Articles by

InsideLaos

Online Journalists at insidelaos.com.

ຍຸຕິທຳແຂວງໄຊຍະບູລີ ປະຕິບັດຄຳຕັດສິນຂອງສານໄດ້ທັງໝົດ 260 ກວ່າເລື່ອງ

ພະແນກຍຸຕິທຳແຂວງໄຊຍະບູລີໃນຖານະເປັນອົງການຄຸ້ມຄອງການຈັດຕັ້ງປະຕິບັດຄຳຕັດສິນຂອງສານ, ຄະນະນຳພະແນກໄດ້ພະຍາຍາມປະຕິບັດຕາມມາດຕາ 11 ຂອງກົດໝາຍ ຊຶ່ງໂດຍລວມແລ້ວຄຳຕັດສິນຂອງສານທີ່ໃຊ້ໄດ້ຢ່າງເດັດຂາດນັ້ນກ່ອນທີ່ຈະໄປຈັດຕັ້ງປະຕິບັດກໍ່ໄດ້ມີການຄົ້ນຄວ້າລະອຽດ ສະເໜີໃຫ້ສານຊີ້ແຈງຄືນໃນກໍລະນີຄຳຕັດສິນຂອງສານບໍ່ຈະແຈ້ງ ທວງເອົາຂອງກາງຄະດີຈາກພາກສ່ວນທີ່ກ່ຽວຂ້ອງເພື່ອນຳມາຈັດຕັ້ງປະຕິບັດ. ທ່ານ ອາເມ ຊົງເຍ້ຽເລັ່ງ ຫົວໜ້າພະແນກຍຸຕິທຳໄດ້ຊີ້ແຈງວ່າຜ່ານການຈັດຕັ້ງປະຕິບັດ ດຳລັດສະບັບເລກທີ 158/ນຍ ລົງວັນທີ 4 ມິຖຸນາ 2018 ວ່າດ້ວຍການປະມູນ ແລະ...

ລະບາດໜັກ! ພົບໝູຕາຍແລ້ວ 578 ໂຕ ຢູ່ເມືອງຊ່ອນ ແຂວງຫົວພັນ

ການລະບາດພະຍາດໝູໃນປະຈຸບັນນັບມື້ໄດ້ແຜ່ຂະຫຍາຍເປັນບໍລິເວນກວ້າງ ແລະ ຕິດຕໍ່ກັນຢ່າງໄວວາ ເຊິ່ງສົ່ງຜົນກະທົບຕໍ່ປະຊາຊົນຜູ້ລ້ຽງໝູ, ຫຼ້າສຸດຢູ່ເມືອງຊ່ອນ ແຂວງຫົວພັນ ໄດ້ມີໝູຂອງປະຊາຊົນຕາຍແລ້ວ 578 ໂຕ ໃນ 17 ບ້ານ.  ທ່ານ ໂສພາພອນ ແສງອິນທະວົງ ຮອງຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງຊ່ອນສຳພາດຜ່ານໂທລະສັບ...

ປະກາດສ້າງຕັ້ງກອງບັນຊາການທະຫານອາກາດກອງທັບປະຊາຊົນລາວ

❖ ກະຊວງປ້ອງກັນປະເທດໄດ້ ຈັດຕັ້ງພິທີປະກາດສ້າງຕັ້ງ ແລະການແຕ່ງຕັ້ງຄະນະກອງບັນຊາການທະຫານອາ ກາດກອງທັບປະຊາຊົນລາວຂຶ້ນຢ່າງເປັນທາງການໃນຕອນເຊົ້າຂອງວັນທີ 16 ກໍລະກົດ 2019 ນີ້, ຢູ່ທີ່ກະຊວງ ປ້ອງກັນປະເທດ ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາ...

3 ເມືອງ ຊາຍແດນ ລາວ – ໄທ ແລກປ່ຽນຂໍ້ມູນຂ່າວສານກ່ຽວກັບການຄວບຄຸມພະຍາດອະຫິວາໝູ “ອາຟຣິກກາ”

ກອງປະຊຸມແລກປ່ຽນຂໍ້ມູນຂ່າວສານກ່ຽວກັບການຄວບຄຸມພະຍາດອະຫິວາໝູອາຟຣິກາຕາມແນວຊາຍແດນ ລະຫວ່າງ ເມືອງທ່າພະບາດ ແຂວງບໍລິຄໍາໄຊ, ເມືອງລັດຕະນະວາປີ ແຂວງໜອງຄາຍ, ເມືອງປາກຄາດ ແຂວງບຶງການ ປະເທດໄທ ໄດ້ຈັດຂຶ້ນໃນວັນທີ 12 ກໍລະກົດ 2019 ຢູ່ທີ່ຫ້ອງປະຊຸມສໍານັກງານປົກຄອງເມືອງທ່າພະບາດ. ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ປອ ດວງຕາ...

ຢາກເປັນຜູ້ນຳຕ້ອງຮູ້! ຄຸນສົມບັດຂອງຜູ້ນໍາທີ່ດີ ທີ່ສາມາດຄອງໃຈລູກນ້ອງໄດ້!

ຖ້າຢາກເປັນຜູ້ນໍາທີ່ເກັ່ງຕ້ອງມີຄຸນສົມບັດ ຫຼືທັກສະຢ່າງໜ້ອຍສິບຂໍ້ດັ່ງຕໍ່ໄປນີ້: 1.  ການສື່ສານ, ຜູ້ນໍາຕ້ອງສາມາດສື່ສານກັບລູກນ້ອງໄດ້ງ່າຍ ບໍ່ວ່າຈະເປັນການສື່ສານໃນກໍລະນີໃດໆ. ການຍອມຮັບຟັງບັນຫາແລະ ການອະທິບາຍບັນຫາໃຫ້ໄດ້ໃນທຸກເລຶ່ອງ.  2.  ສິ່ງບັນດານໃຈ, ຜູ້ນໍາຈໍາເປັນຕ້ອງມີທັກສະໃນການ ຈູງແຮງບັນດານໃຈລູກນ້ອງໃຫ້ກະຕືລືລົ້ນ, ໃຫ້ມີຄວາມຮັກໃນໜ້າທີ່, ມີຄວາມຮັບຜິດຊອບຕໍ່ໜ້າທີ່ ແລະສ້າງສິ່ງດົນບັນດານໃຈໃຫ້ກັບລູກນ້ອງ ເພື່ອພັດທະນາກ້າວໜ້າໄປເລື່ອຍໆ.  3. ການກະຈາຍພາລະ, ຜູ້ນໍາຕ້ອງຮູ້ຈັກໃຊ້ລູກນ້ອງໃຫ້ເປັນປະໂຫຍດ. ຝຶກຝົນລູກນ້ອງໃຫ້ມີທັກສະ ແລະມອບໝາຍວຽກໃຫ້ເຂົາເຮັດຕາມທັກສະທີ່ເຂົາມີ. ການກະຈາຍວຽກງານ ແລະໜ້າທີ່ໃຫ້ກັບທຸກຂະແໜງການໃຫ້ປະຕິບັດຕາມໜ້າທີຕົນເອງຢ່າງເຕັມເໝັດເຕັມໜ່ວຍຖືວ່າ...

ຜູ້ເສຍຊີວິດຈາກໄຂ້ຍຸງລາຍ ໃນທົ່ວປະເທດລ່າສຸດຢູ່ທີ່ 31 ຄົນແລ້ວ!

ໜັງສືພິມວຽງຈັນທາຍລາຍງານໃຫ້ຮູ້ວ່າ ມາເຖິງປະຈຸບັນການລະບາດຂອງພະຍາດໄຂ້ຍຸ້ງລາຍຍັງສືບຕໍ່ເອົາຊີວິດປະຊາຊົນໃນທົ່ວປະເທດໄປແລ້ວ 31 ຄົນ ເຊິ່ງພົບເຫັນຜູ້ເສຍຊີວິດຫຼ້າສຸດແມ່ນມື້ວານນີ້ 16/07/2109 ຢູ່ແຂວງຄຳມ່ວນ. ກະຊວງສາທາລະນະສຸກ ໄດ້ລາຍງານໃນ ຕອນບ່າຍມື້ນີ້ 17/07/2019 ວ່າ ພະ­ຍາດ​ ໄຂ້­ຍຸງ​ລາຍ​ໄດ້​ມີ​ການ​ລະ­ບາດ​ເກີດ​ຂຶ້ນ​ເປັນ​ວົງ​ກວ້າງ ສົ່ງ​ຜົນ​ໃຫ້​ມີ​ກໍ­ລະ­ນີ​ຄົນ​ເຈັບ​ເພີ່ມ​ຂຶ້ນ ແລະ ອັດ­ຕາ​ການ​ເສຍ​ຊີ­ວິດ​ກໍ​ເພີ່ມ​ຂຶ້ນ​ເຊັ່ນ​ ກັນ....

ເຈົ້າສຸວັນນະພູມມາ ເຈົ້າຊາຍລາວ ທີ່ປະຫວັດສາດຫຼົງລືມ!

ເຈົ້າສຸວັນນະພູມມາ ເກີດເດືອນຕຸລາ ວັນທີ 7 ປີ 1901 ທີ່ຫຼວງພະບາງ ອະສັນຍະກຳເດືອນມັງກອນ ວັນ ທີ 10 ປີ 1984 ທີ່ວຽງຈັນ. ເຈົ້າສຸວັນນະພູມມາເປັນນາຍົກລັດຖະມົນຕີແຕ່ປີ 1951 ເຖິງ 1975. ເປັນບຸກຄົນທີ່ຮັບຕໍາແໜ່ງນີ້ເປັນ ເວລາຍາວນານທີ່ສຸດໃນປະຫວັດສາດລາວ ແຕ່ເຫດໃດປະຫວັດສາດລາວຈຶ່ງລືມເຈົ້າຊາຍຄົນນີ້? ເຈົ້າສຸວັນນະພູມມາເປັນບຸກຄົນ ທີ່ກ່ຽວຂ້ອງກັບເຫດການເກືອບທຸກເຫດການ. ບົດບາດຂອງເຈົ້າສຸວັນນະພຸມມາແມ່ນເລິ່ມມີໃນຕົ້ນສະຕະວັດທີ່ 20 ເຊິ່ງເປັນສະຕະວັດທີ່ຝຣັ່ງເສດເຂົາຍຶດຄອງແຜ່ນດິນລາວ, ຫວຽດນາມ ແລະຂະເໜນ, ຝຣັ່ງເສດໄດ້ຍຶດເອົາສາມປະເທດດັ່ງກ່າວເຂົ້າເປັນປະເທດດຽວກັນເອີ້ນວ່າ "ອີນດູຈີນ"...

6 ເດືອນຕົ້ນປີ 2019 ສ່ວຍສາອາກອນແຂວງອຸດົມໄຊ ເກັບລາຍຮັບໄດ້ 49 ຕື້ 300 ລ້ານກວ່າກີບ

ກອງປະຊຸມ ສະຫຼຸບການຈັດຕັ້ງປະຕິບັດວຽກງານສ່ວຍສາອາກອນ 6 ເດືອນຕົ້ນປີ 2019 ຂອງແຂວງອຸດົມໄຊ ໄດ້ຈັດຂຶ້ນໃນວັນທີ 17 ກໍລະກົດນີ້ ຢູ່ທີ່ຫ້ອງປະຊຸມ ສ່ວຍສາອາກອນປະຈຳແຂວງ. ພາຍໃຕ້ການເປັນປະທານຂອງທ່ານ ທຳມະລົດ ຣາດສະພົນ ຫົວໜ້າສ່ວຍສາອາກອນປະຈຳແຂວງອຸດົມໄຊ. ມີຄະນະພັກ,...