Articles by

InsideLaos

Online Journalists at insidelaos.com.

ພິທີມອບ-ຮັບ ແລະເປີດນຳໃຊ້ອາຄານສະຖາບັນຂົງຈືຢ່າງເປັນທາງການ

ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ກໍໄດ້ຂຶ້ນກ່າວມີຄໍາເຫັນເຊິ່ງທ່ານໄດ້ຍົກໃຫ້ເຫັນການຮ່ວມມືຂອງສອງຊາດ ລາວ-ຈີນ, ຈີນ-ລາວ ທີ່ຍາມໃດ ກໍໄດ້ໃຫ້ການຊ່ວຍເຫຼືອຕະຫຼອດມາໂດຍສະເພາະກໍແມ່ນວຽກງານຂົງເຂດການສຶກສາ, ສະຖາບັນຂົງຈືກໍຖືເປັນອີກໜຶ່ງຂີດໝາຍສຳຄັນຂອງການຮ່ວມມື ໂດຍສະເພາະແມ່ນ ຈະເປັນບ່ອນກໍ່ສ້າງພະນັກງານ, ຄູ-ອາຈານ ແລະນັກສຶກສາທີ່ມີຄຸນນະພາບໃນດ້ານພາສາຈີນອອກມາຮັບໃຊ້ສັງຄົມ. ສະນັ້ນແລ້ວ ສິ່ງເຫຼົ່ານີ້ລ້ວນແຕ່ແມ່ນໝາກຜົນອັນສຳເລັດ ຂອງການຮ່ວມມືເຊິ່ງກັນ...

ໂຮງຮຽນ ມສ ສໍາພັນໄຊ ມີແຜນກຳລັງປະກາດເປັນ ໂຮງຮຽນປອດສິ່ງເສບຕິດ

ທ່ານ ນາງ ດາວອນ ມະນີວັນ ໄດ້ໃຫ້ສຳພາດຜ່ານມາໃຫ້ຮູ້ວ່າ ໂຮງຮຽນ ມສ ສໍາພັນໄຊ ຕັ້ງຢູ່ບ້ານສີບຸນເຮືອງ ເມືອງຄູນ ແຂວງຊຽງຂວາງ ມີອາຄານ4 ຫລັງ ມີຄູອາຈານ ທັງຫມົດ27 ຄົນ ຍິງ11ຄົນ...

ເລີ່ມແລ້ວ! ແຂວງບໍ່ແກ້ວລົງມືກໍ່ສ້າງເຂື່ອນໄຟຟ້ານໍ້າຕົກນໍ້າງາວ

ທ່ານ ວັນນະສອນ ຮອງອໍານວຍການ ບໍລິສັດ ເຮືອງປະເສີດ ໄຮກຣພາເວີ ຈຳກັດ ໃຫ້ຮູ້ວ່າ: ການກໍ່ສ້າງເຂື່ອນໄຟຟ້ານ້ຳຕົກ ຂະໜາດນ້ອຍທີ່ຕັ້ງຢູ່ບ້ານບ້ານນໍ້າແສນ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວໃນ ມິຖຸນາ ຂອງວັນທີ 28 ມິຖຸນາ 2019...

ທຸລະກິດລາວ-ອິນໂດເດເຊຍ ຮ່ວມມືພັດທະນາ 4 ໂຄງການທາງດ້ານເສດຖະກິດ

ທີ່ນະຄອນຫຼວງວຽງຈັນ ໄດ້ມີພິທີລົງນາມການຮ່ວມມືທາງທຸລະກິດລະຫວ່າງກຸ່ມບໍລິສັດພົງສະຫວັນ ແລະກຸ່ມລັດວິສາຫະກິດອິນໂດເນເຊຍ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ສຸພັນ ແກ້ວມີໄຊ ລັດຖະມົນຕີກະຊວງແຜນ ການ ແລະການລົງທຶນ,ທ່ານ ອາລຸນແກ້ວ ກິດຕິຄຸນ ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ, ທ່ານນາງ ຣິນີມາເຣຍນິ ໂຊມ່າໂນ ລັດຖະມົນຕີກະຊວງລັດວິສາຫະກິດອິນໂດເນເຊຍ, ທ່ານ...

ພາກລັດຊີ້ແຈງ! ຄວາມສະດວກການດຳເນີນທຸລະກິດຢູ່ ສປປ.ລາວ ອາດບໍ່ບັນລຸເປົ້າ

ກົມສົ່ງເສີມການລົງທຶນ, ກະຊວງແຜນການ ແລະການລົງທຶນເປີດເຜີຍວ່າອັນດັບຄວາມສະດວກໃນການດໍາເນີນທຸລະກິດຂອງ ສປປ ລາວ ໃນບົດງານປີ 2020 ອາດ ຈະບໍ່ບັນລຸໄດ້ລະດັບຄາດໝາຍເນື່ອງຈາກຫຼາຍສາເຫດ. ກອງປະຊຸມເຜີຍແຜ່ບັນດານິຕິກໍາ ແລະລະບຽບການເພື່ອສະໜັບສະໜູນການຈັດຕັ້ງປະຕິບັດຄໍາສັ່ງເລກທີ 02/ນຍ ໄດ້ຈັດຂຶ້ນທີ່ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງທ່ານ ອຸຕະແກ້ວ ແກ້ວດວງສິນ ຫົວໜ້າກົມສົ່ງເສີມການລົງທຶນ, ທ່ານນາງ...

ແຂວງໄຊສົມບູນ ກຳນົດເອົາ 5 ທ່າແຮງກະຕຸ້ນເສດຖະກິດ

ໄຊສົມບູນເປັນແຂວງທີ່ມີທ່າແຮງຫຼາຍດ້ານໃນການກະຕຸ້ນເສດຖະກິດໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ເພື່ອເຮັດໃຫ້ເສດຖະກິດຂອງແຂວງສືບຕໍ່ຂະຫຍາຍຕົວໃນຕໍ່ໜ້າແຂວງຈຶ່ງສຸມໃສ່ພັດທະນາ 5 ທ່າແຮງທີ່ມີຄື: ທ່າແຮງດ້ານກະສິກຳ, ການທ່ອງທ່ຽວ, ພັດທະນາພະລັງງານນໍ້າ, ພະລັງງານບໍ່ແຮ່ ແລະການບໍລິການທາງຜ່ານໃຫ້ປະກົດຜົນໂດຍໄວ້ແນໃສ່ເຮັດໃຫ້ແຂວງມີເສດຖະກິດທີ່ສະຖຽນໃນຕໍ່ໜ້າ ທ່ານ ພົນຕີ ຄຳລຽງ ອຸທະໄກສອນ ເຈົ້າແຂວງໄຊສົມບູນ ກ່າວວ່າ: ການພັດທະນາເສດຖະກິດ-ສັງຄົມຂອງແຂວງໃນໄລຍະ 6...

ນາຍົກເນັ້ນພາກສ່ວນທຸລະກິດ ແມ່ນເປັນກຳລັງແຮງທີ່ສຸດ ໃນການພັດທະນາຊົນນະບົດ

ພັກ ແລະ ລັດຖະບານ ກໍ່ໄດ້ຖືສຳຄັນ ແລະ ໃຫ້ບູລິມະສິດວຽກງານການພັດທະນາຊົນນະບົດເປັນພິເສດ ຍ້ອນສະພາບເງື່ອນໄຂຂອງຊົນນະບົດເຂດຫ່າງໄກສອກຫຼີກ ທີ່ຕ້ອງໄດ້ຮັບການພັດທະນາ, ຄືດັ່ງທີ່ຮູ້ນໍາກັນສະພາບຂອງເຂດເລົ່ານັ້ນຍັງບໍ່ທັນມີພື້ນຖານໂຄງລ່າງທີ່ຈະອຳນວຍຄວາມສະ ດວກ, ປະຊາຊົນສ່ວນຫຼາຍກໍ່ຍັງເອື່ອຍອີງທໍາມະຊາດໃນການດຳລົງຊີວິດ, ຕາໜ່າງການສຶກສາ ແລະ ສາທາ ບາງເຂດກໍ່ບໍ່ສາມາດເຂົ້າເຖິງໄດ້, ໃນກໍລະນີທີ່ເຂົ້າໄປຮອດ ຊໍ້າພັດມີຂໍ້ຈຳກັດຫຼາຍດ້ານ. ພ້ອມນີ້...

ໄຊ​ຍະ​ບູລີ ​ແລະ ນ່ານ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ວຽກ​ງານ​ຮັກສາ​ຄວາມ​ສະຫງົບ​ຕາມ​ຊາຍ​ແດນ

​ກອງປະຊຸມຮັກສາ ຄວາມສະຫງົບຮຽບຮ້ອຍ ຕາມຊາຍແດນຄັ້ງທີ 11 ລະຫວ່າງແຂວງໄຊຍະບູລີ ສປປ ລາວ ແລະ ຈັງຫວັດ ນ່ານ ຣາຊະອານາຈັກໄທ ໄດ້ມີຂຶ້ນເມື່ອບໍ່ດົນມານີ້ຢູ່ ແຂວງໄຊຍະບູລີ, ຝ່າຍລາວ ນໍາໂດຍທ່ານ ພົງສະຫວັນ ສິດທະວົງ...