ແຂວງໄຊສົມບູນ ກຳນົດເອົາ 5 ທ່າແຮງກະຕຸ້ນເສດຖະກິດ

ໄຊສົມບູນເປັນແຂວງທີ່ມີທ່າແຮງຫຼາຍດ້ານໃນການກະຕຸ້ນເສດຖະກິດໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ເພື່ອເຮັດໃຫ້ເສດຖະກິດຂອງແຂວງສືບຕໍ່ຂະຫຍາຍຕົວໃນຕໍ່ໜ້າແຂວງຈຶ່ງສຸມໃສ່ພັດທະນາ 5 ທ່າແຮງທີ່ມີຄື: ທ່າແຮງດ້ານກະສິກຳ, ການທ່ອງທ່ຽວ, ພັດທະນາພະລັງງານນໍ້າ, ພະລັງງານບໍ່ແຮ່ ແລະການບໍລິການທາງຜ່ານໃຫ້ປະກົດຜົນໂດຍໄວ້ແນໃສ່ເຮັດໃຫ້ແຂວງມີເສດຖະກິດທີ່ສະຖຽນໃນຕໍ່ໜ້າ

ທ່ານ ພົນຕີ ຄຳລຽງ ອຸທະໄກສອນ ເຈົ້າແຂວງໄຊສົມບູນ ກ່າວວ່າ: ການພັດທະນາເສດຖະກິດ-ສັງຄົມຂອງແຂວງໃນໄລຍະ 6 ເດືອນຕົ້ນປີ, ໂດຍລວມແມ່ນສາມາດບັນລຸໄດ້ຕາມແຜນການທີ່ລັດຖະບານກຳນົດໃຫ້, ແຕ່ເນື່ອງຈາກວ່າໄຊສົມບູນເປັນແຂວງທີ່ພວມຕັ້ງໃໝ່ການພັດທະນາທຸກຢ່າງພວມເລີ່ມຂຶ້ນຈຶ່ງເຮັດໃຫ້ມີຫຼາຍບັນ ຫາຫຍຸ້ງຍາກຕົ້ນຕໍ ແມ່ນການຈັດເກັບລາຍຮັບເຂົ້າງົບປະມານເພາະໄຊສົມບູນຍັງບໍ່ທັນມີຖານລາຍຮັບຫຼາຍ ແລະໝັ້ນຄົງເທື່ອຄືກັບແຂວງອື່ນໆ.

ແຕ່ເຖິງຢ່າງໃດກໍຕາມພາຍ ໃນແຂວງຍັງມີຂໍ້ສະດວກຫຼາຍດ້ານເປັນຕົ້ນມີຄະນະຊີ້ນຳໂດຍກົງຈາກລັດຖະບານ ແລະບັນດາກະຊວງທີ່ກ່ຽວຂ້ອງໃນການຫັນເອົາໄຊສົມບູນເປັນແຂວງບູລິມະສິດຈຶ່ງເຮັ ດໃຫ້ການພັດທະນາເສດ ຖະກິດ-ສັງຄົມຂອງແຂວງມີການພັດທະນາໄວ, ສະແດງອອກໃນ 6 ເດືອນຕົ້ນປີແຂວງສາມາດເຮັດໃຫ້ເສດຖະ ກິດຂະຫຍາຍຕົວ 7,30% ແລະ ເພື່ອເຮັດໃຫ້ເສດຖະກິດຂອງແຂວງສືບຕໍ່ຂະຫຍາຍຕົວໂດຍສະເພາະໃນຕໍ່ໜ້າ,

ແຂວງຈຶ່ງໄດ້ກຳນົດເອົາ 5 ທ່າແຮງທີ່ມີພາຍໃນແຂວງເພື່ອສຸມໃສ່ພັດທະນາໃຫ້ເປັນຕົວກະຕຸ້ນເສດຖະກິດໃນນັ້ນທ່າແຮງທຳອິດແມ່ນສຸມໃສ່ພັດທະນາຂົງເຂດກະສິກຳຖືເປັນທ່າແຮງໃຫຍ່ ແລະ ສຳຄັນທີ່ກວມທັງການປູກ-ການລ້ຽງ, ໂດຍປະຈຸບັນແຂວງໄດ້ມີການໂຄສະນາເພື່ອດຶງດູດເອົານັກລົງທຶນທັງພາຍໃນ ແລະ ຕ່າງປະເທດໃຫ້ເຂົ້າມາລົງທຶນພັດທະນາດ້ານກະສິກຳ;

ສ່ວນທ່າແຮງທີ 2 ແມ່ນສຸມໃສ່ວຽກງານທ່ອງ ທ່ຽວເພາະໄຊສົມບູນເປັນແຂວງທີ່ມີອາກາດໜາວເຢັນ, ສົດຊື່ນປອດໂປ່ງ, ທຳມະຊາດສວຍງາມ ແລະມີແຫຼ່ງທ່ອງທ່ຽວທັງໝົດ 74 ແຫ່ງ ທີ່ຈະສາມາດພັດທະນາໃຫ້ເປັນແຫຼ່ງທ່ອງທ່ຽວໄດ້ ແລະ ເດັ່ນກວ່າໝູ່ແມ່ນພູ,ນອກນັ້ນຍັງມີແຫຼ່ງທ່ອງທ່ຽວທີ່ເປັນປະຫວັດສາດຄື: ເຂດພູມອກ, ລ້ອງແຈ້ງເປັນສະຖານທີ່ທີ່ລືຊື່ດ້ານການປົດປ່ອຍປະເທດຊາດ, ແຕ່ວ່າມາຮອດປະຈຸບັນສະຖານທີ່ເຫຼົ່ານັ້ນຍັງບໍ່ທັນໄດ້ຮັບການພັດທະນາເທື່ອ.

ນອກຈາກນັ້ນທ່າແຮງທີ 3 ທີ່ແຂວງຈະສຸມໃສ່ພັດທະນາແມ່ນພະລັງງານນ້ຳໂດຍສະເພາະສ້າງເຂື່ອນພະລັງງານໄຟຟ້າເຖິງວ່າໄຊສົມບູນເປັນແຂວງນ້ອຍມີພື້ນທີ່ທັງ ໝົດ 8,5 ພັນກິໂລແມັດມົນທົນ, ແຕ່ກໍມີທ່າແຮງດ້ານໄຟຟ້າທີ່ສາມາດສ້າງເປັນເຂື່ອນໄຟຟ້າພະລັງງານນ້ຳໄດ້ຫຼາຍແຫ່ງ, ໂດຍທີ່ກຳໄດ້ມາຮອດດຽວນີ້ມີແລ້ວ 26 ແຫ່ງ, ສ້າງສຳເລັດ ແລະຜະລິດໄຟຟ້າແລ້ວ 6 ແຫ່ງ, ກຽມຈະຜະລິດໃນເດືອນສິງຫານີ້ອີກ 2 ແຫ່ງຄື:

ເຂື່ອນໄຟຟ້ານ້ຳງຽບ 1 ແລະເຂື່ອນໄຟຟ້ານ້ຳຝາຍ ໃຫຍ່, ນອກຈາກນັ້ນຍັງມີອີກຫຼາຍແຫ່ງທີ່ພວມສືບຕໍ່ດຳເນີນການກໍ່ສ້າງ ແລະ ສຳຫຼວດຄວາມເປັນໄປໄດ້ຢູ່; ສຳລັບທ່າແຮງທີ 4 ຈະສຸມໃສ່ພັດທະນາທາງດ້ານພະລັງງານບໍ່ແຮ່, ຊຶ່ງເປັນອີກໜຶ່ງທ່າແຮງທີ່ນັກລົງທຶນທັງພາຍໃນ ແລະ ຕ່າງປະເທດໃຫ້ຄວາມສົນໃຈເຂົ້າມາລົງທຶນດ້ານນີ້, ປະຈຸບັນມີຫຼາຍບໍ່ໄດ້ມີການດຳເນີນການພັດທະນາມາແລ້ວເປັນຕົ້ນບໍ່ຄຳພູເບ້ຍ ແລະບໍ່ອື່ນໆທີ່ຕັ້ງຢູ່ພາຍໃນແຂວງໄຊສົມບູນ.

ສ່ວນທ່າແຮງສຸດທ້າຍແຂວງຈະສຸມໃສ່ພັດທະນາຫັນຈາກແຂວງທາງຕັນໃຫ້ກາຍເປັນແຂວງທາງຜ່ານ, ເນື່ອງຈາກວ່າເປັນແຂວງຕັ້ງຢູ່ໃຈກາງ, ມາຮອດປະຈຸບັນການທະລຸເສັ້ນທາງພື້ນຖານໂຄງລ່າງຍັງບໍ່ທັນມີຫຼາຍພໍເທົ່າໃດ ແລະ ຕໍ່ໄປແມ່ນຈະສຸມໃສ່ພັດທະນາພື້ນຖານໂຄງລ່າງເພື່ອເຮັດໃຫ້ໄຊສົມບູນເປັນແຂວງບໍລິການທາງຜ່ານ, ຫາກວ່າມີການທະລຸເສັ້ນທາງຈາກໄຊສົມບູນໄປສູ່ ແຂວງຊຽງຂວາງ ໄດ້ຈະເຮັດໃຫ້ບັນດາແຂວງພາກເໜືອຜ່ານໃສ່ໄຊສົມບູນເຂົ້າສູ່ນະຄອນຫຼວງວຽງຈັນ.

ພ້ອມນັ້ນຍັງມີ ແຜນຈະເປີດ ຫຼື ທະລຸເສັ້ນທາງອອກຈາກໄຊສົມບູນໄປໃສ່ຕະຫຼາດວັງວຽງເພື່ອກຽມຮອງຮັບໂຄງ ການທາງລົດໄຟລາວຈີນທີ່ຈະເປີດໃຫ້ບໍລິການໃນປີ 2021, ຊຶ່ງນັບວ່າເປັນທາງໜຶ່ງທີ່ຈະເປັນການສົ່ງເສີມການຜະລິດເປັນສິນຄ້າຂອງປະຊາຊົນ, ຜະລິດເພື່ອສ່ົງອອກໄປ ສປ ຈີນ ໂດຍຜ່ານທາງລົດໄຟລາວ-ຈີນ ແລະອີກດ້ານໜຶ່ງແມ່ນເປັນການດຶງດູດນັກທ່ອງທ່ຽວຈາກວັງວຽງເຂົ້າສູ່ແຂວງໄຊສົມບູນ ແລະສຸດທ້າຍແມ່ນເຮັດໃຫ້ບັນດາແຂວງພາກເໜືອມາເຂົ້າວັງວຽງ ແລະໄຊສົມບູນຜ່ານເຂົ້າສູ່ວຽງຈັນ ຫຼື ອອກສູ່ທິດຕາເວັນອອກ,ເຮັດໃຫ້ການບໍລິການທາງຜ່ານແລະປະຊາຊົນຜະລິດສິນຄ້າອອກມາແລ້ວໄດ້ຂາຍສິນຄ້າ, ອັນຈະເປັນການເພີ່ມລາຍໄດ້ໃຫ້ກັບພໍ່ແມ່ປະຊາຊົນພາຍໃນແຂວງ.

ແຫຼ່ງຂໍ້ມູນ: ໜັງສືພິມເສດຖະກິດ-ສັງຄົມ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...