Articles by

InsideLaos

Online Journalists at insidelaos.com.

ເຜີຍແຜ່ດຳລັດວ່າດ້ວຍກົດໝາຍເສດຖະກິດພິເສດ ຢູ່ແຂວງບໍ່ແກ້ວ

ກອງ​ປະ​ຊຸມ​ຈັດ​ຂຶ້ນໃນວັນທີ 19 ກັນຍາ 2018 ຢູ່ຫ້ອງປະຊຸມໂຮງຮຽນທິດສະດີ ການເມືອງການປົກຄອງ ແຂວງບໍ່ແກ້ວ ພາຍ​ໃຕ້ການເປັນ ປະທານຂອງທ່ານ ນາງ ຄຳຈັນ ວົງແສນບູນ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ມີທ່ານ ຈອມສີ...

ໄພພິບັດນໍ້າຖ້ວມປີນີ້ ອາດກະທົບປີທ່ອງທ່ຽວລາວ ບໍ່ບັນລຸຕາມຄາດໝາຍທີ່ວາງໄວ້

ສະພາບນໍ້າຖ້ວມ ທີ່ເກີດຂຶ້ນຢູ່ທຸກແຂວງ ໃນທົ່ວປະເທດເຮົາ ໃນໄລຍະລະດູຝົນປີນີ້ ເຮັດໃຫ້ສະຖານທີ່ທ່ອງທ່ຽວ ແລະ ພື້ນຖານໂຄງລ່າງດ້ານການ ທ່ອງທ່ຽວຫລາຍແຫ່ງໄດ້ຮັບຄວາມເສຍຫາຍ ເຊິ່ງກາຍເປັນອຸປະສັກ ຫລື ສິ່ງທ້າທາຍອັນສຳຄັນໜຶ່ງ ທີ່ຈະສົ່ງຜົນກະທົບໂດຍກົງຕໍ່ ການດຶງດູດນັກທ່ອງທ່ຽວຕ່າງປະເທດ ທີ່ຈະເຂົ້າມາທ່ອງທ່ຽວລາວ ໃຫ້ບັນລຸຕົວເລກ 5 ລ້ານເທື່ອຄົນ...

ກອງປະຊຸມຫາລືການສົ່ງເສີມການ ລົງທຶນຜ່ານກົນໄກປະຕູດຽວ

ໃນວັນທີ 19 ກັນຍາ 2018, ທີ່ຫໍປະຊຸມແຫ່ງຊາດ ນະຄອນຫລວງວຽງຈັນ, ໄດ້ມີກອງປະຊຸມຄົບຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ (ຄລທ) ຂັ້ນສູນກາງ, ຂັ້ນແຂວງ ແລະ ນະຄອນຫລວງ, ໂດຍການເປັນປະທານຂອງ ທ່ານ ສອນໄຊ...

ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ​ໄດ້​ອອກ​ແຈ້ງ​ການ ​ເລກທີ 1265/ອຄ.ກຄພນ, ລົງ​ວັນ​ທີ 17 ກັນຍາ 2018 ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ການ​ເກັບຊື້​ເຂົ້າສານ ​ແລະ ລາຄາ​ຊື້ຂາຍ​ຕາມ​ທ້ອງ​ຕະຫລາດ​ໃຫ້​ເຂັ້ມງວດ​ຂຶ້ນກວ່າ​ເກົ່າ

ພາຍຫລັງ​ເກີດ​ມີ​ສະພາບ​ພໍ່ຄ້າ​ຄົນ​ກາງ​ຈາກ​ຕ່າງປະ​ເທດ​ເຂົ້າມາ​ເກັບຊື້​ເຂົ້ານຳ​ຊາວນາ​ໂດຍ​ພາລະ​ການ ​ເພື່ອ​ສົ່ງ​ອອກ​ໄປ​ຕ່າງປະ​ເທດ ​ເຊິ່ງ​ໄດ້​ມີ​ການ​ເກງ​ລາຄາ​ຂຶ້ນສູງ​ກວ່າ​ປົກກະຕິ ​ແລະ ສົ່ງ​ຜົນ​ກະທົບ​ບໍ່​ຊອບ​ທຳ​ໃຫ້​ຫົວໜ່ວຍ​ທຸລະ​ກິດ​ທີ່​ປະຕິບັດ​ພັນທະ​ໃຫ້​ລັດ. ສະນັ້ນ ​ເພື່ອ​ສະກັດ​ກັ້ນສະພາບ​ການ​ປັ່ນ​ປ່ວນ​ດັ່ງກ່າວ, ລັດຖະມົນຕີ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ຈຶ່ງ​ເນັ້ນ​ໃຫ້​ພະ​ແນ​ກອຸດສາຫະກຳ ​ແລະ ການ​ຄ້າ ນະຄອນຫລວງ​ ​ເອົາ​ໃຈ​ໃສ່​ຄື: ​ເພີ່ມ​ທະວີ​ການ​ຄຸ້ມ​ຄອງ, ຕິດຕາມ​ກວດກາ​ເຂັ້ມງວດ​ ຫ້າມ​​ເດັດຂາດ​ບໍ່​ໃຫ້​ພໍ່ຄ້າ​ຊາວ​ຕ່າງປະ​ເທດ​ເຂົ້າມາ​ເກັບຊື້​ເຂົ້າຢູ່​ພາຍ​ໃນ​ແຂວງ...

ອົງການກາແດງລາວຊ່ວຍເຫລືອ ປະຊາຊົນບ້ານຫາດຍາວ ແລະ ບ້ານໃໝ່ ເມືອງສະໜາມໄຊ

ອົງການກາແດງລາວ ໄດ້ໃຫ້ຊ່ວຍເຫລືອປະຊາຊົນ ບ້ານຫາດຍາວ ຜູ້ທີ່ປະສົບໄພນໍ້າຖ້ວມ ທີ່ເມືອງ ສະໜາມໄຊ ແຂວງ ອັດຕະປື ສາຍເຫດຍ້ອນພະຍຸເຊີນຕິນ ເກີດມີຝົນຕົກໜັກນໍ້າຖ້ວມ ແລະ ຄູສັນເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ ໃນເດືອນຜ່ານມາ. ເຄື່ືອງທີ່ນຳມາຊ່ວຍເຫລືອໃນຄັ້ງນີ້, ມີ ປາກະປ໋ອງ, ທຽນໄຂ, ກັບໄຟ,...

ປະຊາຊົນ ກຸ່ມພັດທະນານໍ້າບໍ່ ເມືອງໂພນໄຊ ຮ່ວມກັນສ້ອມ ແປງທາງຍາວ 17 ກວ່າກິໂລແມັດ.

ເມື່ອບໍ່ດົນມານີ້, ຄະນະພັກຮາກຖານ ກຸ່ມພັດທະນານໍ້າບໍ່ ເມືອງໂພນໄຊ ແຂວງຫລວງພະບາງ ໄດ້ສົມທົບກັບອໍານາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນ 5 ບ້ານຄື: ບ້ານນໍ້າບໍ່,ທ່າໂພ,ຫ້ວຍລອນ,ໜອງຄໍາ ແລະ ບ້ານຫ້ວຍສາລາໄດ້ພ້ອມກັນສ້າງຂະບວນການອອກແຮງງານ ສ້ອມແປງເສັ້ນທາງ ເຊິ່ງມີຄວາມຍາວ 17,5 ກິໂລແມັດ...

ມາຮູ້ຈັກພິທີຂໍຝົນ ປະເພນີທີ່ຄົນລາວເຄີຍເຮັດກັນມາແຕ່ສະໄໝບູຮານ

ໃນປັດຈຸບັນນີ້, ຄົນລາວຮຸ້ນໜຸ່ມ ບໍ່ຄ່ອຍສົນໃຈພໍປານໃດກັບພິທີກຳບູຮານທີ່ຜູ້ເຖົ້າຜູ້ແກ່ລາວເຄີຍປະຕິບັດກັນມາ ເພາະວ່າ ໃນປັດຈຸບັນນີ້ ມີວິທະຍາສາດເຕັກນິກ ຄົນສາມາດຮູ້ທີ່ມາຂອງຟ້າຝົນ ແລະສາມາດສ້າງມັນຂຶ້ນມາເອງໄດ້ (ຝົນທຽມ) ເລີຍບໍ່ຈຳເປັນຕ້ອງເຊື່ອຖືຄວາມເຊື່ອເຫຼົ່ານັ້ນ. ແຕ່ມື້ນີ້, ຜູ້ຂຽນໄດ້ນຳເອົາພິທີກຳການສວດຄາຖາຂໍຝົນຂອງຄົນລາວເຮົາໃນສະໄໝບູຮານມານຳສະເໜີ ເຊິ່ງເປັນຄວາມໃໝ່, ແປກໆ ແດ່ກໍວ່າໄດ້. ມີທີ່ມາດັ່ງນີ້: ມີຕຳນານກ່າວໄວ້ວ່າ: ໃນອະດີດຕະການນັ້ນ, ພຣະໂພທິສັດໄດ້ສະເຫວີຍພະຊາດເປັນປາຄໍ່ ແຕ່ພຣະອົງບໍ່ເຄີຍກິນປາເລັກປານ້ອຍ,ສັດນ້ອຍ...

ໝາກແຄ້ງ ສຸດຍອດໝາກໄມ້ບ້ານເຮົາທີ່ສາ​ມາດ​ປົວ​ພະ​ຍາດ​ໄດ້​ຫຼາຍ​ຢ່າງ

ໝາກແຄ້ງ ໃຊ້ປະກອບສ່ວນເປັນອາຫານໄດ້ຫຼາຍເມນູ ແລະມັນມີປະໂຫຍດຕໍ່ສຸຂະພາບຮ່າງກາຍຂອງຄົນເຮົາ ມີສັບພະຄຸນໃນການຕ້ານພະຍາດໄດ້ຫຼາຍພະຍາດດັ່ງນີ້:1 ພະຍາດເບົາຫວານ: ມີການສຶກສາວິໄຈພົບວ່າ ເຄື່ອງດື່ມນໍ້າໝາກແຄ້ງ ສາມາດຫຼຸດລະດັບອະນຸມູນອິດສະລະໃນເລືອດໜູ ທີ່ເປັນພະຍາດເບົາຫວານ ເຮັດໃຫ້ໄຂມັນບໍ່ດີ ແລະລະດັບນໍ້າຕານໃນນເລືອດຫຼຸດລົງ ດັ່ງນັ້ນ ການໃຫ້ຄົນທີ່ເປັນພະຍາດເບົາຫວານກິນໝາກແຄ້ງຂົມ ລະຫວ່າງການປິ່ນປົວຈະຊ່ວຍປິ່ນປົວອາການໃຫ້ຫຼຸດລົງໄດ້2 ພະຍາດຄວາມດັນເລືອດສູງ ແລະບັນຫາເມັດເລືອດ: ມີການວິໄຈຢູ່ແຄເມີຣູນພົບວ່າ...