາະສົມຕໍ່ສື່ມວນຊົນ.

(ຂ). ທັດສະນະຂອງໂລກທຶນນິຍົມຕະເວັນຕົກ ໄດ້ໃຫ້ຂໍ້ສະຫຼຸບກ່ຽວກັບບົດບາດວຽກງານສື່ມວນຊົນ ເປັນໜື່ງໃນສີ່ອຳນາດທີ່ມີອິດທິພົນສູງສຸດໃນສັງຄົມຍຸກປັດຈຸບັນ:
(1) ອຳນາດທາງດ້ານການເມືອງ: ປະກອບດ້ວຍອຳນາດຂອງພັກການເມືອງ, ອຳນາດລັດ ແລະ ອຳນາດຂອງປະຊາຊົນ;
(2) ອຳນາດທາງດ້ານເສດຖະກິດ: ແມ່ນການນຳໃຊ້ທ່າແຮງທາງດ້ານເສດຖະກິດ ເພື່ອເຂົ້າແຊກແຊກ, ຂົ່ມຂູ່, ປິດລ້ອມ, ຂວໍ້າບາດ, ບັງຄັບ, ກືນກິນ ແລະ ເອົາປຽບ;
(3) ອຳນາດທາງດ້ານອາວຸດຍຸດໂທປະກອນ: ການດຳເນີນສົງຄາມ, ການຊ່ວງເສັງກັນພັດທະນາອາວຸດຕ່າງໆ ແລະ ການກໍ່ລັດຖະປະຫານ;
(4) ອຳນາດຂອງສື່ມວນຊົນ ໃນທາງທິດສະດີ ແລະ ພຶດຕິກຳຕົວຈິງ: ແມ່ນສາມາດສ້າງຄວາມປັ່ນປ່ວນ, ໂຄ່ນລົ້ມດ້ວຍຖ້ອຍທຳນອງ ໂຈມຕີຜ່ານພາຫະນະສື່ມວນຊົນ, ໃສ່ຮ້າຍປ້າຍສີ, ບິດເບືອນລະບອບການເມືອງ, ແນວທາງ, ໂຄ່ນລົ້ມໂຈມຕີ ແລະ ເຮັດໃຫ້ຜູ້ນຳເສັຍບົດບາດອິດທິພົນ ແລະ ອື່ນໆ.

Cr.Sourioudong Sundara

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...