ໜ້າທຳອິດ
ໝວດຂ່າວ
ທົ່ວໄປ
ສິລະປະ ແລະ ວັດທະນະທຳ
ເສດຖະກິດ
ການສືກສາ ແລະ ກີລາ
ບັນເທິງ
ອາຫານ ແລະ ສຸຂະພາບ
ທ່ອງທ່ຽວ
ວິທະຍາສາດ ແລະ ເຕັກໂນໂລຊີ
ການດຳລົງຊີວິດ
ການຄົ້ນຫາ
INSIDE LAOS
ເຂົ້າສູ່ລະບົບ
ຍິນດີຕ້ອນຮັບ! ເຂົ້າສູ່ລະບົບເຂົ້າໄປໃນບັນຊີຂອງທ່ານ
ຊື່ຜູ້ໃຊ້ຂອງທ່ານ
ລະຫັດຜ່ານຂອງທ່ານ
ລືມລະຫັດຜ່ານຂອງທ່ານບໍ? ຂໍຄວາມຊ່ວຍເຫຼືອ
ການຟື້ນຟູລະຫັດຜ່ານ
ການຟື້ນຕົວລະຫັດຜ່ານຂອງທ່ານ
ອີເມວຂອງທ່ານ
ລະຫັດຜ່ານຈະຖືກ e-mailed ກັບທ່ານ.
Monday, August 3, 2026
ເຂົ້າສູ່ລະບົບ / ເຂົ້າຮ່ວມ
Facebook
Instagram
ການຄົ້ນຫາ
INSIDE LAOS
ໜ້າທຳອິດ
ໝວດຂ່າວ
ທົ່ວໄປ
ສິລະປະ ແລະ ວັດທະນະທຳ
ເສດຖະກິດ
ການສືກສາ ແລະ ກີລາ
ບັນເທິງ
ອາຫານ ແລະ ສຸຂະພາບ
ທ່ອງທ່ຽວ
ວິທະຍາສາດ ແລະ ເຕັກໂນໂລຊີ
ການດຳລົງຊີວິດ
ການຄົ້ນຫາ
Articles by
InsideLaos
Online Journalists at insidelaos.com.
General
ທຳລາຍຕົ້ນກັນຊາຖິ້ມ! ຢູ່ເຂດບ້ານສົມສະອາດ ນະຄອນໄກສອນ ພົມວິຫານ
ເຈົ້າໜ້າທີ່ຕຳຫຼວດກອງບັນຊາການ ປກສ ແຂວງສະຫວັນນະເຂດ ໄດ້ລົງທຳລາຍ ຕົ້ນກັນຊາທີ່ເປັນສານເສບຕິດ ຢູ່ຂອບເຂດ ບ້ານສົມສະອາດ ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ ທີ່ປະຊາຊົນຈໍານວນໜຶ່ງ ທີ່ມີການລັກລອບ ປູກໄວ້ຢູ່ໃນສວນຜັກ ແລະ ສວນຢາງ ເຊິ່ງມີຈຳນວນທັງໝົດ 320 ຕົ້ນ. ໃນນີ້ມີຕົ້ນຊາດິບ166ຕົ້ນແລະຊາແຫ້ງ154ຕົ້ນ ເຊິ່ງໃນການລົງທຳລາຍຄັ້ງນີ້ມີ ທ່ານ...
InsideLaos
-
1 August 2019
Read
Economy
ເມືອງນາຊາຍທອງ ຈະຄຸ້ມຄອງລາຄາສິນຄ້າ ຢ່າງເຂັ້ມງວດ
ປັດຈຸບັນ ສິນຄ້າອຸປະໂພກ-ບໍລິໂພກ ໃນສັງຄົມລາຄາສູງຂຶ້ນຫລາຍ ເຊິ່ງສົ່ງຜົນກະທົບຕໍ່ການດຳລົງຊີິວິດປະຈຳວັນຂອງຜູ້ມີລາຍຮັບຕ່ຳພໍສົມຄວນ. ແຕ່ເຖິງຢ່າງໃດກໍຕາມ ພາກສ່ວນກ່ຽວຂ້ອງ ກໍໄດ້ເອົາໃຈໃສ່ຄຸ້ມຄອງລາຄາສິນຄ້າ ໃຫ້ຢູ່ໃນລະດັບທີ່ເໝາະສົມ ແລະ ບໍ່ໃຫ້ແມ່ຄ້າຊາວຂາຍສວຍໂອກາດຂຶ້ນລາຄາຕາມໃຈ ໂດຍສະເພາະສິນຄ້າປະເພດເຂົ້າ, ຊີ້ນ, ປາ... ດັ່ງຫ້ອງການອຸດສາຫະກຳ ແລະ ການຄ້າເມືອງນາຊາຍທອງ ນະຄອນຫລວງວຽງຈັນ ກໍໄດ້ເອົາໃຈໃສ່ຈັດຕັ້ງປະຕິ ບັດຕາມລະບຽບທີ່ຂັ້ນເທິງວາງອອກຢ່າງເຂັ້ມງວດ ແລະ ລົງຕິດຕາມກວດກາການຄ້າຂາຍໃນຕະຫລາດພາຍໃນເມືອງໃຫ້ມີຄວາມເປັນລະບຽບຮຽບຮ້ອຍ. ຕາມການໃຫ້ສຳພາດຂອງທ່ານ ແສງອຸໄທ ດວງມະນີວົງ ຮອງຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າເມືອງນາຊາຍທອງວ່າ: ການຄຸ້ມຄອງລາສິນຄ້າພາຍໃນເມືອງ ໄດ້ອີງໃສ່ລະບຽບຂອງກະຊວງອຸດສາຫະກໍາ ແລະ ການຄ້າ ວາງອອກ ພ້ອມທັງຈັດກອງປະຊຸມເຜີຍແຜ່ໃຫ້ປະຊາຊົນ, ຫົວໜ່ວຍທຸລະກິດ, ອົງການປົກຄອງຂັ້ນເມືອງໄດ້ຮັບຮູ້ ແລະ ຈັດຕັ້ງປະຕິບັດຢ່າງເຂັ້ມງວດຕິດພັນກັບການລົງຕິດຕາມກວດກາການຊື້ຂາຍ, ການຕິດລາຄາສິນຄ້າເປັນເງິນກີບ ຢູ່ບັນດາຕະຫລາດຕ່າງໆພາຍໃນເມືອງ ຢ່າງເປັນປົກກະຕິ. ນອກຈາກນີ້, ກໍໄດ້ເອົາໃຈໃສ່ສະກັດກັ້ນ ສິນຄ້າເຖື່ອນ ຫລື ສິນຄ້າລັກລອກນຳເຂົ້າ, ສິນຄ້າຜິດກົດໝາຍ ແລະ ສິນຄ້າໝົດອາຍຸນຳໃຊ້ ເພື່ອທຳລາຍຖິ້ມເປັນຈຳນວນຫລາຍ. ອັນພົ້ນເດັ່ນເມື່ອມໍ່ໆນີ້, ໄດ້ຢຶດໝູນ້ອຍແຊ່ແຂງທີ່ລັກລອບເຂົ້າມາບໍ່ຖືກກົດໝາຍ ໄດ້ຫລາຍກວ່າ 300 ໂຕ, ພ້ອມຈັດພິທີທຳລາຍຖິ້ມເປັນທີ່ຮຽບຮ້ອຍ. ທ່ານຮອງຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າ ຍັງໃຫ້ຮູ້ຕື່ມວ່າ: ສິນຄ້າທີ່ມີການເໜັງຕີງໃນປັດຈຸບັນນີ້ ແມ່ນປະເພດເຂົ້າ ເຫັນວ່າເລີ່ມມີການເໜັງຕີງຫລາຍ ເຖິງຢ່າງໃດກໍຕາມຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ ກໍໄດ້ປະສານສົມທົບພາກທຸລະກິດເພື່ອກຳນົດລາຄາໃຫ້ສົມເຫດສົມຜົນ ໃຫ້ຢູ່ຕາມລະບຽບຂອງກະຊວງວາງອອກ.ແນວໃດກໍຕາມໃນຕໍ່ໜ້ານີ້, ກໍຈະໄດ້ສຸມໃສ່ປະຕິບັດຕາມລະບຽບຂອງຂັ້ນເທິງວາງອອກ ໂດຍສະ ເພາະແມ່ນຄຸ້ມຄອງລາຄາສິນຄ້າຊື້ຂາຍໄປຕາມກຳນົດ ເພື່ອບໍ່ໃຫ້ມີຜົນກະທົບຕໍ່ການດຳລົງຊີ-ວິດຂອງປະຊາຊົນ ກໍຄືສັງຄົມ ຕິດພັນກັບການກວດກາສິນຄ້າເກືອບຫ້າມ, ສິນຄ້າໝົດອາ ຍຸ, ເຊື່ອມຄຸນນະພາບ ເພື່ອບໍ່ໃຫ້ມີຜົນກະທົບຕໍ່ສຸຂະພາບຂອງປະຊາຊົນ, ສືບຕໍ່ແກ້ໄຂບັນຫາການຂາຍເຄື່ອງຕາມແຄມທາງທີ່ບໍ່ເປັນລະບຽບ ໃຫ້ເປັນຮູບປະທຳ ແລະ ມີຄວາມເປັນລະບຽບຮຽບຮ້ອຍ. ແຫຼ່ງຂໍ້ມູນ: ສຳນັກຂ່າວສານປະເທດລາວ
InsideLaos
-
1 August 2019
Read
Economy
ແຈ້ງການ ປັບຂຶ້ນລາຄານ້ຳມັນ ໃນຂອບເຂດທົ່ວປະເທດ ເລີ່ມປະຕິບັດ ວັນທີ 02/08/2019 ເວລາ 06:00ໂມງ
ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ມີການປັບລາຄານ້ຳມັນໜ້າປ້ຳຂຶ້ນ ໃນຂອບເຂດທົ່ວປະເທດ ເລີ່ມປະຕິບັດ ວັນທີ 02/08/2019 ເວລາ 06:00ໂມງ ນ້ຳມັນແອັດຊັງພິເສດ ປັບຂື້ນ 220 ກີບ/ລິດ ນ້ຳມັນແອັດຊັງທຳມະດາ ປັບຂື້ນ 110 ກີບ/ລິດ ນ້ຳມັນກາຊວນປັບຂຶ້ນ 100...
InsideLaos
-
1 August 2019
Read
General
ລວມລາຍລະອຽດເບື້ອງຕົ້ນ ເຫດການນ້ຳຖ້ວມ ຢູ່ເມືອງນານ ແຂວງຫຼວງພະບາງ
ສະພາບນໍ້າຖ້ວມກະທັນຫັນ ຢູ່ 9 ບ້ານ ຢູ່ລຽບຕາມແມ່ນໍ້ານານ, ເມືອງນານ ແຂວງຫລວງພະບາງຈາກຝົນຕົກໜັກແຕ່ຄືນວັນທີ 29 ຕໍ່ໃສ່ຮຸ່ງເຊົ້າວັນທີ 30 ກໍລະກົດ 2019 ຍັງຫນ້າເປັນຫ່ວງ ຖ້າວ່າຝົນສືບຕໍ່ຕົກໜັກຕື່ມ ຍ້ອນບ້ານເຮືອນຢູ່ໃກ້ແມ່ນໍ້າ ເຊິ່ງມີລາຍງານຫລ້າສຸດໃນຕອນຄໍ່ານີ້ວ່າ ມີປະຊາຊົນ...
InsideLaos
-
31 July 2019
Read
General
ພົບຫຼັກຖານຢາປົວພະຍາດວັນນະໂລກ ຢູ່ໃນໃບລານເກົ່າແກ່ຂອງລາວ
ວັນນະໂລກເປັນພະຍາດໜຶ່ງທ່ີພວມຂົ່ມຂູ່ແຮງຕໍ່ມວນມະນຸດ, ທົ່ວໂລກມີຜູ້ຕິດເຊື້ອເຖິງ 2 ຕື້ຄົນ, ເທົ່າກັບ 1/3 ປະຊາກອນຂອງໂລກ, ທົ່ວໂລກມີຜູ້ເປັນວັນນະໂລກແລ້ວ 8 ລ້ານຄົນ ແລະ ເສຍຊີວິດ 3 ລ້ານຄົນ/ປີ. ໃນ ສປປ ລາວ ກໍ່ຍັງມີຜູ້ຕິດເຊື້ອພະຍາດນີ້ບໍ່ໜ້ອຍ. ຕາມສະຖິຕິ ປີ...
InsideLaos
-
30 July 2019
Read
General
ເປີດນຳໃຊ້ແລ້ວ! ໂຮງໝໍນ້ອຍ ບ້ານໂຄກ ເມືອງອຸທຸມພອນ ແຂວງສະຫວັນນະເຂດ
ໃນຕອນເຊົ້າຂອງວັນທີ 29 ເດືອນກໍລະກົດ ປີ2019 ທີ່ຜ່ານມາ ຢູ່ສະໂມສອນຫ້ອງການບ້ານໂຄກ ເມືອງອຸທຸມພອນ ໄດ້ຈັດໃຫ້ມີພິທີເປີດນຳໃຊ້ໂຮງໝໍນ້ອຍ ບ້ານໂຄກ ຂຶ້ນຢ່າງເປັນທາງການ ໂດຍພາຍໃຕ້ການໃຫ້ກຽດເຂົ້າຮ່ວມຂອງທ່ານ ໂພໄຊ ອິນທະວົງສາ ຮອງເຈົ້າເມືອງໆອຸທຸມພອນ,...
InsideLaos
-
30 July 2019
Read
General
ໂຮງໝໍມະໂຫສົດ ພ້ອມຮັບມືຜູ້ປ່ວຍໄຂ້ຍຸງ ມີແລ້ວພັນກວ່າກໍລະນີ
ພະຍາດໄຂ້ຍຸງລາຍເປັນເຊື້ອພະຍາດທີ່ຮ້າຍແຮງຕໍ່ຊີວິດໃນປະຈຸບັນແມ່ນມີການລະບາດທີ່ມີໂຕເລກສູງກວ່າປີທີ່ຜ່ານມາຕໍ່ກັບສະພາບດັ່ງກ່າວສະເພາະໂຮງໝໍມະໂຫສົດນະ ຄອນຫຼວງວຽງຈັນ ແມ່ນໄດ້ກຽມຄວາມພ້ອມຮັບມືການປິ່ນປົວ ແລະຕິດຕາມເຝົ້າລະວັງຫຼາຍດ້ານເພື່ອບໍ່ໃຫ້ເຊື້ອພະຍາດນີ້ມີການລະບາດອອກຕື່ມສຳລັບປີ 2019 ມີຜູ້ປ່ວຍພະຍາດໄຂ້ຍຸງເຂົ້າມາປິ່ນປົວຫຼາຍກວ່າ 1 ກວ່າພັນກໍລະນີໃນນັ້ນເດັກນ້ອຍ 472 ກໍລະນີ. ທ່ານ ນາງ ວາລີ ...
InsideLaos
-
30 July 2019
Read
Arts and Cultures
ປະຫວັດພຣະເຈົ້າອິນແປງ ຕິດພັນປະຫວັດສາດທະວິທີການທະຫານຂອງສົມເດັດພຣະເຈົ້າໄຊຍະເສດຖາທິຣາຊ
ປະຫວັດພຣະເຈົ້າອິນແປງ ຕິດພັນກັບປະຫວັດສາດສິນລະປະຍຸດທະວິທີການທະຫານຂອງສົມເດັດພຣະເຈົ້າໄຊຍະເສດຖາທິຣາຊ ທີ່ວ່າ “ສັດຕູແຂງເຮົາຫຼົບຫຼີກ ສັດຕູພັກເຮົາລົບກວນ ສັດຕູອ່ອນເຮົາບຸກຕີ ແລະ ສັດຕູແຕກເຮົາດັບສູນ” ພຣະເຈົ້າໄຊຍະເສດ໗າທິຣາຊ ເຫັນວ່ານະຄອນຊຽງທອງຫຼວງພະບາງ ແມ່ນມີຄວາມສ່ຽງຈາກການຮຸກຮານສັກດີນາຕ່າງດ້າວ, ພຣະອົງໄດ້ຍ້າຍມາສ້າງນະຄອນວຽງຈັນສີສັດຕະນາຄະຫຸດອຸດຕະມະຣາຊະທານີ ເປັນນະຄອນຫຼວງແຫ່ງໃໝ່:1. ມີທີ່ຕັ້ງເໝາະສົມ ໃຈກາງຂອງປະເທດ ແລະ ມີທົ່ງພຽງດຳເນີນການຜະລິດປູກຝັງລ້ຽງສັດ,2. ສະສົມສະບຽງອາຫານ...
InsideLaos
-
29 July 2019
Read